ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ແລະ​ອິນ​ເດຍ ຫາ​ລື​ເລື້ອງ​ການ​ຮ່ວມ​ມື ດ້ານ​ປ້ອງ​ກັນ​ປະ​ເທດ


ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ ເວ​ລາ​ທ່ານ​ເດີນ​ທາງ​ໄປ​ເຖິງ​ ສູນ​ກາງ​ມາ​ເນັກ​ຊໍ ເພື່ອ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ທີ່​ນິວ​ເອ​ລີ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ ເວ​ລາ​ທ່ານ​ເດີນ​ທາງ​ໄປ​ເຖິງ​ ສູນ​ກາງ​ມາ​ເນັກ​ຊໍ ເພື່ອ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ທີ່​ນິວ​ເອ​ລີ ເມື່ອ​ວັນ​ທີ 5 ມິ​ຖຸ​ນາ 2023.

ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ແລະ​ອິນ​ເດຍ ພົບ​ປະ​ກັນ​ໃນ​ວັນ​ຈັນ​ວານນີ້ ທີ່​ນະ​ຄອນ​ຫຼວງ​ນິວ​ເດ​ລີ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ຫຼາຍໆ​ອາ​ທິດ​ກ່ອນ​ທີ່​ນາ​ຍົກ​ລັດ​ຖະ​ມົນຕີ​ອິນ​ເດຍ​ ​ທ່ານ​ນາ​ເຣັນ​ດ​ຣາ ໂມດ ເດີນ​ທາງ​ມາ​ຢ້ຽມ​ຢາມ​ວໍ​ຊິງ​ຕັນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ແມ່ນ​ຮວມ​ທັງ “ການ​ມາ​ບັນ​ຈົບ​ຄົບ​ກັນ​ຂອງ​ຜົນ​ປະ​ໂຫຍດ​ດ້ານ​ຍຸດ​ທະ​ສາດ ​ແລະ​ການ​ເສີມ​ຂະ​ຫຍາຍ​ ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ.”

ທ່ານ​ຊິງກ່າວ​ວ່າ “ການ​ເປັນ​ພາ​ຄີ​ລະ​ຫວ່າງ​ດິນ​ເດຍກັບ​ສະ​ຫະ​ລັດ ແມ່ນ​ມີ​ຄວາມ​ສຳ​ຄັນ ເພື່ອ​ຄ້ຳ​ປະ​ກັນ​ໃຫ້​ເຂດ​ອິນ​ໂດ​ປາ​ຊີ​ຟິກ ເປັນ​ເຂດ​ທີ່​ເສ​ລີ ເປີດກວ້າງ​ແລະ ປົກ​ຄອງ​ດ້ວຍ​ລະ​ບຽບ​ກົດ​ໝາຍ. ພວກ​ເຮົາ​ຫວັງ​ວ່າ ຈະ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ສະ​ຫະ​ລັດ​ຢູ່​ໃນ​ທົ່ວ​ຂົງ​ເຂດ​ ເພື່ອ​ເສີມ​ສ້າງ​ຄວາມ​ສາ​ມາດ​ແລະ​ເສີມ​ຂະ​ຫຍາຍ​ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ.”

ທ່ານອອ​ສ​ຕິນ​ໄດ້​ກ່າວ​ຍ້ອງ​ຍໍ​ທ່ານ​ຊິງ ຫຼັງ​ຈາກ​ການ​ພົບ​ປະ ໂດຍ​ເວົ້າ​ວ່າ ຄູ່​ຕຳ​ແໜ່ງ​ຝ່າຍ​ອິນ​ເດຍ​ຂອ​ງ​ທ່ານ “ໄດ້​ຊ່ວຍ​ແຜ້​ວ​ທາງ​ເພື່ອ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ເລິກ​ເຊິ່ງກວ່າ​ເກົ່າ ການ​ຊ້ອມ​ລົບ​ຮ່ວມ ແລະ​ການ​ແບ່ງ​ປັນ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ.”

ທ່ານ​ໂມ​ດີ ມີ​ກຳ​ນົດ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 22 ມີ​ຖຸ​ນານີ້.

ສະ​ຫະ​ລັດ​ພວມ​ຊອກ​ຫາ​ຊ່ອງ​ທ​າງ​ທີ່​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ອິນ​ເດຍ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕໍ່​ຕ້ານ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG