ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ສືບ​ລັບ ສ​ຫລ ເຕືອນວ​ໍຊິງ​ຕັນ ທີ່ສ່ຽງ​ຕໍ່ ​ການສູນ​ເສຍ​​ພັນ​ທະ​ມິດ ແລະ ອິດ​ທິ​ພົນ


ຫົວ​ໜ້າ​ຫ້ອງ​ການ​ສືບ​ລັ​ບ​ແຫ່ງ​ຊ​າດ ທ່ານ​ແດນ ໂຄ​ຕ​ສ໌ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ​ລັດ​ຖະ​ສະ​ພາ ວັນ​ທີ 29 ມັງ​ກອນ 2019.
ຫົວ​ໜ້າ​ຫ້ອງ​ການ​ສືບ​ລັ​ບ​ແຫ່ງ​ຊ​າດ ທ່ານ​ແດນ ໂຄ​ຕ​ສ໌ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ​ລັດ​ຖະ​ສະ​ພາ ວັນ​ທີ 29 ມັງ​ກອນ 2019.

ບັນ​ດາ​ຫົວ​ໜ້າ​ສືບ​ລັບ​ສະ​ຫະ​ລັດ ໄດ້ເຕືອນ​ວ່າ ສະ​ຫະ​ລັດ​ແມ່ນ​ສ່ຽງ​ຕໍ່​ການ​ຕົກ​ຢູ່ ໃນອັນ​
ຕະ​ລາຍ ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຫຼາຍ​ຂຶ້ນ ​ໃນ​ອະ​ນາ​ຄົດ ນຶ່ງໃນ​ນັ້ນ ກໍ​ຄື​ປະ​ເທດ​ກຳ​ລັ​ງ
​ຕົກ​ຢູ່​ໃນ​ອັນ​ຕະ​ລາຍທີ່​ພວມເຫັນ​ອິດ​ທິ​ພົນ​ຂອງ​ຕົນ​ຫຼຸດ​ນ້ອຍ​ຖອຍ​ລົງ ບັ​ນ​ດາ​ພັນ​ທະ​ມິດ
​ເຫັນ​ພ້ອ​ມ​ນຳ ແລະ​ພວກ​ສັດ​ຕູ​ທີ່​ສຳ​ຄັນໆ​ພາ​ກັນເຕົ້າ​ໂຮມກັນ ເພື່ອ​ທຳ​ລາຍຫຼັກ​ການຊຶ່ງ
ຄັ້ງ​ນຶ່ງ​ໄດ້​ປົກ​ປັກ​ຮັກ​ສາ​ໃຫ້​ສະ​ຫະ​ລັດ​ປອດ​ໄພ​ ແລະ​ໂລກ​ມີ​ສະ​ເຖຍ​ລະ​ພາບຫຼາຍຂຶ້ນ.

ຫົວ​ໜ້າ​ຫ້ອງ​ການ​ສືບ​ລັ​ບ​ແຫ່ງ​ຊ​າດ ທ່ານ​ແດນ ໂຄ​ຕ​ສ໌ ພ້ອມ​ດ້ວຍ​ບັນ​ດາ​ຜູ້​ນຳ​ຫ້າ​ອົງ​
ການ​ສືບ​ລັບ​ຂອງ​ສະ​ຫະ​ລັດໄດ້​ລາຍ​ງານ​ໃນ​ການຊັ່ງ​ຊາກ່ຽວ​ກັບ​ສະ​ພາບ​ການດັ່ງ​ກ່າວ​
ໃນ​ວັນ​ອັງ​ຄານ​ວານ​ນີ້ ໂດຍເປີດ​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ໄພຂົ່ມ​ປະ​ຈຳ​ປີ ​ຢູ່ໃນ​ທົ່ວ​ໂລກ ​ໃນ​
ການລາຍ​ງານ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ.

ທ່ານ​ໂຄ​ຕ​ສ໌ ໄດ້​ກ່າວ​ເຖິງ​ບັນ​ຫາທ້າ​ທາຍ​ທີ່ກຳ​ລັງປະ​ເຊີນ​ໜ້າ​ສະ​ຫະ​ລັດນັ້ນ​ວ່າ ເປັນ
“ຢາ​ຜິດ​ປະ​ສົ​ມ” ທີ່​ລໍ​ຖ້າ​ທຳ​ລາຍ​ຂອງ “ທັງ​ສີ່ປະ​ເທດ​ໃຫຍ່” ​ຄື ຣັດ​ເຊຍ ຈີນ ເກົາ​ຫຼີ​ເໜືອ
ແລະ​ອີ​ຣ່ານ ແລະ​ບັນ​ດາ​ກຸ່ມທີ່​ບໍ່ສັງ​ກັດ​ປະ​ເທດ​ເຊັ່ນວ່າ ພວກ ​ກໍ່​ການ​ຮ້າຍ ແລ​ະຕາ​
ໜ່າງ​ອາດ​ຊະ​ຍາ​ກຳ ແລະ​ອົງ​ປະ​ກອບ​ທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ​ວ່າ ຄວາມ​ກ້າວ​ໜ້າ​ຢ່າງ
​ວ່ອງ​ໄວ​ຂອງເທັກ​ໂນ​ໂລ​ຈີ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລ​ະການ​ຍົກ​ຍ້າຍ​ຖິ່ນ​
ຖານ​ຂອງ​ຜູ້​ຄົນ.

“ມັນ​ປັນການ​ທ້າ​ທາຍເພີ້ມ​ຂຶ້ນໃນ​ການ​ໃຫ້​ບູ​ລິ​ມະ​ສິດ ທີ່​ວ່າ​ໄພຂົ່ມ​ຂູ່​ໃດ​ມີຄວາມ​ສຳ​ຄັນ​
ໃຫຍ່​ສຸດ.” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ໂຄ​ຕ​ສ໌ ​ທີ່​ໄດ້ກ່າວຢູ່​ໃນ​ຄຳ​ໃຫ້​ການ​ທີ່ມັ​ກກົງ​ກັນຂ້າມ
ແລະຢ້ຳ​ຢູ່​ເລື້ອຍໆ ​ໃນ​ການ​ກ່າວ​ເນັ້ນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ທ່ານ​ກ່າວ​ເພີ້ມ​ອີກວ່າ “ພວກ​ເຮົາ​ປະ​ເຊີນ​ໜ້າ ກັບ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ ທັງ​ຢູ່ ພາຍ
ໃນ​ປະ​ເທດ ແລະ​ໃນທົ່ວ​ໂລກ ທີ່​ເ​ປັນ​ຜົນມາ​ຈາກຄວາມ​ສະ​ຫ​ລັບ​ຊັບ​ຊ້ອນ ແລະ​ໂລກ​ທີ່​
ບໍ່​ແນ່ນອນ ແລະ​ພວກ​ເຮົາຕ້ອງ​ກຽມ​ພ້ອມ. ພ​ວກ​ເຮົາ​ຕ້ອງ​ໄດ້ກຽມ​ພ້ອມ.”

ທຸງ​ຣັດ​ເຊຍ (ຊ້າຍ) ແລະ​ທຸງ​ຈີນ ຢູ່​ເທິ່ງ​ໂຕະ ກ່ອນ​ພິ​ທີ​ລົງ​ນາ​ມ ທີ​ຫໍ​ສາລາ​ປະ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ວັນ​ທີ 8 ມິ​ຖຸ​ນາ 2018.
ທຸງ​ຣັດ​ເຊຍ (ຊ້າຍ) ແລະ​ທຸງ​ຈີນ ຢູ່​ເທິ່ງ​ໂຕະ ກ່ອນ​ພິ​ທີ​ລົງ​ນາ​ມ ທີ​ຫໍ​ສາລາ​ປະ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ວັນ​ທີ 8 ມິ​ຖຸ​ນາ 2018.

ອີງ​ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບແລ້ວ ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຢ່າງທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ກໍ​ຄື
ການ​ເປັນ​ພັ​ນ​ທະ​ມິດ​ທີ່​ເພີ້ມ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ລະ​ຫວ່າງ​ຣັດ​ເຊຍ ກັບ​ຈີນ ​ເພື່ອແຂ່ງ​ຂັນ
​ຕ້ານ​ສະ​ຫະ​ລັດ ບໍ່​ພຽງ​ແຕ່ໃນດ້ານທະ​ຫານ ​ແລະ​ຄວາມ​ລ້ຳ ໜ້າທາງດ້ານ​ເທັກ​ໂນ​ໂລ​ຈີ
ເທົ່າ​ນັ້ນ ແຕ່​ຍັງ​ຮວມ​ທັງ​ອິດ​ທິ​ພົນ​ເພື່ອ​ຄອບ​ຄອງ ໂລກ​ນຳ​ດ້ວຍ.

ທະ​ຫານ​ປະ​ຊາ​ຊົນ​ເກົາ​ຫຼີ​ເໜືອ (KPA) ແລະ​ລົດ​ຫຸ້ມ​ເກາະ ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ ຢູ່​ຈະ​ຕຸ​ລັດ ກິມ ອິ​ລ ຊຸງ ໃນ​ນະ​ຄອນ​ພຽງ​ຢາງ ວັນ​ທີ 9 ກັນ​ຍ​າ 2018.
ທະ​ຫານ​ປະ​ຊາ​ຊົນ​ເກົາ​ຫຼີ​ເໜືອ (KPA) ແລະ​ລົດ​ຫຸ້ມ​ເກາະ ເຂົ້າ​ຮ່ວມ​ການ​ເດີນ​ສວນ​ສະ​ໜາມ ຢູ່​ຈະ​ຕຸ​ລັດ ກິມ ອິ​ລ ຊຸງ ໃນ​ນະ​ຄອນ​ພຽງ​ຢາງ ວັນ​ທີ 9 ກັນ​ຍ​າ 2018.

ລາຍ​ງານ​ເຕືອນ​ວ່າ “ຈີນ ແລະຣັດ​ເຊຍ ກຳ​ລັງ​ເປັນ​ພັນ​ທະ​ມິດ​ກັນ​ຫຼາຍ​ຂຶ້ນ​ຫຼາຍກວ່າ​
ເວ​ລາ​ໃດ​ທັງ​ໝົດ​ນັບ​ແຕ່​ຊຸມ​ປີ 1950 ເປັນ​ຕົ້ນ​ມາ.”

ຫົວ​ໜ້າ​ສັນ​ຕິ​ບານ​ກາງ ທ່ານກ​ຣິ​ສ​ໂຕ​ເຟີ ເວ​ຣ ແລະ​ຫົວ​ໜ້າ​ອົງ​ການ​ສືບ​ລັບ (CIA) ທ່ານ​ນາງ​ຈີ​ນາ ຮາ​ສ​ແປ​ລ ລາຍ​ງານ​ຕໍ່​ລັດ​ຖະ​ສະ​ພາ ວັນ​ທີ 29 ມັງ​ກອນ 2019.
ຫົວ​ໜ້າ​ສັນ​ຕິ​ບານ​ກາງ ທ່ານກ​ຣິ​ສ​ໂຕ​ເຟີ ເວ​ຣ ແລະ​ຫົວ​ໜ້າ​ອົງ​ການ​ສືບ​ລັບ (CIA) ທ່ານ​ນາງ​ຈີ​ນາ ຮາ​ສ​ແປ​ລ ລາຍ​ງານ​ຕໍ່​ລັດ​ຖະ​ສະ​ພາ ວັນ​ທີ 29 ມັງ​ກອນ 2019.

​ທ່ານ​ກ່າວ​ເພີ້ມ​ອີກວ່າ ຄວາມ​ສ​ຳ​ພັນ​ດັ່ງ​ກ່າວ ມີ​ແຕ່​ຈະ​ແໜ້ນ​ແຟ້ນຕື່ມ​ຂຶ້ນ ໃນ​ຂະ​ນະ​ທີ່
​ມົ​ສ​ກູແລະ​ປັກ​ກິ່ງ​ ພະ​ຍາ​ຍາມທີ່​ຈະ​ສວຍ​ໂອ​ກາດທີ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນວ່າ ການ​
ດຳ​ເນີນ​ການ​ຕາມ​ລຳ​ພັງ​ພຽງ​ຝ່າຍ​ດຽວ​ຫຼາຍ​ຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງກິດ

XS
SM
MD
LG