ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ທ່ານ Leon Panetta ຢ້ຽມຢາມອິນໂດເນເຊຍ ເພື່ອໂອ້ລົມກັນເລື້ອງທະຫານ


ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ຈັບມືກັບ ທ່ານ Purnomo Yusgiantoro, ລັດຖະມົນຕີປ້ອງກັນປະເທດອິນໂດເນເຊຍ ທີ່ເກາະບາຫລີ, ອິນໂດເນເຊຍ. ວັນທິ 23 ຕຸລາ 2011.

ທ່ານ Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກໍາລັງ​ຢູ່ທີ່​ເກາະຕາກ​ອາກາດ​ບາ​ຫລີ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບຄູ່​ຕໍາ​ແໜ່​ງອິນ​ໂດ​ເນ​ເຊຍ ​ແລະກັບ​ພວກ​ລັດຖະມົນຕີ​ປ້ອງ​ກັນ​ຈາກປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ.

ບັນດາ​ເຈົ້າ​ໜ້ທີ່​ກ່າວ​ວ່າ ທ່ານ Panetta ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ Purnomo Yusgiantoro ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສາຍ​ພົວພັນ​ທາງ​ທະຫານ ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ ຕະຫຼອດທັງ​ເລື້ອງ​ການ​ປະຕິ​ຮູບ​ຕ່າງໆ​ໃນ​ດ້ານ​ສິດທິ​ມະນຸດ​ໃນ​ກອງທັບ​ອິນ​ໂດ​ເນ​ເຊຍ​ນັ້ນ.

ໃນ​ຊຸມ​ປີ 1990 ລັດຖະບານ​ວໍ​ຊິງ​ຕັນ​ໄດ້​ຕັດ​ສາຍ​ພົວພັນ​ດ້ານ​ທະຫານ​ ກັບ​ລັດຖະບານຈາ​ກາ​ຕາ​ມາ​ ​ເປັນ​ເວລາດົນ​ກວ່າ 1 ທົດ​ສະ​ວັດ​ ຍ້ອນການລະ​ເມີດ​ສິດທິ​ມະນຸດໂດຍ​ໜ່ວຍ​ Kopassus ຫຼືໜ່ວຍ​ລົບ​ພິ​ເສດຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ.

ໃນ​ຂະນະ​ທີ່​ຢູ່ໃນອິນ​ໂດ​ເນ​ເຊຍ​ ທ່ານ Panetta ຈະ​ກ່າວຄໍາ​ປາ​ໄສ​ຕໍ່​ພວກ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໃນ​ພາກ​ພື້ນ ​ກ່ຽວ​ກັບ​ເລື້ອງ​ຄວາມ​ເຂັ້ມ​ແຂງທາງ​ທະຫານ​ຂອງ​ຈີນ​ທີ່​ກໍາ​ລັງເຕີບ​ໃຫຍ່ຂຶ້ນ​ນັບ​ມື້ ຕະຫຼອດ​ທັງ​ເລື້ອງ​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ແລະ​ເລື້ອງ​ອື່ນໆ​ອີກ. ນອກ​ນັ້ນ ​ທ່ານ​ຍັງ​ຈະເດີນທາງ​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້​ເຊ່ນ​ກັນ.

XS
SM
MD
LG