ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານ ທາງດ້ານພະຍາດຕິດຕໍ່ ຂອງສະຫະລັດ ທ່ານແອນໂທນີ ຟາວຈີ ມີແຜນອອກກິນບໍານານ ໃນໄວໆນີ້


ແຟ້ມຮູບ-ດຣ. ແອນໂທນີ ຟາວຈີ, ຜູ້ອໍານວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດຕໍ່ແຫ່ງຊາດ, ຍົກມືທັກທາຍໃຫ້ຄະນະກໍາມະການສະພາຕໍ່າ ໃນການຮັບຟັງການພິຈາລະນາ ຢູ່ທີ່ຕຶກສະພາ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 11 ພຶດສະພາ 2022.
ແຟ້ມຮູບ-ດຣ. ແອນໂທນີ ຟາວຈີ, ຜູ້ອໍານວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດຕໍ່ແຫ່ງຊາດ, ຍົກມືທັກທາຍໃຫ້ຄະນະກໍາມະການສະພາຕໍ່າ ໃນການຮັບຟັງການພິຈາລະນາ ຢູ່ທີ່ຕຶກສະພາ ໃນນະຄອນຫຼວງວໍຊິງຕັນ ເມື່ອວັນທີ 11 ພຶດສະພາ 2022.

ດ​ຣ. ແອນໂທນີ ຟາວຈີ, ຜູ້ຊ່ຽວຊານຂັ້ນສູງ ກ່ຽວກັບພະຍາດຕິດຕໍ່ຂອງສະຫະ ລັດ ເຊິ່ງໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ກັນ​ ໃນການຮັບມື ກັບການລະບາດໃຫຍ່ຂອງພະ ຍາດໂຄວິດ-19 ຂອງປະເທດ ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານມີແຜນທີ່ຈະອອກກິນບໍານານ ພາຍໃນທ້າຍປີນີ້.

ດ​ຣ. ຟາວຈີ ອາຍຸ 81 ປີ, ເປັນຫົວໜ້າສະຖາບັນໂຣກພູມແພ້ ແລະພະຍາດຕິດຕໍ່ແຫ່ງຊາດຂອງປະເທດນັບຕັ້ງແຕ່ປີ 1984 ຫາ 2020, ຊື່ຂອງທ່ານໄດ້ກາຍມາເປັນທີ່ຮູ້ຈັກທົ່ວໄປຢູ່ໃນສະຫະລັດ ໃນຖານະທີ່ປຶກສາຂອງປະທານາທິ ບໍດີໃນເວລານັ້ນ ທ່ານດໍໂນລ ທຣໍາ ລະຫວ່າງທີ່ພະຍາດໄວຣັສໂຄໂຣນາເລີ້ມຕົ້ນລະບາດເປັນ​ເທື່ອທໍາອິດຢູ່ໃນສະຫະລັດ.

ໃນເວລານັ້ນ ​ດ​ຣ. ຟາວຈີ ໄດ້ຜັກດັນໃຫ້ປະຊາຊົນຊາວອາເມຣິກັນໄປຮັບການສັກຢາວັກຊີນ, ແລະປະຊາຊົນຈໍານວນຫຼາຍກໍພາກັນປະຕິບັດຕາມຄໍາແນະນໍາ. ຢ່າງໃດກໍຕາມ ຍັງມີຊາວອາເມຣິກັນອີກຫຼາຍລ້ານຄົນທີ່ໄດ້ພາກັນອ້າງວ່າ ມັນເປັນການລະເມີດສິດທິທາງເສລີພາບສ່ວນບຸກຄົນ. ຜູ້ຄົນຈໍານວນຫຼາຍທີ່ປະຕິ ເສດປະສິດທິພາບຂອງຢາວັກຊີນທີ່ມີຢູ່ທົ່ວໄປນັ້ນ ແມ່ນໄດ້ເສຍຊີວິດລົງ, ເຊິ່ງພວກເຂົາເຈົ້າມັກຈະຍອມຮັບໃນມື້ສຸດທ້າຍວ່າ ທີ່ຜ່ານມາພວກເຂົາໄດ້ເຂົ້າໃຈຜິດ.

ດ​ຣ. ຟາວຈີ, ຫຼັງຈາກນັ້ນ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຫົວໜ້າທີ່ປຶກສາທາງດ້ານການແພດໂດຍປະທານາທິບໍດີໂຈ ໄບເດັນ, ເຊິ່ງໄດ້ສະໜັບສະໜຸນໃຫ້ມີການປິດໂຮງກິລາຕ່າງໆ, ບັນດາຮ້ານກິນດື່ມ, ຮ້ານອາຫານ ແລະປິດໂຮງຮຽນທັງໝົດໃນຊ່ວງເດືອນທໍາອິດຂອງການລະບາດໃຫຍ່, ເຊິ່ງໄດ້ເຮັດໃຫ້ເກີດຄວາມບໍ່ພໍໃຈ ຕໍ່ເຈົ້າໜ້າທີ່ຫົວອະນຸລັກນິຍົມ ໃນຄະລັດຖະບານ ແລະເຈົ້າໜ້າທີ່ລັດຖະ ບານທ້ອງຖິ່ນບາງຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG