ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດແລະອິນເດຍ ກ່າວປ້ອງກັນ ຂໍ້ຕົກລົງການຄ້າສອງຝ່າຍ


ປະທານາທິບໍດີໂອບາມາ ແລະນາຍົກລັດຖະມຸນຕີ ມັນໂມຫັນ ສິງ ກ່ອນກອງປະຊຸມ
ຖະແຫລງຂ່າວ ທີ່ກຸງນີວເດລີ, ວັນທີ 8 ພະຈິກ 2010.
ປະທານາທິບໍດີໂອບາມາ ແລະນາຍົກລັດຖະມຸນຕີ ມັນໂມຫັນ ສິງ ກ່ອນກອງປະຊຸມ ຖະແຫລງຂ່າວ ທີ່ກຸງນີວເດລີ, ວັນທີ 8 ພະຈິກ 2010.

ປະທານາທິບໍດີ​ບາຣັກ​ ໂອ​ບາ​ມາ​ ​ແລະ​ທ່ານ​ມັນ​ໂມຫັນ ສິງ ນາຍົກ ລັດຖະມຸນຕີອິນ​ເດຍ
ກໍາລັງ​ຊອກ​ຫາ​ທາງ​ກໍາຈັດ​ຄວາມ​ເປັນຫ່ວງ​ຕ່າງໆໃຫ້​ໝົດ​ໄປ​ ກ່ຽວ​ກັບວ່າ ຂໍ້​ຕົກລົງ​ການ
ຄ້າ​ໃໝ່​ຈໍານວນ​ນຶ່ງຈະ​ນໍາ​ຜົນ​ປະ​ໂຫຍ​ດ ມາ​ໃຫ້​ປະ​ເທດ​ນຶ່ງ​ ຫລາຍ​ກ່ວາ​ອີກປະ​ເທດ​ນຶ່ງນັ້ນ.

ສະຫະລັດ​ໄດ້​ປະກາດ​ຂໍ້​ຕົກລົງ​ການ​ຄ້າຫລາຍ​ສະບັບ​ໄປ​ແລ້ວ​ ຊຶ່ງ​ຕົກ​ເປັນມູນ​ຄ່າ​ປະມານ 10
ຕື້​ດອນ​ລາ​ ສໍາລັບ​ພວກ​ສົ່ງ​ອອກ​ສິນຄ້າ​ຂອງ​ສະຫະລັດນັ້ນ ​ແຕ່ທັງ​ທ່ານ​ໂອ​ບາ​ມາ​ແລະ​ທ່ານ
ສິງຕ່າງ​ເວົ້າ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ໃໝ່​ນີ້ ຈະ​ນໍາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ທັງ​ສອງ​ຝ່າຍ ຕະຫລອດ​
ທັງຊ່ອຍ​ເຫລືອ​ເປົ້າ​ໝາຍ​ ໃນ​ການ​ເຮັດ​ໃຫ້ການ​ຄ້າ​ໂລກ ມີ​ຄວາມ​ສົມ​ດູ​ນຄືນ​ອີກ​ດ້ວຍ.

ທ່ານ​ສິງ​ຍັງ​ກ່າວ​ຕື່ມ​ວ່າ ຂໍ້​ຕົກລົງ​ການ​ຄ້າ​ໃໝ່​ນີ້ ​ແມ່ນ​ສໍາຄັນຕໍ່​ການ​ຮັກສາ​ອັດຕາ​ການ​ເຕີບ
ໂຕຂອງ​ເສດຖະກິດຂອງ​ອິນ​ເດຍ ​ແລະດຶງປະຊາ ຊົນອິນ​ເດຍຫລາຍໆ​ຄົນອອກ​ຈາກ​ຄວາມ
ທຸກ​ຈົນນໍາ​ດ້ວຍ ​ແລະທ່າ​ນສິງ​ຍັງ​ໄດ້​ກ່າວ​ປ້ອງ​ກັນ​ອິນ​ເດຍ ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ​ທີ່ວ່າການ​
ເຕີບ​ໂຕດ້ານ​ເສດຖະກິດ​ຂອງ​ອິນ​ເດຍ ​ມີ​ຂຶ້ນ​ບົນ​ຄວາມ​ເສຍ​ຫາຍ​ຂອງ​ສະຫະລັດ ຍ້ອນ​ວ່າ
ພວກ​ບໍລິສັດອາ​ເມ​ຣິ​ກັນ​ໄດ້​ພາກັນ​ສົ່ງ​ວຽກ​ຂອງ​ຕົນ ອອກ​ໄປເຮັດຢູ່ຕ່າງປະ​ເທດ ​ໂດຍ​ສະ
ເພາະ​ແລ້ວ​ ກໍ​ແມ່ນອິນ​ເດຍ ຍ້ອນ​ຄ່າ​ແຮງ​ງານ​ຖືກ​ກ່ວາ​ນັ້ນ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່​ບັນດານັກ
ຂ່າວ​ວ່າ ອິນ​ເດຍບໍ່​ຢູ່​ໃນທຸລະ​ກິດ ​ທີ່​ຈະ​ລັກ​ວຽກ​ການ​ຂອງ​ຄົນ​ອື່ນມາ​ເຮັດ.

ໃນ​ກອງ​ປະຊຸມ​ຖະ​ແຫ​ລງຂ່າວ​ຮ່ວມກັນ​ທີ່​ກຸງ​ນີວ​ເດ​ລີ​ໃນ​ວັນ​ຈັນ​ມື້​ນີ້ ພວກ​ຜູ້​ນໍາ​ທັງສອງ​ຍັງ
ໄດ້​ກ່າວ​ເຖິງ​ການ​ຂະຫຍາຍ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ໃນ​ດ້ານການພັດທະນາ​ພະລັງງານ
ສະອາດ ແລະ​ການ​ສຶກສາລະ​ດັບ​ສູງ​ນໍາ.

XS
SM
MD
LG