ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສຫລ ແລະອິນເດຍ ສັນຍາ ຈະເພີ່ມ ການ​ຮ່ວມ​ມື ດ້ານຄວາມ​ປອດ​ໄພ ​ແລະ​​​ການ​ຄ້າ


ນາຍົກລັດຖະມົນຕີອິນ​ເດຍ Narendra Modi ໂອບກອດປະທາ
ນາທິບໍດີສະຫະລັດ ທ່ານທຣຳ ໃນຂະນະທີ່ທ່ານ Modi ອອກໄປຈາກທຳນຽບຂາວ, 26 ມິຖຸນາ, 2017.
ນາຍົກລັດຖະມົນຕີອິນ​ເດຍ Narendra Modi ໂອບກອດປະທາ ນາທິບໍດີສະຫະລັດ ທ່ານທຣຳ ໃນຂະນະທີ່ທ່ານ Modi ອອກໄປຈາກທຳນຽບຂາວ, 26 ມິຖຸນາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດາ​ໂນ​ລ ທຣຳ ​ແລະ​ນາຍົກລັດຖະມົນຕີອິນ​ເດຍ
ທ່ານ Narendra Modi ​ປະຕິຍານ​ທີ່​ຈະເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ຈະ​ເພີ່ມ​ການ​ຮັກສາ​
ຄວາມ​ປອດ​ໄພ​ແລະ​ການ​ພົວພັນ​ທາງ​ການ​ຄ້າ ຮ່ວມ​ກັນ.

ປະ​ເທດ​ທັງ​ສອງ “​ແມ່ນມອງ​ໄປ​ໃນ​ອານາ​ຄົດ​ຂ້າງ​ໜ້າ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​
ເພື່ອ​ສ້າງ​ຄວາມ​ວກ້າວໜ້າ​ໃຫ້​ແກ່​ອຸປະກອນ​ດ້ານ​ປ້ອງ​ກັນປະ​ເທດ ​ແລະ​ເທັກ​ໂນ​ໂລ​ຈີ ​
ໃນ​ລະດັບ​ທີ່ພໍ​ພຽງ ກັບພັນທະ​ມິດທີ່​ໃກ້ຊິດທັງຫຼາຍ ​ແລະ​ຄູ່​ພາຄີກັບ​ສະຫະລັດ,”

ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທຳນຽບຂາວ ​ໄດ້​ກ່າວ​ໃນ​ລາຍ​ງານ ​ເມື່ອ​ແລງ​ວັນ​ຈັນ​ວານ​ນີ້.

​ໂດຍການ​ປະກາດວ່າ ການ​ໂອ້​ລົມ​ສົນທະນາ​ຂອງ​ທ່ານ ​ກັບ​ປະທານາທິບໍດີ “​ປະສົບ​ຜົນ
ສຳ​ເລັດ​ຫຼາຍ ​ແລະ​ໃຫ້​ໝາກຜົນ,”
ຊຶ່ງ​ນາຍົກລັດຖະມົນຕີອິນ​ເດຍ ທີ່​ຢ້ຽມຢາມ ​ແລະ​ກ່າວ
​ເຖິງ​ເຈົ້າພາບດ້ວຍ​ການ​ໂອບ​ກອດ ​ໃນ​ສວນ​ກຸຫຼາບ ​ໃນ​ບົດ​ສະຫຼຸບ​ຂອງການ​ຖະ​ແຫຼງ
ຂອງ​ທັງ​ສອງ​ທ່ານ.

Trump and Modi Talk Security, Trade
please wait

No media source currently available

0:00 0:01:53 0:00

ພວກທ່ານ​ທັງ​ສອງ​ບໍ່​ໄດ້​ຮັບ​ເອົາ​ຄຳ​ຖາມ​ໃດໆ ຈາກ​ພວກ​ນັກ​ຂ່າວ​ປະຈຳ​ທຳນຽບຂາວ ​
ແລະ​ບັນດາ​ນັກ​ຂ່າວ​ຈາກ​ອິນ​ເດຍ.

ທ່ານ Modi ຍັງ​ໄດ້​ປະກາດ ການເພີ່ມ​ການປະສານ​ງານຮ່ວມ​ໃນ​ການ​ຕໍ່ສູ້​ກັບ​ພວກ
​ກໍ່​ການ​ຮ້າຍ ຊຶ່ງ​ຮວມທັງການ​ແບ່ງປັນ​ເລື່ອງ​ສືບ​ລັບ​ຕ່າງໆ​ນຳ.

ທ່ານ Modi ​ໄດ້ກ່າວຄຽງ​ຂ້າງ​ກັບ​ທ່ານ​ທຣຳ ​ວ່າ “ສິ່ງ​ທີ່​ເປັນ​ບຸລິມມະ​ສິດ​ສູງ​ສຸດ​
ໃນ​ຂະນະ​ນີ້ ​ແມ່ນທັງ​ສອງປະທານາທິບໍດີ​ ທຣຳ ​ແລະ​ຂ້າພະເຈົ້າ ​ແມ່ນ​ປົກ​ປ້ອງ​
ສັງຄົມ​ຂອງ​ພວກ​ເຮົາ​ຈາກ​ສິ່ງ​ທ້າ​ທາຍ​ໃນ​ໂລກ ​ເຊັ່ນ ການ​ກໍ່​ການ​ຮ້າຍ ​ແລະເປົ້າ​
ໝາຍ​ຂອງ​ພວກ​ເຮົາ​ນັ້ນ ກໍ​ແມ່ນ​ເພີ່ມ​ຄວາມ​ແຂງ​ແກ່ນ​ໃຫ້​ອິນ​ເດຍ​ແລະ​ສະຫະລັດ
ສອງ​ປະ​ເທດ​ເສລີ​ປະຊາທິປະ​ໄຕໃນ​ໂລກ.”

​ປະທານາທິບໍດີ​ສະຫະລັດ ​ໄດ້​ກ່າວ​ວ່າ New Delhi ​ແລະ​ວໍ​ຊີງ​ຕັນ ສາມາດ​ຈັດ​ຕັ້ງ
​ໃຫ້​ເປັນ​ແບບຢ່າງ ​ໃຫ້​ນາໆ​ປະ​ເທດ​ໃນ​ໂລກ ​ແລະ​ສ້າງຄວາມກ້າວໜ້າ ​ໃນ​ການ
​ເອົາ​ຊະນະ​ການ​ຂົ່​ມຂູ່ ​ແບບ​ເດີມໆ​ທັງຫຼາຍ​ ທັງ​ປວງນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG