ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈັບ 12 ຄົນ ຮວມທັງ ພະນັກງານ ກວດຫີບ ໃນຖານສົງໄສ ລັກລອບຢາ Cocaine


ເຈົ້າໜ້າທີ່ຕຳຫລວດ Costa Rica ຢືນຍາມຢາໂຄເຄນ ປະມານສອງໂຕນ ທີ່ຈັບໄດ້ຈາກການລັກລອບ.
ເຈົ້າໜ້າທີ່ຕຳຫລວດ Costa Rica ຢືນຍາມຢາໂຄເຄນ ປະມານສອງໂຕນ ທີ່ຈັບໄດ້ຈາກການລັກລອບ.

ຄະນະ​ຕຸລາການ​ສານ​ລັດຖະບານ​ກາງ​ສະຫະລັດ​ ໄດ້​ຟ້ອງຜູ້​ຕ້ອງ​ສົງ​ໄສ 12 ຄົນ ຮວມທັງ​ອະ​ດີດ ຜູ້​ກວດກາຫີບ​ເດີນທາງຢູ່ສະໜາມ​ບິນ 6 ຄົນ ​ທີ່ພົວພັນ​ກັບ​ການ​ລັກ​ລອບຢາ​ cocaine ຢູ່​ສະ ໜາມ ​ບິນ​ສາກົນ​ທີ່​ນະຄອນ San Juan, Puerto Rico.

ທະນາຍຄວາມ​ສະຫະລັດ ທ່ານນາງ Rosa Emilia Rodriquez-Velez ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ໃນ​ວັນຈັນ​ວານ​ນີ້​ວ່າ ຄະດີແມ່ນ​ອີງ​ຕາມ​ຫລັກ​ຖານ​ທີ່ ຈຳ​ເລີຍ​ໄດ້​ລັກ​ເອົາ​ຫີບ ທີ່ບັນຈຸຢາ​ cocaine ​ຫລາຍເຖິງ 15 ກິ​ໂລ ຜ່ານລະ ບົບ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ໃນ​ການຂົນ​ສົ່ງ​ທີ່​ສະໜາມບິນ ຫຼື TSA. ສ່ວນຈຳ​ເລີຍຄົນ​ອື່ນໆ ທີ່​ຮວມທັງ​ອະດີດຫົວໜ້າ​ຮັກສາ​ຄວາມ​ປອດ ​ໄພ ທີ່​ສະໜາມ​ບິ​ນ ຄົນ​ນຶ່ງ ​ແລະພວກຜູ້ຕ້ອງສົງ​ໄສ​.

ລະຫວ່າງ​ປີ 1998 ​ແລະ 2016 ຖະ​ແຫລ​ງການ ​ໄດ້​ກ່າວ​ຫາວ່າ ຈຳ​ເລີຍ​ໄດ້​ລັກລອບຢາ​ cocaine ​ 20 ​ໂຕນ ​ຜ່ານ​ສະໜາມ​ບິນສາກົນ​ Luis Munoz Marin ທີ່​ນະຄອນ San
Juan​. ພະນັກ​ງານ TSA ​ຫົກ​ຄົນ ຜູ້​ທີ່​ປະ​ເຊີນ​ໜ້າການ​ຕັດສິນ​ລົງ​ໂທດ​ຕິດ​ຄຸກຢ່າງ​ໜ້ອຍ
10 ປີ ຄວນ ຈະເປັນ​ຜູ້​ສະໜອງ​ຄວາມ​ປອດ​ໄພ ​ແລະ​ກວດຫີບ ​ແລະ​ນຳ​ເອົາ​ຫີບ​ໃສ່​ເຮືອ
ບິນ​ທີ່ຈະ​ອອກ​ເດີນ ທາງ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຖະ​ແຫລ​ງການ​ໄດ້​ບັນ​ລະ​ຍາຍ​ວ່າ ພະ​ນັກ​ງານ​ຄົນ​ນຶ່ງ ທ້າວ Javier Otiz ​ໄດ້​ຈັບ​ເອົາ​ຫີບ​ທີ່​ລາວ​ຮູ້​ວ່າບັນຈຸ​ຢາ cocaine ຈາກ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຢູ່​ໂຕະ​ກວດ​ຂອງ​ບໍລິສັດ​ການບິນ. ຖະ​ແຫລງການ​ກ່າວຫາວ່າ ລາວ​ໄດ້​ນຳ​ເອົາ​ຫີ​ບ​ເຫລົ່າ​ນັ້ນ ​ເຂົ້າ​ໄປໃນ​ເຄື່ອງ​ຈັກ x-ray ທີ່​ສັງ​ເກດ​ການ​ໂດຍ​ເຈົ້າໜ້າ​ທີ່ TSA ທີ່​ສົມຮູ້​ຮ່ວມ​ຄິດຜູ້​ທີ່ປ່ອຍໃຫ້​ບັນດາ​ຫີ​ບ​ເຫລົ່າ​ນັ້ນຜ່ານ​ໄປ​ຫາ​ສາຍ​ການບິນທີ່​ຈະ​ເດີນ​ທາງ​ອອກ​ໄປ.

ຖະ​ແຫລ​ງການ​ຍັງ​ກ່າວ​ຫາ​ຜູ້​ຕ້ອງສົງ​ໄສ​ອີກ​ຄົນ​ນຶ່ງທີ່​ລະບຸ​ວ່າແມ່ນ​ທ້າວ Tomas Dominguez-Rohena ທີ່​ໄດ້​ນຳ​ເອົາ​ຫີບ​ເຫລົ່ານັ້ນ​ໄປ​ຫາ​ສາຍ​ການບິນ​ທີ່​ໄດ້​ຖືກ​ຈັດໄວ້ ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ບໍ່​ມີ​ໝາ​ສືບ​ກິ່ນ​ຢາ​ເສບ​ຕິດ ຫລື​ເຈົ້າ​ໜ້າ​ທີ່ຢູ່​ທີ່​ນັ້ນ ​ໃນ​ຂະນະ​ທີ່​ສິນຄ້າ​ຜິດ​ກົດໝາຍ ​ໄດ້ຖືກ​ຂົນ​ເຂົ້າ​ໃສ່ເຮືອບິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG