ທໍານຽບຫ້າແຈ ກ່າວວ່າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon
Panetta ໄດ້ປະຊຸມແບບໃຫ້ດອກອອກຜົນກັບຄູ່ຕໍາແໜ່ງຝ່າຍອິນເດຍ ກ່ອນ
ໜ້າການກ່າວຄໍາປາໄສກ່ຽວກັບນະໂຍບາຍຄວາມສໍາພັນດ້ານປ້ອງກັນປະເທດ ລະຫວ່າງສະຫະລັດກັບອິນເດຍ.
ກ່ອນການເຈລະຈາຫາລືກັນທີ່ກຸງນີວແດນລີ ໃນວັນພຸດມື້ນີ້ ທໍານຽບຫ້າແຈກ່າວ
ວ່າ ທ່ານ Panetta ແລະລັດຖະມົນຕີປ້ອງກັນປະເທດອີນເດຍ ທ່ານ A.K. Anthony
ຈະສົນທະນາກັນກ່ຽວກັບການເສີມຂະຫຍາຍຄວາມຮ່ວມມືທາງດ້ານທະຫານລະ
ຫວ່າງສອງປະເທດ. ລັດຖະມົນຕີປ້ອງກັນປະເທດສະຫະລັດຍັງໄດ້ໄປຮ່ວມ ໃນພິ
ທີວາງດອກພວງມາລາທີ່ອະນຸສາວາລີລະນຶກເຖິງພວກເສຍຊີວິດ ໃນສະໄໝສົງ
ຄາມຂອງອິນເດຍ ແລະໄດ້ຖືກຕ້ອນຮັບຈາກທະຫານກອງກຽດຕິຍົດ.
ທ່ານ Panetta ໄດ້ມ້ວນທ້າຍການຢ້ຽມຢາມອິນເດຍເປັນເວລາສອງມື້ ໃນລະ ຫວ່າງ
ທີ່ທ່ານໄດ້ສົນທະນາຫາລື ກ່ຽວກັບເລື່ອງຄວາມໝັ້ນຄົງຢູ່ໃນຂົງເຂດກັບບັນດາເຈົ້າ
ໜ້າທີ່ຂອງອີນເດຍ. ໂຄສົກກະຊວງປ້ອງກັນປະເທດສະຫະລັດຮ້ອຍເອກ John
Kirby ກ່າວກ່ຽວກັບການສົນທະນານີ້ວ່າ ຄວາມໝັ້ນຄົງຢູ່ໃນອັຟ ການິສຖານແມ່ນ
ມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບຄວາມສໍາພັນຂອງສະຫະລັດ ແລະປາກິສຖານ
ພ້ອມທັງບັນດາປະເທດອື່ນໆຢູ່ໃນຂົງເຂດ ແລະວ່າອິນເດຍໄດ້ ປະຕິບັດຕາມພັນ
ຄວາມຮັບຜິດຊອບຂອງຕົນ.
ອີນເດຍໄດ້ໃຫ້ການຊ່ວຍເຫລືອແກ່ອັຟການິສຖານ 2 ພັນລ້ານໂດລາ ແລະໃນເດືອນ
ຕຸລາທີ່ຜ່ານມານີ້ທັງສອງປະເທດໄດ້ລົງນາມໃນຂໍ້ຕົກລົງຍຸດທະສາດທີ່ໃຫ້ ຄຳໝັ້ນສັນ
ຍາວ່າ ຈະເສີມຂະຫຍາຍຄວາມສຳພັນດ້ານຄວາມໝັ້ນຄົງ ແລະເສດ ຖະກິດໃຫ້ລົງເລິກ
ກວ່າເກົ່າ. ອິນເດຍ ໄດ້ໃຫ້ການຊ່ວຍເຫລືອ ແກ່ກຳລັງຮັກສາ ຄວາມສະຫງົບຂອງ
ອັຟການິສຖານ ເພື່ອຕຽມຮັບມືກັບການຖອນກໍາລັງທະຫານນາໆຊາດ ທີ່ຈະສີ້ນສຸດ
ລົງ ໃນທ້າຍປີ 2014 ທີ່ຈະມາເຖິງນີ້.