ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີ Biden ແຫ່ງ ສຫລ ຢ້ຽມຢາມ ອິນເດຍ (ວີດີໂອ)


ຮອງປະທານາທິບໍດີ ສຫລ ທ່ານ Joe Biden (ຊ້າຍ) ຈັບມືກັບ ຮອງປະທານາທິບໍດີອິນເດຍ ທ່ານ Hamid Ansari ຂະນະທີ່ ພວກທ່ານຖ່າຍຮູບຮ່ວມກັນ ກ່ອນການປະຊຸມ ທີ່ກຸງ ນິວເດລີ (23 ກໍລະກົດ 2013)
ຮອງປະທານາທິບໍດີ ສຫລ ທ່ານ Joe Biden (ຊ້າຍ) ຈັບມືກັບ ຮອງປະທານາທິບໍດີອິນເດຍ ທ່ານ Hamid Ansari ຂະນະທີ່ ພວກທ່ານຖ່າຍຮູບຮ່ວມກັນ ກ່ອນການປະຊຸມ ທີ່ກຸງ ນິວເດລີ (23 ກໍລະກົດ 2013)
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ພວມຢູ່ທີ່ປະ
ເທດອິນເດຍ ເພື່ອຢ້ຽມຢາມເປັນເວລາ 4 ມື້ ທີ່ແນໃສ່ເພື່ອເສີມ
ຂະຫຍາຍ ຄວາມສຳພັນທາງດ້ານເສດຖະກິດ ແລະດ້ານການ
ທະຫານ. ດັ່ງທີ່ Arun Pande ຜູ້ສື່ຂ່າວຂອງວີໂອເອ ປະຈຳກຸງ
ນິວເດລີລາຍງານມານັ້ນ ສະຫະລັດມອງເຫັນວ່າ ອິນເດຍເປັນ
ພາກສ່ວນສຳຄັນ ຂອງນະໂຍບາຍ ລັດຖະບານທ່ານໂອບາມາ
ເພື່ອ ສ້າງຄວາມກຳເກິ່ງຄືນໃໝ່ ໄປສູ່ເຂດເອເຊຍ. ໄພສານ ມີ
ລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.


ການເດີນທາງໄປຢ້ຽມຢາມ ຂອງທ່ານ Joe Biden ແມ່ນການ
ຢ້ຽມຢາມອິນເດຍເທື່ອທຳອິດ ຂອງຮອງປະທານາທິບໍດີສະຫະ
ລັດ ໃນຮອບສາມທົດສະວັດ ແລະມີຂຶ້ນຫຼັງຈາກການໄປຢ້ຽມຢາມຂອງທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດພຽງ ບໍ່ເທົ່າໃດອາທິດ.

ການໃຫ້ຄວາມສົນໃຈຄືນໃໝ່ຂອງສະຫະລັດຕໍ່ອິນເດຍໃນໄລຍະສອງສາມເດືອນຜ່ານມາ
ນີ້ ມີຂຶ້ນໃນເວລາບໍ່ຮອດສອງປີ ລຸນຫຼັງທີ່ລັດຖະບານທ່ານໂອບາມາ ລະບຸວ່າ ປະເທດໃນ ເຂດເອເຊຍໃຕ້ດັ່ງກ່າວ ເປັນຜູ້ມີບົດບາດສຳຄັນໃນການສ້າງຄວາມກໍ້າເກິ່ງຄືນໃໝ່ໃນຍຸດ ທະສາດຂອງສະຫະລັດ ໂດຍການຫັນໄປສູ່ເຂດເອເຊຍ-ປາຊີຟິກ.

ທ່ານ Copalan Balachandran ເປັນເຈົ້າໜ້າທີ່ໃຫ້ຄຳແນະນຳຂອງສະຖາບັນການສຶກ ສາແລະວິເຄາະດ້ານປ້ອງກັນປະເທດ ທີ່ກຸງນິວເດລີ.

ທ່ານ Balachandran ເວົ້າວ່າ “ມັນບໍ່ແມ່ນ ຄືກັນກັບວ່າ ເສດຖະກິດຂອງເອເຊຍ ພວມເຕີບໃຫຍ່ຂະຫຍາຍໂຕນຶ່ງຮ້ອຍເທົ່າແລະເຂດອື່ນໆທັງໝົດຂອງໂລກບໍ່ໄປ
ບໍ່ມາ ແລ້ວທ່ານຈະເວົ້າວ່າ ໂອເຄ ຂ້າພະເຈົ້າຍັງຈະເບິ່ງເຂດເອເຊຍ ຄືກັນກັບ ທີ່ເຄີຍເບິ່ງມາແລ້ວເມື່ອ 10 ປີກ່ອນ ຫຼື 15 ຫຼື 20 ປີກ່ອນດ້ວຍຊໍ້າ. ມັນເປັນໄປ ບໍ່ໄດ້. ໃນລະດັບໃດລະດັບນຶ່ງ ການສ້າງຄວາມກໍ້າເກິ່ງຄືນໃໝ່ແມ່ນມີຄວາມຈຳ ເປັນຍ້ອນມີການປ່ຽນແປງເກີດຂຶ້ນ ນສະພາບແວດລ້ອມຂອງໂລກ ທັງໃນດ້ານ ການເມືອງແລະດ້ານເສດຖະກິດ.”


ໃນການໃຫ້ສໍາພາດ ແກ່ໜັງສືພິມ Times of India ໃນອາທິດນີ້ ຮອງປະທານາທິບໍດີ
Biden ໃຫ້ຂໍ້ສັງເກດວ່າ ການສິ້ນສຸດລົງຂອງສົງຄາມຢູ່ໃນສອງປະເທດອຳນວຍໃຫ້ສະ ຫະລັດຫັນມາສວຍເອົາໂອກາດ ທີ່ສະທ້ອນໃຫ້ເຫັນເຖິງສະພາບການໂຕຈິງຂອງໂລກ ທີ່ພວມມີການປ່ຽນແປງຢ່າງໄວວາ.

ທ່ານ Biden ຍັງໄດ້ກ່າວເຖິງຄວາມຈຳເປັນສຳລັບອິນເດຍ ຈີນແລະສະຫະລັດທີ່ຈະຕ້ອງ ດຳເນີນງານຮ່ວມກັນ ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຜົນປະໂຫຍດຮ່ວມກັນ ທາງດ້ານ ເສດຖະກິດແລະຄວາມໝັ້ນຄົງ.

ທ່ານ C. Raja Mohan ຈາກມູນນິທິສັງເກດການດ້ານການຄົ້ນຄວ້າກ່າວວ່າ ທັງກຸງນິວ ເດລີແລະວໍຊິງຕັນຕ່າງກໍມີເປົ້າໝາຍຮ່ວມກັນທີ່ບໍ່ຢາກເຫັນເຂດເອເຊຍຄອບງຳໂດຍຈີນ.

ທ່ານ C. Raja Mohan ເວົ້າວ່າ “ແຕ່ວ່າ ໃນຂະນະດຽວກັນອິນເດຍຈະບໍ່ແມ່ນພັນ ທະມິດແບບເກົ່າແກ່ດັ້ງເດີມ ຂອງສະຫະລັດ ທີ່ມີຄວາມກະຕືລືລົ້ນ ຢາກຈະສ້າງ ຄວາມກໍ້າເກິ່ງ ຫຼືຕ້ານຢັນຄວາມພະຍາຍາມຂອງຈີນ. ຂ້າພະເຈົ້າຄິດວ່າ ຈຸດປະ ສົງຮ່ວມກັນ ສຳລັບສະຫະລັດແລະອິນເດຍກໍຄື ພວກເຮົາຈະສ້າງຄວາມກໍ້າເກິ່ງ ດ້ານອຳນາດ ທີ່ໝັ້ນຄົງທຸ່ນທ່ຽງຢູ່ໃນເຂດເອເຊຍແບບໃດ ແລະຢູ່ໃນນັ້ນ ມັນຍັງ ມີບ່ອນສຳລັບອິນເດຍ ແລະສະຫະລັດທີ່ຈະຮ່ວມມືກັນ.”

Biden
please wait
Embed

No media source currently available

0:00 0:00:45 0:00


ການຮ່ວມມື ທີ່ສາມາດມີຂຶ້ນໄດ້ນີ້ ແມ່ນຈຸດເພັ່ງເລັງ ໃນການເດີນທາງ ໄປຢ້ຽມຢາມຂອງ ຮອງປະທານາທິບໍດີສະຫະລັດ ເພາະວ່າທ່ານ Biden ມີເປົ້າໝາຍ ທີ່ຈະຍົກລະດັບສາຍ ພົວພັນທາງດ້ານເສດຖະກິດ ປ້ອງກັນປະເທດແລະດ້ານພະລັງງານໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຈຸດສຳຄັນໃນບັນດາເປົ້າໝາຍເຫຼົ່ານີ້ກໍຄືເສີມຂະຫຍາຍການຄ້າສອງຝ່າຍຊຶ່ງໃນປັດຈຸບັນ ນີ້ແມ່ນມີມູນຄ່າ 100 ພັນລ້ານໂດລາ.

ການຮ່ວມມືເພີ້ມຂຶ້ນທາງດ້ານເສດຖະກິດ ບໍ່ແມ່ນວ່າຈະປາດສະຈາກການທ້າທາຍ. ບັນ ດາບໍລິສັດອາເມຣິກັນຈຳນວນນຶ່ງ ໄດ້ສະແດງຄວາມຜິດຫວັງ ຕໍ່ອັນທີ່ພວກເຂົາເຈົ້າເຫັນ
ວ່າເປັນບັນຍາກາດໃນການລົງທຶນທີ່ບໍ່ເປັນມິດຂອງອິນເດຍ. ສຳລັບອິນເດຍແລ້ວແມ່ນ ຮຽກຮ້ອງໃຫ້ສະຫະລັດປ່ຽນແປງນະໂຍບາຍຄົນເຂົ້າເມືອງທີ່ຈະເຮັດໃຫ້ເປັນການງ່າຍຂຶ້ນ ສໍາລັບພວກຄົນງານອິນເດຍ ທີ່ມີຄວາມຮູ້ຄວາມສາມາດສູງ ໃນການເຂົ້າສູ່ຕະຫຼາດວຽກ ງານຂອງສະຫະລັດ.

ທ່ານ C. Raja Mohan ກ່າວວ່າ ທັງໆທີ່ໄດ້ມີອຸບປະສັກເຫລົ່ານີ້ ຄວາມສຳພັນລະຫວ່າງ
ສະຫະລັດກັບອິນເດຍ ກໍກ້າວໜ້າມາໄກຫຼາຍ ໃນທົດສະວັດຜ່ານມາ.

ທ່ານ C. Raja Mohan ເວົ້າວ່າ “ກ່ອນນີ້ຖ້າຜູ້ໃດຜູ້ນຶ່ງເວົ້າວ່າການຮ່ວມມືລະຫວ່າງ ອິນເດຍກັບສະຫະລັດ ຈະມີຄວາມເຂັ້ມແຂງ ແລະມີການຂະຫຍາຍໂຕໄວຄືດັ່ງທີ່ ເປັນຢູ່ໃນທຸກມື້ນີ້ ກໍອາດມີບໍ່ເທົ່າໃດຄົນ ທີ່ເຊື່ອ ຄວາມເວົ້າດັ່ງກ່າວ ໃນເວລານັ້ນ. ແຕ່ຄວາມຈິງ ກໍຄືວ່າ ຍ້ອນມີຄວາມຄາດຫວັງໄວ້ສູງໂພດ ຈຶ່ງມີຄວາມຜິດຫວັງນໍາ ກັນ ຂອງທັງສອງຝ່າຍ.”

ພວກນັກວິເຄາະເວົ້າວ່າ ໃນຂະນະທີ່ການບໍ່ລົງຮອຍກັນຈຳນວນນຶ່ງອາດຈະບໍ່ໄດ້ຮັບການ ແກ້ໄຂແຕ່ການເດີນທາງໄປຢ້ຽມຢາມຂອງທ່ານ Biden ກໍແມ່ນຈະຊ່ວຍຫຼາຍໃນການເສີມ ຂະຫຍາຍຄວາມກ້າວໜ້າແລະຟື້ນຟູຄວາມເຊື່ອໝັ້ນໃນດ້ານການເມືອງ ລະຫວ່າງປະເທດ ທັງສອງ.

ໃນວັນອັງຄານວານນີ້ທ່ານ Biden ໄດ້ພົບປະເຈລະຈາກັບນາຍົກລັດຖະມົນຕີ Manmo-
han Singh ທີ່ຄາດວ່າ ຈະເດີນທາງມາຢ້ຽມຢາມສະຫະລັດ ພາຍໃນທ້າຍປີນີ້.

ໃນວັນພຸດມື້ນີ້ ທ່ານ Biden ໄປຢ້ຽມນະຄອນມຸມໄບ ເພື່ອກ່າວຄຳປາໄສ ໃນດ້ານນະໂຍ ບາຍ ທີ່ຕະຫຼາດຄ້າຮຸ້ນບອມເບ ແລະພົບປະກັບພວກຜູ້ນຳທຸລະກິດ ກ່ອນຈະອອກເດີນ ທາງຕໍ່ ໄປຍັງສິງກະໂປ ໃນວັນພະຫັດມື້ອື່ນ.

ເບິ່ງວີດິໂອກ່ຽວກັບ ຄ່າເງິນຣູປີຕົກ ຊຶ່ງເພີ້ມບັນຫາໃຫ້ແກ່ເສດຖະກິດຂອງອິນເດຍ:

Falling Rupee Adds to India’s Economic Woes
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ


XS
SM
MD
LG