ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອິນໂດເນເຊຍ ປະຕິເສດຂ່າວ ການສໍ້ລາດບັງຫຼວງ


ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທ່ານ Marty M. Natalegawa
ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ທ່ານ Marty M. Natalegawa

ອິນໂດເນເຊຍໄດ້ປະຕິເສດຕໍ່ການກ່າວຫາ ທີ່ບັນຈຸຢູ່ໃນ
ໂທລະເລກທາງການທູດສະຫະລັດທີ່ມີການຮົ່ວໄຫຼທີ່ວ່າ
ປະທານາທິບໍດີ Susilo Bambang Yu-dhoyono
ໄດ້ພົວພັນກັບການຮັບເງິນສິນບົນ ໃຊ້ກຳລັງຂົ່ມຂູ່ແລະ
ສ້າງຮັ່ງຄູນມີໃຫ້ແກ່ໂຕເອງຕາມທີ່ໄດ້ມີການກ່າວຫາກັນ
ນັ້ນ.

ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Mar-
ty Natalegawa ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ນະ
ຄອນຫຼວງຈາກາຕ້າໃນວັນສຸກມື້ນີ້ວ່າ ການກ່າວອ້າງດັ່ງ
ກ່າວບໍ່ມີມູນຄວາມຈິງ.

ເວັບໄຊທ໌ Wikileaks ໄດ້ມອບໂທລະເລກທາງດ້ານ
ການທູດຂອງສະຫະລັດຈຳນວນນຶ່ງໃຫ້ແກ່ອົງການຂ່າວ
Fairfax Media ຂອງອອສເຕຣເລຍ ທີ່ໄດ້ພິມແຜ່ໂດຍ
ໜັງສືພິມ Sydney Morning Helrald ແລະໜັງສືພິມ
The Age ໃນວັນສຸກມື້ນີ້. ໂທລະເລກເວົ້າວ່າ ທ່ານ
Yudhoyono ທີ່ມີຈິດໃຈຢາກປະຕິຮູບນັ້ນໄດ້ພະຍາຍາມທີ່ຈະໃຊ້ອິດທິພົນຂອງທ່ານຕໍ່ພວກ
ຜູ້ພິພາກສາແລະໄອຍະກາ ເພື່ອປົກປ້ອງພັນທະມິດທາງການເມືອງທີ່ສໍ້ລາດບັງຫຼວງນັ້ນ.

XS
SM
MD
LG