ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ​ລົງ​ນາມ ​ໃນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ກັບ​ປາ​ປົວ​ນິວ​ກີ​ນີ​  


​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ປາ​ປົວ​ນິວ​ກີ​ນີ ທ່ານ​ຈອນ ຣອ​ສ​ໂຊ (ທີ​ສອງ​ຈາກ​ຂວາ) ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ກາງ) ທີ່​ສະ​ໜາມ​ບິນ​ສາ​ກົນ ປອດ​ມໍ​ເຣ​ສ​ບີ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2023.
​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ປາ​ປົວ​ນິວ​ກີ​ນີ ທ່ານ​ຈອນ ຣອ​ສ​ໂຊ (ທີ​ສອງ​ຈາກ​ຂວາ) ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ (ກາງ) ທີ່​ສະ​ໜາມ​ບິນ​ສາ​ກົນ ປອດ​ມໍ​ເຣ​ສ​ບີ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ເດີນ​ທາງ​ໄປ​ປາ​ປົວ​ນິວ​ກີ​ນີ ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ແລະທາງ​ທະ​ເລກັບ​ປະ​ເທດ​ເກາະ​ດອນ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ແລະ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ຢູ່​ໃນ​ຂົງ​ເຂດ.

ທ່ານບ​ລິງ​ເກັນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ ປອດ​ມໍ​ເຣ​ສ​ບີ ແທນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ທີ່​ໄດ້​ຕັດ​ເວ​ລາ​ໃນ​ການ​ຢ້ຽມ​ຢາມ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ​ໃຫ້​ສັ້ນ​ລົງ ແລະ​ເດີນ​ທາງ​ກັບ​ວໍ​ຊິງ​ຕັນເພື່ອ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື້ອງ​ເພ​ດານ​ໜີ້​ຂອງ​ສະ​ຫະ​ລັດ. ທ່ານ​ໄບ​ເດັນ ​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຄົນ​ທຳ​ອິດເດີນ​ທາ​ໄປ​ຢ້ຽມ​ຢາມ​ປາ​ປົວ​ນິວ​ກີ​ນີ.

ທ່ານບ​ລິງ​ເກັນ​ຄາດ​ວ່າ​ ຈະ​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໝູ່​ເກາະ​ປາ​ຊີ​ຟິກ ຊຶ່ງ​ເປັນກຸ່ມ​ນະ​ໂຍ​ບາຍ​ທີ່​ຮວມ​ທັງ​ປາ​ປົວ​ນິວ​ກີ​ນີ​ແລະ​ປະ​ເທດ​ອື່ນໆ​ອີກ​ຢູ່​ໃນ​ຂົງ​ເຂດ ແລະ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ທ​າງ​ດ້ານ​ທະ​ຫານ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ປາ​ປົວ​ນິວ​ກີ​ນີ​ແລະ​ຕໍ່​ຕ້ານ​ກິດ​ຈະ​ກຳ​ຕ່າງໆ​ທີ່​ຜິດ​ກົດ​ໝາຍ​ທາງ​ທະ​ເລ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ວໍ​ຊິງ​ຕັນ​ຈະ​ສະ​ໜອງ​ອຸບ​ປະ​ກອນ​ປົກ​ປ້ອງ​ບຸກ​ຄົນ​ໃຫ້​ແກ່​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ປາ​ປົວ​ນິວ​ກີ​ນີ ຮວມ​ທັງ​ໝວກ​ເຫຼັກ ເສື້ອ​ກັກ​ປ້ອງ​ກັນ​ລູກ​ປືນ ແຜ່ນ​ປ້ອງ​ກັນສອກ ແຜ່ນ​ປ້ອງ​ກັນ​ຫົວ​ເຂົ່າ ເຄື່ອງ​ປ້ອງ​ກັນ​ຕາ ໃຫ້​ແກ່​ກຳ​ລັງ​ລາດ​ຕະ​ເວນ​ຊາຍ​ແດນ ແລະ​ໜ່ວຍ​ປະ​ຕິ​ບັດ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG