ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ອິນໂດເນເຊຍ ລົງນາມ ໃນຂໍ້ຕົກລົງ ຂະຫຍາຍ ການຮ່ວມມືກັນ ດ້ານທະຫານ


ທະຫານອິນໂດເນເຊຍ ຄົນນຶ່ງ ກຳລັງທຳຄວາມສະອາດ ປືນຍິງລູກສອນໄຟ ໃນລະຫວ່າງການສະແດງດ້ານທະຫານ
ທີ່ນະຄອນຫຼວງ Jakarta.
ທະຫານອິນໂດເນເຊຍ ຄົນນຶ່ງ ກຳລັງທຳຄວາມສະອາດ ປືນຍິງລູກສອນໄຟ ໃນລະຫວ່າງການສະແດງດ້ານທະຫານ ທີ່ນະຄອນຫຼວງ Jakarta.

ອິນ​ໂດ​ເນ​ເຊຍ ​ແລະສະຫະລັດ ​ໄດ້​ລົງ​ນາມ​ໃນ​ແຜນການ​ປະຕິ
ບັດງານ ສະບັບ​ນຶ່ງ​ເພື່ອ​ຂະ​ຫຍາ​ຍການ​ຮ່ວມ​ມື​ທາງ​ທະຫານ
​ແລະ​ປັບປຸງ​ຄວາມຕຽມ​ພ້ອມ​ທາງ​ດ້ານ​ປ້ອງ​ກັນປະເທດ​ຂອງ​
ອິນ​ໂດ​ເນ​ເຊຍ​ໃຫ້​ດີ​ຂຶ້ນ.

ພິທິລົງ​ນາມ ​ທີ່​ມີ​ຂຶ້ນ​ຢູ່ກະຊວງ​ປ້ອງ​ກັນ​ປະ​ເທດ ​ທີ່​ນະຄອນຫຼວງ
Jakarta ​ໃນ​ວັນ​ພຸດ​ວານ​ນີ້ ແມ່ນພາຍ​ໃຕ້​ການ​ເປັນພະຍານ​ຂອງ
​ພົນ​ໂທ Ediwan Prabowo ​ເລຂາທິການ​ໃຫຍ່​ຂອງ​ກະຊວງ​ປ້ອງ​
ກັນ​ປະ​ເທດ ແລະ​ທ່ານ Kristen Bauer ຮອງ​ເອກ​ອັກຄະ​ລັດຖ
ະທູດ​ສະຫະລັດ​ປະຈຳ​ອິນ​ໂດ​ເນ​ເຊຍ.

ຫຼັງ​ຈາກ​ເສັດ​ພິທີ​ແລ້ວນາຍ​ພົນ Prabowo ກ່າວ​ວ່າ ​ແຜນການ​ປະຕິບັດງານ​ປີ 2015 ຈະ​ຂະຫຍາຍ​ອອກ​ຢ່າງ​ຫຼວງ​ຫຼາຍ ​ໂຄງການ​ລິເລີ້​ມການ​ປະຕິ​ຮູບ​ສະ​ຖາ​ບັນ​ປ້ອງ​ກັນ​ປະເທດ ຂອງ​ສະຫະລັດ​ຫຼື DIRI ​ໃນ​ອິນໂດ​ເນ​ເຊຍ​ນັ້ນ.

ນາຍ​ພົນ Probowo ກ່າວ​ວ່າ “ມື້​ນີ້ ພວກ​ເຮົາ​ເລີ້ມ​ຕົ້ນ​ ຈັດ​ຕັ້ງແຜນແມ່ ບົດສຳລັບ​ປີ 2015. ຈຸດ​ເພ່ງ​ເລັງ​ຂອງ​ການຮ່ວມ​ໄມ້​ຮ່ວມ​ມື​ກັນ​ ລະຫວ່າງ ກະຊວງ​ປ້ອງ​ກັນ​ປະ​
ເທດ​ແລະ DIRI ບໍ່​ແມ່ນ​ຈະ​ເປັນ​ໂຄງການ​ອັນ​ດຽວ. ການ​ຮ່ວມ​ມື​ກັນຈະ​ພົວພັນ​ກັບ​
ຍຸດ​ທະ​ສາດ​ປ້ອງ​ກັນ​ຂອງ​ຄະນະ​ກຳມະການ​ບໍລິຫານ ການວາງ​ແຜນ​ໃນ​ການ​ປ້ອງ​
ກັນ ​ແລະ​ຄວາມ​ອາດ​ສາ ມາດ​ຂອງ​ການ​ປ້ອງ​ກັນ​ຂອງ​ຕົນ.”

ທ່ານ Bauer ກ່າວ​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ກັບ​ອິນ​ໂດ​ເນ​ເຊຍ ແມ່ນ​ຄວາມ​ໝັ້ນ​ໝາຍ​ ໃນ​ລະຍະ​ຍາວ​ສຳລັບ​ສະຫະລັດ.

“ຄວາມ​ສຳພັນ​ຂອງ​ພວກ​ເຮົາ ສືບ​ຕໍ່​ຂະຫຍາຍ​ໂຕ​ແລະ​ແຂງ​ແຮງ​ຂຶ້ນ ​ແລະ​ຄວາມ​ສຳພັນ​ທາງ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ​ແມ່ນ​ພາກສ່ວນທີ່​ສຳຄັນ​ອັນ​ນຶ່ງ
​ແລະ​ກໍ​ບໍ່​ເຄີຍ​ແຂງ​ແຮງ​ຂຶ້ນ​ກວ່າ​ນີ້​ຈັກ​ເທື່ອ. ​ໃນ​ການ​ແລກປ່ຽນ​ກັນ​ຫຼາຍ​ກວ່າ 500
ຄັ້ງ ການ​ຊ້ອມ​ລົບ​ຮວມກັນ ​ແລະ​ການ​ເຄື່ອນ​ໄຫວ​ອື່ນໆ ​ໃນ​ປີ​ແລ້ວ​ນີ້ ​ແລະ​ມີ​ການ
ວາງ​ແຜນ​ໄວ້​ຕື່ມ​ອີກ​ໃນ​ປີ​ນີ້ ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ ທີ່​ໄດ້​ເປັນ​ຄູ່ພາຄີ​ລະ
ດັບ​ສູງ​ສຸດ​ຂອງ​ອິນໂດ​ເນ​ເຊຍ ​ໃນ​ການ​ພົວພັນ​ລະຫວ່າງກອງທັບກັບກອງທັບ."

ສະຫະລັດ​ກ່າວ​ວ່າ ພາລະກິດ​ຂອງ DIRI ​ແມ່ນ​ເປັນ​ພາຄີ​ກັບ​ພວກ​ປະ​ເທດ​ຕ່າງໆ ​ເພື່ອ​ພັດທະນາ​ການ​ສ້າງ​ຕັ້ງການ​ປ້ອງ​ກັນ​ທີ່​ມີ​ປະສິດທິ​ຜົນ ມີຄວາມຮັບຜິດຊອບ ​ແບບມື​ຊີບ
​ແລະ​ໂປ່​ງໃສ.

XS
SM
MD
LG