ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສ​ຫລ ແລະ ບັນ​ດາ​ຜູ້​ນຳ​ອິນ​ເດຍ ກ່າວ​ວ່າ ພວມ​ທຳ​ງານ ກ່ຽວ​ກັບ ຂໍ້​ຕົກ​ລົງ​ການ​ຄ້າ ທີ່​ສຳ​ຄັນ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ ທ່ານ​ນາ​ເຣນ​ດ​ຣາ ໂມ​ດີ ຈັບ​ມື​ກັນ ໃນ​ລະ​ຫວ່າງ ພ​ິ​ທີ​ຕ້ອນ​ຮັບ ທີ່​ເອີ້ນ​ວ່າ "Namaste Trump," ຢູ່​ທີ່​ສະ​ໜາມ​ກິ​ລາ​ Sardar Patel Gujarat, ​ວັນ​ຈັນ ທີ 24 ກ 2020 (AP Photo/Alex Brandon)
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ ທ່ານ​ນາ​ເຣນ​ດ​ຣາ ໂມ​ດີ ຈັບ​ມື​ກັນ ໃນ​ລະ​ຫວ່າງ ພ​ິ​ທີ​ຕ້ອນ​ຮັບ ທີ່​ເອີ້ນ​ວ່າ "Namaste Trump," ຢູ່​ທີ່​ສະ​ໜາມ​ກິ​ລາ​ Sardar Patel Gujarat, ​ວັນ​ຈັນ ທີ 24 ກ 2020 (AP Photo/Alex Brandon)

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ ທ່ານ​ນາ​ເຣນ​ດ​ຣາ ໂມ​ດີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້ ວ່າ​ປະ​ເທດ​ຂອງ​ພວກ​ເພິ່ນ​ທັງ​ສອງ ​ພວມ​ທຳ​ງານ​ຮ່ວມ​ກັນ ໃນ​ເລື້ອງ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ສຳ​ຄັນ ຫຼັງ​ຈາກ​ທີ່ ທັງ​ສອງ​ທ່ານ ໄດ້​ຈັດ​ກອງ​ປະ​ຊຸມ​ເຈ​ລະ​ຈາ ຢູ່​ໃນ​ນະ​ຄອນຫຼວງ​ນິວ ເດ​ລີ ໃນ​ວັນ​ສຸດ​ທ້າຍ​ຂອງ​ການ​ເດີນ​ທາງ​ຢ້ຽມ​ຢາມ​ອິນ​ເດຍ​ຂອງ​ທ່ານ​ທ​ຣຳ.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ “ທີມ​ງານ​ຂອງ​ພວກ​ເຮົາ ໄດ້​ທຳ​ຄວາມ​ກ້າວ​ໜ້າ​ຢ່າງຫຼວງ ຫຼາຍກ່ຽວ​ກັບ ຂໍ້​ຕົກລົງ​ການ​ຄ້າ​ຮອບ​ດ້ານ ແລະ ຂ້າ​ພະ​ເຈົ້າມີ​ຄວາມ​ຫວັງ​ໃນ​ແງ່​ດີວ່າ ພວກ​ເຮົາຈະ​ສາ​ມາດ​ບັນ​ລຸຂໍ້​ຕົກ​ລົງ ທີ່ມີ​ຄວາມ​ສຳ​ຄັນ​ທີ່​ຍິ່ງ​ໃຫຍ່ຕໍ່​ທັງ​ສອງ​ປະ​ເທດ.”

ທ່ານ​ຍັງ​ໄດ້​ປະ​ກາດຄວາມ​ສຳ​ເລັດ​ຂອງ​ຂໍ້​ຕົກ​ລົງ​ກັ​ບ​ອິນ​ເດ​ຍ ​ໂດຍທີ່ອິນ​ເດຍຈະ​ຊື້ເຮ​ລີ​ຄັອບ​ເຕີ​ໃນ​ມູນ​ຄ່າ 3 ພັນ​ລ້ານ​ໂດ​ລາ ແລະ​ອຸ​ປະ​ກອນ​ດ້ານ​ທະ​ຫານ​ອື່ນໆ ຈາກ​ສະ​ຫະ​ລັດ​ນຳ​ດ້ວຍ ແລະ​ໄດ້​ກ່າວ​ອີກວ່າ ປະ​ເທດ​ທັງ​ສອງໄດ້​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື ໃນ​ດ້ານ​ການ​ຕໍ່​ຕ້ານ​ການກໍ່​ການ​ຮ້າຍ ດ້ານ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ້ ແລະດ້ານ​ຄວາມ​ປອດ​ໄພ​ໃນ​ທາງ​ທະ​ເລ.

ທ່ານ​ທ​ຣຳ ໄດ້ຖະ​ແຫຼງ​ວ່າ ​ສາຍ​ສຳ​ພັນ​ລະ​ຫວ່າງ ສະ​ຫະ​ລັດແລະ​ອິນ​ເດຍ ​ຖືວ່າ “ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ​ຢ່າງ​ແນ່ນອນແບບບໍ່​ເຄີຍ​ມີ​ມາ​ກ່ອນ.”

ທ່ານ​ໂມ​ດີ ໄດ້​ກ່າວຍົກ​ຍ້ອງ​ທີ່​ຄ້າຍ​ຄື​ກັນ ໂດຍ​ກ່າວໄປ​ວ່າ ທ່ານ​ທ​ຣຳ ໄດ້​ເພີ້ມ​ການ​ຄ້າ​ຂາຍ ​ລະ​ຫວ່າງ​ທັງ​ສອງ​ປະ​ເທດຢ່າງແທ້​ຈິງ ​ແລະ​ໄດ້​ເຮັດ​ໃຫ້ສາຍ​ສຳ​ພັນ​ຍົກ​ຂຶ້ນສູ່ລະ​ດັບ​ສູງ​ກວ່າ​ເກົ່າ​.

ທ່ານ​ໂມ​ດີ ຍັງ​ໄດ້​ກ່າວ​ອີກວ່າ ທ່ານ ແລະ​ທ່ານ​ທ​ຣຳ ໄດ້​ຮັບ​ໝາກ​ຜົນ​ດີ​ໃນ​ການ​ເຈ​ລະ​ຈາ ​ໃນ​ຫຼາຍໆ​ດ້ານທີ່​ສຳ​ຄັນ ກ່ຽວ​ກັບ ​ການ​ເປັນ​ຄູ່​ພາ​ຄີຮ່ວມ​ກັນຂອງ​ທັງ​ສອງ​ປະ​ເທດ ທີ່​ປະ​ກອບ​ດ້ວຍ ​ດ້ານການ​ປ້ອງ​ກັນປະ​ເທດ ແລະ​ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ ແລະ​ການ​ຮ່ວມ​ມື​ດ້ານ​ເທັກ​ໂນ​ໂລ​ຈີ.

ກ່ອນ​ໜ້າ​ທີ່​ທ່ານ​ທ​ຣຳ ແລະ ທ່ານ​ໂມ​ດີ ຈະ​ກ່າວ​ຖະ​ແຫລງ ບັນ​ດາ​ເຈົ້າ​ໜ້າ​ທີ່​ອິນ​ເດຍ ໄດ້​ປະ​ກາດ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຫຼື MOU ກ່ຽວກັບ ສຸ​ຂະ​ພາບ​ທາງ​ຈິດ ແລະຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ​ດ້ານ​ການ​ແພດ ພ້ອມ​ດ້ວຍ ເອກ​ກະ​ສານ​ຂອງ​ການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ.

ໃນ​ຕອນ​ເຊົ້າ​ຂອງມື້​ດຽວ​ກັນນີ້ ທ່ານ​ໂມ​ດີ ແລະ ປະ​ທາ​ນາ​ທິ​ບໍ​ດີ ​ຣາມ ນາດ ໂກວິນ ໄດ້​ຕ້ອນ​ຮັບ​ທ່ານ​ທ​ຣຳ ຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ກ່ອນທ່ານ​ທ​ຣຳ ແລະ ພັນ​ລະ​ຍາ​ຂອງ​ທ່ານ ທ່ານ​ນາງ​ເມີລາ​ເນຍ ຈະ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ວາງ​ພວງ​ມາ​ລາ​ ​ທີ່​ອາ​ນຸ​ສາ​ວະ​ລີ​ຂອງທ່ານ​ມະ​ຫາ​ຕະ​ມະ ການ​ດີ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG