ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ ປາກິສຖານເຄື່ອນໄຫວ ກ່ຽວກັບຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ມູມບາຍ


ຫົວໜ້າແຄວ້ນ West Bengal ທ່ານນາງ Mamata Banerjee, (ຂ້າງຂວາ), ແລະທ່ານນາງ ຮີນລາຣີ ຄລິນຕັນ ພົບປະກັນທ່ີເມືອງ Kolkata, ອິນເດຍ.
ວັນທີ 7 ພຶດສະພາ 2012.
ຫົວໜ້າແຄວ້ນ West Bengal ທ່ານນາງ Mamata Banerjee, (ຂ້າງຂວາ), ແລະທ່ານນາງ ຮີນລາຣີ ຄລິນຕັນ ພົບປະກັນທ່ີເມືອງ Kolkata, ອິນເດຍ. ວັນທີ 7 ພຶດສະພາ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ປາ​ກິ​ສຖານ​ຈໍາ​ເປັນ​ຕ້ອງ​ທໍາ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານຜູ້​ກໍ່​ຕັ້ງ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ຖືກ​ກ່າວ​ຫາ​ວ່າ​ທໍາ​ການ​ໂຈມ​ຕີ​ຫຼາຍ​ບັ້ນ​ໃນ​ອິນ​ເດຍນັ້ນ. ​

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ເຊ່ນ​ນີ້​ໃນ​ໂຮງການ​ເມືອງ​ໃນ​ວັນ​ຈັນ​ມື້​ນີ້​ທີ່​ເມືອງ Kolkata ທ່ານ
​ນາງຄລິນ​ຕັນ​ກ່າວ​ວ່າ ປາ​ກິ​ສຖານ​ບໍ່ໄດ້ທໍາການ​ເຄື່ອນ​ໄຫວ​ຕາມ​ຄໍາ​ຮຽກຮ້ອງ​ຂອງ​ສະຫະ
ລັດ​ແລະ​ອິນ​ເດຍ​ເພື່ອຈັບ​ກຸມ ຫຼື​ດໍາ​ເນີນ​ຄະດີ​ນາຍ Hafiz Mohammad Saeed ຊຶ່ງຜູ້
ກ່ຽວ​ເປັນ​ຜູ້​ກໍ່​ຕັ້ງ​ກຸ່ມ Lashkar e-Taiba ທີ່​ມີ​ຖານ​ປະຕິບັດ​ງານຢູ່​ໃນ​ປາ​ກິ​ສຖານ ຊຶ່ງ​ຖືກ
​ກ່າວ​ຫາ​ວ່າ ທໍາ​ການວາງ​ແຜນ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ໃນ​ປີ 2008 ​ໃນ​ນະ​ຄອບ​ບອມ​ໃບ ທີ່
​ໄດ້​ສັງຫານ​ຜູ້​ຄົນ166 ຄົນ​ຮວມທັງ​ຄົນ​ອາ​ເມຣິກັນ 6 ຄົນ​ນນັ້ນ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ສະຫະລັດ​ເຊື່ອ​ວ່າ​ນາຍ Ayman al-Zawahiri​ ຫົວໜ້າ​ກຸ່ມ
ອານ ກາ​ອິດາ ຢູ່​ໃນ​ປາ​ກິ​ສຖານ​ເຊ່ນ​ກັນ. ຫົວໜ້າ​ນັກ​ການ​ທູດ​ສະຫະລັດ​ທ່ານ​ນີ້ ​ໄດ້ຮຽກ
ຮ້ອງ​ໃຫ້​ອິນ​ເດຍຕັດ​ການ​ສົ່ງ​ເຂົ້າ​ນໍ້າມັນຂອງ​ຕົນ​ຕື່ມ​ອີກ​ຈາກ​ອີຣ່ານ ​ໃນ​ຖານະ​ເປັນ​ພາກ
ສ່ວນ​ນຶ່ງ​ຂອງ​ການ​ປຸກລະດົມ​ສືບ​ຕໍ່​ໄປ​ເພື່ອກົດ​ດັນ​ກຸງ​ເຕຫະຣ່ານ ກ່ຽວ​ກັບ​ໂຄງການ​ນີວ
​ເຄລຍຂອງ​ຕົນ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.

​ທ່ານ​ນາງຄລິນ​ຕັນ ​ໄດ້​ກ່າວ​ຍ້ອງຍໍ​ອິນ​ເດຍສໍາລັບ​ການ​ຫລຸດຜ່ອນ​ລົງ​ໃນການ​ຊື້​ນໍ້າມັນ​ຈາກ
​ອີຣ່ານທີ່​ອິນ​ເດຍ​ໄດ້​ເຮັດ​ມາ​ແລ້ວ​ນັ້ນ ​ແຕ່​ກ່າວ​ວ່າ ມີ​ນໍ້າມັນ​ພຽງພໍ​ຈາກ​ຕະຫຼາດ​ອື່ນໆ​ສໍາລັບ
​ທໍາ​ການຕັດ​ການ​ນໍາ​ເຂົ້າ​ນໍ້າມັນ​ຕື່ມ​ອີກ​ນັ້ນ.

ອິນ​ເດຍຕ້ອງການ​ພະລັງງານ​ຢ່າງ​ຫຼວງ​ຫຼາຍ​ຈາກ​ການ​ເຕີບ​ໂຕ​ຂຶ້ນຢາງ​ໄວ ​ແລະ​ໄດ້​ທໍາ​ການ
​ຕໍາ​ໜິຕິຕຽນ​ກົດໝາຍ​ຂອງ​ສະຫະລັດ​ມາທີ່​ວາງ​ການ​ລົງ​ໂທດ​ຕໍ່​ພວກ​ທະນາຄານ​ຈາກ​ປະ​ເທດ
​ຕ່າງໆ​ທີ່​ຊື້​ນໍ້າມັນ​ຂອງ​ອີຣ່ານນັ້ນ.

XS
SM
MD
LG