ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຈລະຈາລະຫວ່າງ ອິນເດຍແລະສະຫະລັດ


Semua orang di dunia perlu air untuk hidup, hematkan setiap tetesnya (foto diambil di Rawalpindi, Pakistan oleh Adeel Shabir).
Semua orang di dunia perlu air untuk hidup, hematkan setiap tetesnya (foto diambil di Rawalpindi, Pakistan oleh Adeel Shabir).

ອິນເດຍແລະສະຫະລັດມີກຳນົດທີ່ຈະເລີ້ມການເຈລະຈາ
ໃນລະດັບສູງເປັນ ເວລາ 4 ມື້ ທີ່ແນໃສ່ເພື່ອເສີມ
ຂະຫຍາຍຄວາມສຳພັນລະຫວ່າງປະເທດທັງ 2.

ລັດຖະມົນຕີການຕ່າງປະເທດອິນເດຍທ່ານ S.M.
KRISHNA ມີກຳນົດ ທີ່ຈະພົບປະກັບລັດຖະມົນຕີ
ການຕ່າງປະເທດສະຫະລັດທ່ານນາງຮິລລາຣີ ຄລິນຕັນ
ໃນວັນພະຫັດມື້ນີ້ ເພື່ອສົນທະນາຫາລືກ່ຽວກັບບັນຫາຕ່າງໆ ຮວມທັງຂໍ້ຕົກ ລົງການ
ຮ່ວມມືທາງດ້ານນິວເຄລຍ ແລະເຫດການໃນອັບການິດສະຖານແລະປາ ກິດສະຖານ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກໍມີກຳນົດທີ່ຈະໄປຮ່ວມ ງານລ້ຽງຮັບຮອງ
ຈັດເປັນກຽດແກ່ຄະນະຜູ້ແທນອິນເດຍ ໃນວັນພະຫັດມື້ນີ້.

ການປະຊຸມທີ່ວ່ານີ້ ແມ່ນພາກສ່ວນນຶ່ງໃນການສົນທະນາຫາລືທາງດ້ານຍຸ ທະສາດ
ລະຫວ່າງສະຫະລັດແລະອິນເດຍແບບທີ່ບໍ່ເຄີຍມີມາກ່ອນ ທີ່ແນໃສ່ເພື່ອ ກວມເອົາບັນຫາ
ຕ່າງໆ ໃນຂອບເຂດທີ່ກວ້າງຂວາງ. ເຈົ້າໜ້າທີ່ກ່າວວ່າ ການເຈ ລະຈາບາງສ່ວນແມ່ນ
ຈະເພັ່ງເລັງໃສ່ການຕໍ່ຕ້ານພວກກໍ່ການຮ້າຍ ເລື່ອງເທັກໂນ ໂລຈີຊັ້ນສູງ ໂຄງລ່າງພື້ນຖານ
ແລະການປ່ຽນແປງຂອງດິນຟ້າອາກາດ.

ໃນມື້ວານນີ້ ລັດຖະມົນຕີການຕ່າງປະເທດອິນເດຍໄດ້ຮຽກຮ້ອງໃຫ້ບໍລິສັດ ຂອງສະຫະລັດ
ແລະອິນເດຍ ເພີ້ມການຄ້າຂາຍແລະການລົງທຶນ ລະຫວ່າງປະ ເທດທັງ 2.

XS
SM
MD
LG