ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣກເອດສ໌ໃນເດັກນ້ອຍ ອາດຮັກສາໃຫ້ຫາຍໄດ້ ຖ້າປົວແຕ່ຫົວທີ


ການໂຄສະນາປຸກລະດົມ ຄວາມຕື່ນຕົວກ່ຽວກັບໂຣກເອດສ໌
ການໂຄສະນາປຸກລະດົມ ຄວາມຕື່ນຕົວກ່ຽວກັບໂຣກເອດສ໌
ພວກທ່ານໝໍຢູ່ໃນສະຫະລັດເວົ້າວ່າ ເດັກທາຣົກຄົນນຶ່ງທີ່ເກີດ
ມາ ມີເຊື້ອໄວຣັສ ຂອງໂຣກເອດສ໌ ປະກົດວ່າ ຖືກປິ່ນປົວໄດ້ ລຸນຫລັງໄດ້ຮັບການຮັກສາແຕ່ຫົວທີ ໂດຍຢາປິ່ນປົວແບບ
ມາດຕະຖານ.

ເດັກຍິງອາຍຸ 2 ປີ ຈາກລັດ Mississippi ທາງພາກໃຕ້ຂອງສະ
ຫະລັດ ໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອ HIV ທີ່ໃຊ້ກັນ
ທົ່ວໄປ 3 ຢ່າງ ເລີ້ມຕັ້ງແຕ່ຕອນລາວເກີດມາໄດ້ 30 ຊົ່ວໂມງ.

ບັນດາທ່ານໝໍເວົ້າວ່າ ເດັກຍິງຄົນນີ້ໄດ້ຮັບການ “ປິ່ນປົວໃຫ້
ຫາຍດີແບບໃຊ້ງານໄດ້” ແລ້ວ ຊຶ່ງໝາຍຄວາມວ່າ ເຊື້ອໄວຣັສ
ບໍ່ສາມາດກວດພົບໄດ້ ໂດຍ ການກວດແບບມາດຕະຖານ ແລະ ກໍບໍ່ຈໍາເປັນຕ້ອງໄດ້ປິ່ນປົວນາງ ແບບຍາວນານຕະຫລອດຊີວິດ.

ນີ້ແມ່ນເປັນກໍລະນີທໍາອິດ ທີ່ເດັກທາຣົກໄດ້ຮັບການປິ່ນປົວ ໃຫ້ຫາຍດີແບບປະຕິບັດ ງານໄດ້.


ພວກນາຍແພດກ່າວວ່າ ຕ້ອງມີການທົດລອງເພີ້ມຕື່ມ ເພື່ອເບິ່ງວ່າການປິ່ນປົວນັ້ນຈະມີ ໄດ້ຜົນແບບດຽວກັນບໍ່ ກັບເດັກນ້ອຍຄົນອື່ນ ແຕ່ວ່າ ຜົນການຮັກສາດັ່ງກ່າວ ສາມາດ ປ່ຽນແປງວິທີການປິ່ນປົວເດັກທາຣົກທີ່ມີຄວາມສ່ຽງສູງ ແລະ ອາດສາມາດນໍາໄປສູ່ການ
ປິ່ນປົວເດັກນ້ອຍທີ່ມີເຊື້ອ HIV ຊຶ່ງເປັນເຊື້ອໄວຣັສ ທີ່ພາໃຫ້ເປັນໂຣກເອດສ໌ ນັ້ນໄດ້.
XS
SM
MD
LG