ຄົນສັນຊາດຈີນ 3 ຄົນ ໄດ້ຖືກກ່າວຫາວ່າ ເປັນພວກແຮັກເກີ ທີ່ເຈາະຂໍ້ມູນຄອມພິວເຕີ
ຂອງ 3 ບໍລິສັດ ອີງຕາມຄຳຖະແຫຼງຂອງກະຊວງຍຸຕິທຳຂອງສະຫະລັດ ໃນວັນຈັນວານ
ນີ້.
ທ້າວວູ ຢິ່ງຊູວ ທ້າວດົງ ຮາວ ແລະທ້າວເຊຍ ເລີຍ ແມ່ນໄດ້ຖືກຟ້ອງຮ້ອງໃນວັນຈັນ
ວານນີ້ ໂດຍຄະນະຕຸລາການ ໃນການເຈາະຂໍ້ມູນຄອມພິວເຕີ ລັກຂະໂມຍຂໍ້ມູນລັບ
ທາງການຄ້າສົມຮູ້ຮ່ວມຄິດ ແລະລັກຂໍ້ມູນສ່ວນບຸກຄົນ ແລະມີຈຸດປະສົງ ທີ່ຈະທຳລາຍ
ລະບົບຄອມພິວເຕີເຫລົ່ານັ້ນ.
ຂໍ້ຫາເຫລົ່ານີ້ ແມ່ນຟ້ອງຮ້ອງໂດຍຮັກສາການລັດຖະມົນຕີກະຊວງຍຸຕິທຳຊົ່ວຄາວ
ຮັບຜິດ ຊອບດ້ານຄວາມປອດໄພແຫ່ງຊາດ ທ່ານນາງ ດານາ ເຈ. ໂບແອັນເຕ ແລະຮັກສາການລັດຖະມົນຕີກະຊວງຍຸຕິທຳຊົ່ວຄາວ ທ່ານ ໂຊ ຊີ. ຊອງ ສຳລັບເຂດ
ເພັນຊິເວເນຍຕາເວັນຕົກ ແລະເຈົ້າໜ້າທີ່ກຳກັບພິເສດ ຫ້ອງການອົງການສັນຕິບານ
ກາງ ແອັຟບີໄອ ຂົງເຂດພິສເບີກ ທ່ານ ຣໍເບີດ ຈອນສັນ.
ທັງສາມບໍລິສັດ ຄື ມູດີອານາລີຕິກ, ຊີເມັນ ເອຈີ ແລະ ທຣິມໂບ ອິງຄ໌ ແມ່ນເປັນ
ພວກເຄາະຮ້າຍຈາກການໂຈມຕີທີ່ວ່ານີ້ ຊຶ່ງໄດ້ມີຂຶ້ນລະຫວ່າງປີ 2011 ຫາເດືອນ
ພຶດສະພາ ປີ 2017 ນັ້ນ.