ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືລະຫວ່າງ ສະຫະລັດແລະອິນໂດເນເຊຍ


ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ແລະທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ຖະແຫລງຂ່າວຮ່ວມກັນ ທີ່ເກາະບາຫລີ ອິນໂດເນເຊຍ,
ວັນທີ 24 ກໍລະກົດ 2011
ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ແລະທ່ານ Marty Natalegawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ຖະແຫລງຂ່າວຮ່ວມກັນ ທີ່ເກາະບາຫລີ ອິນໂດເນເຊຍ, ວັນທີ 24 ກໍລະກົດ 2011

ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ດໍາ​ເນີນ​ການ​ຊ້ອມ​ລົບ​ດ້ານ​ຄວາມ​ປອດ​ໄພ​ຮ່ວມ​ກັນ​ກັບ​ອິນ​ໂດ​ເນ
ເຊຍ​ປະມານ 140 ຄັ້ງ​ ໃນ​ລະຫວ່າງ​ສົກ​ປີ​ປັດຈຸບັນນີ້.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ນອກ​ນັ້ນ ກະຊວງ​ຍຸຕິ​ທໍາ​ສະຫະລັດ​ກໍໄດ້ໃຫ້
ການ​ຊ່ອຍ​ເຫລືອ​ເຮືອ​ລາດ​ຕາ​ເວນ 19 ລໍາ​ ຊຶ່ງ​ຕໍາ​ຫຼວດນໍ້າ​ອິນໂດ​ເນ​ເຊຍ​ໄດ້ນໍາ​ໃຊ້​ໃນ​ການ
ລາດຕາ​ເວນ​ໄປ​ຕາມໝູ່​ເກາະ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ​ແລ້ວ.

ໄດ້​ມີ​ການ​ປະກາດ​ໂຄງການ​ຊ້ອມ​ລົບ​ນີ້​ໃຫ້​ຮູ້​ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ຂະນະ​ທີ່​ທ່ານ​ນາງ​ຮີນ
ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ພົບ​ປະຄູ່​ຕໍາ​ແໜ່​ງອິນ​ໂດ​ເນ​ເຊ​ຍ
ທ່ານ Marty Natalegawa ຫລັງ​ຈາກ​ກອງ​ປະຊຸມ​ນາໆຊາດ​ທີ່​ເກາະ​ບາ​ຫລີ. ກະຊວງ​
ການ​ຕ່າງປະ​ເທດສະຫະລັດ​ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນເຖິງຄວາມ
ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທາງ​ດ້ານ​ທະຫານ​ທີ່​ກ້າວໜ້າໄປ​ເລື້ອຍໆ​ລະຫວ່າງ​ສອງ​ປະ​ເທດ.

ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ຕື່ມ​ວ່າ ນອກ​ນີ້ ຕົນ​ຍັງ​ໄດ້​ອອກ​ເງິນ​ເປັນ​ຄ່າໃຊ້​ຈ່າຍ​ຄ່າ​ສໍາລັບ
ໃຫ້​ພວກພວກ​ຊາວ​ອິນ​ໂດ​ເນ​ເຊຍ​ແລະ​ອາ​ເມຣິກັນ​ຈໍານວນ​ຫລາຍ​ເປັນ​ປະວັດ​ການ​ ​ໄດ້​ເຂົ້າ​
ຮ່ວມ​ໃນໂຄງ​ການ​ແລກປ່ຽນນັກ​ສຶກສາ​ແລະ​ຄູ​ອາຈານ​ນັ້ນ​ນໍາ.

XS
SM
MD
LG