ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກ່າວຟ້ອງ ນັກເຈາະຂໍ້ມູນ ຊາວອີຣ່ານ 2 ຄົນ ໃນຂໍ້ຫາພະຍາຍາມ 'ສ້າງຄວາມແຕກແຍກ' ໃນການເລືອກຕັ້ງ ປີ 2020


ແມ່ຍິງຄົນນຶ່ງກຳລັງຂຽນລົງໃນບັດເລືອກຕັ້ງ ສຳລັບການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2020 ໃນເມືອງແຟຣແຟັກສ໌ (Fairfax) ຂອງລັດເວີຈີເນຍ, ວັນທີ 3 ພະຈິກ 2020.
ແມ່ຍິງຄົນນຶ່ງກຳລັງຂຽນລົງໃນບັດເລືອກຕັ້ງ ສຳລັບການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2020 ໃນເມືອງແຟຣແຟັກສ໌ (Fairfax) ຂອງລັດເວີຈີເນຍ, ວັນທີ 3 ພະຈິກ 2020.

ກະຊວງຍຸຕິທຳສະຫະລັດ ໄດ້ປະກາດກ່ຽວ​ກັບການກ່າວຟ້ອງຕໍ່ຊາວອີຣ່ານສອງຄົນ ໃນວັນພະຫັນວານນີ້ ໃນຂໍ້ກ່າວຫາ “ພວກເຂົາມີສ່ວນພົວພັນໃນທາງໄຊເບີ ເພື່ອພະຍາຍາມຂົ່ມຂູ່ ແລະໃຊ້​ອິດ​ທິ​ພົນ​ຊັກ​ຈູງຜູ້ທີ່ມີສິດອອກສຽງເລືອກຕັ້ງ​ຊາວ​ອາ​ເມ​ຣິ​ກັນ ແລະຮວມ​ທັງບ່ອນທຳລາຍຄວາມເຊື່ອໝັ້ນຂອງພວກມີສິດອອກສຽງເລືອກຕັ້ງແລະສ້າງຄວາມບາດໝາງກັນ, ທີ່ເຊື່ອມໂຍງກັບການເລືອກຕັ້ງປະທາ ນາທິບໍດີຂອງສະຫະລັດ ໃນປີ 2020” ອີງຕາມຖະແຫລງຂ່າວຂອງກະຊວງ.

ໃນລະຫວ່າງເດືອນສິງຫາ ແລະເດືອນພະຈິກຂອງປີ 2020 ທ້າວເຊເຢດ ໂມຮຳມັດ ໂຮເຊນ ມູຊາ ຄາຊີມີ (Seyyed Mohammad Hosein Musa Kazemi) ແລະທ້າວ ຊາຈາດ ຄາຊຽນ (Sajjad Kashian) ຖືກກ່າວຫາວ່າ ໄດ້ຂໍ້ມູນຂອງຜູ້ມີສິດເລືອກຕັ້ງຈາກຢ່າງໜ້ອຍເວັບໄຊນຶ່ງກ່ຽວກັບການເລືອກຕັ້ງຂອງລັດ ແລະຕໍ່ຈາກນັ້ນ ກໍໄດ້ນຳໃຊ້ຂໍ້ມູນດັ່ງ​ກ່າວ ເພື່ອສົ່ງອີເມລຂົ່ມຂູ່ຕ່າງໆນາໆ “ເພື່ອ​ຂູ່ເຂັນແລະແຊກ​ແຊງ​ຜູ້ມີສິດເລືອກຕັ້ງ.”

ພວກເຂົາຍັງຖືກກ່າວຫາວ່າ ພະຍາຍາມເຂົ້າຫາເວັບໄຊຕ່າງໆທີ່ກ່ຽວຂ້ອງກັບການເລືອກຕັ້ງຂອງລັດອື່ນໆນຳດ້ວຍ.

ທັງສອງຄົນດັ່ງກ່າວຍັງຖືກກ່າວຫາວ່າ ໄດ້ສ້າງແລະເຜີຍແຜ່ວີດີໂອ “ທີ່ມີຂໍ້ມູນບິດເບືອນກ່ຽວກັບຈຸດອ່ອນຕ່າງໆຂອງລະບົບພື້ນຖານໂຄງລ່າງການເລືອກຕັ້ງ.”

ນອກຈາກນັ້ນແລ້ວ ພວກເຂົາຖືກກ່າວຫາວ່າ “ເຂົ້າເຖິງເຄືອຂ່າຍຄອມພິວເຕີຂອງບໍລິສັດສື່ມວນຊົນສະຫະລັດ ໄດ້ຢ່າງສຳເລັດໂດຍບໍ່ໄດ້ຮັບອະນຸຍາດ” ຊຶ່ງກະຊວງຍຸຕິທຳ ກ່າວວ່າ ທັງສອງຄົນອາດນຳໃຊ້ມັນເພື່ອເຜີຍແຜ່ຂໍ້ມູນບິດເບືອນກ່ຽວກັບການເລືອກຕັ້ງຕື່ມອີກ. ແຜນການເຫຼົ່ານີ້ ອີງຕາມກະຊວງຍຸຕິທຳ ໄດ້ຖືກສະກັດກັ້ນ ໂດຍອົງການສັນຕິບານກາງ ຫຼື FBI ແລະລະບົບການການຮັກສາຄວາມປອດໄພທາງໄຊເບີຂອງສື່ມວນຊົນນັ້ນ.

“ສຳ​ນວນ​ຟ້ອງນີ້ ໃຫ້ລາຍລະອຽດຕ່າງໆ ວິທີທີ່ພວກຜູ້ຮ້າຍສອງຄົນ ໂດຍມີຫ້ອງການຕັ້ງຢູ່ໃນອີຣ່ານ ໄດ້ດຳເນີນການປຸກລະດົມ ທີ່ມີເປົ້າໝາຍ ໂດຍປະສານງານກັນເພື່ອທຳລາຍຄວາມເຊື່ອໝັ້ນໃນຄວາມຖືກຕ້ອງຂອງລະບົບການເລືອກຕັ້ງສະຫະລັດ ແລະເພື່ອສ້າງຄວາມແຕກແຍກກັນລະຫວ່າງຊາວອາເມຣິກັນ” ນັ້ນແມ່ນຄຳເວົ້າຂອງຜູ້ຊ່ວຍລັດຖະມົນຕີກະຊວງຍຸຕິທຳ ທ່ານແມັດທິວ ຈີ ໂອລເສັນ (Matthew G. Olsen) ຂອງພະແນກຄວາມໝັ້ນຄົງແຫ່ງຊາດ ກະຊວງຍຸຕິທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG