ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອາເມຣິກັນ ສະຫລອງວັນເອກະລາດ (ເບິ່ງວີດີໂອພາສາອັງກິດ)


ເດັກນອຍຮວມສະຫລອງວັນເອກະລາດຂອງສະຫະລັດ ທນະຄອນບອສຕັນ, ລັດແມັສຊາຈູແຊັສ, ວັນທີ 4 ກໍລະກົດ 2011.
ເດັກນອຍຮວມສະຫລອງວັນເອກະລາດຂອງສະຫະລັດ ທນະຄອນບອສຕັນ, ລັດແມັສຊາຈູແຊັສ, ວັນທີ 4 ກໍລະກົດ 2011.

ຊາວ​ອະ​ເມ​ຣິກັນ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ເອກ​ກະລາດ​ໃນ​ວັນ​ຈັນ​ວານ​ນີ້​ຄົບ​ຮອບ 235 ປີ ທີ່
ບັນດາຜູ້ກໍ່ຕັ້ງສະຫະລັດ​ໄດ້​ປະກາດເອກກະລາດຢ່າງເປັນທາງການ​ຈາກ​ປະ​ເທດ​ອັງກິດນັ້ນ.

ວັນ​ດັ່ງກ່າວຊຶ່ງເປັນວັນທີ່ທຸກໆ​ຄົນຮູ້​ຈັກກັນໃນນາມວັນ​ທີ 4 ກໍລະກົດນັ້ນຊາວ​ອະ​ເມ​ຣິກັນ​
ມ່ວນ​ຊື່ນ​ສະນຸກສະໜາ​ນ​ ຊົມ​ການ​ເດີນ​ສວນ​ສະໜາມ​ ຈູດ​ບັ້ງ​ໄປ​ດອກ​, ກິນເຂົ້າປ່າປິກນິກ,
ຫຼິ້ນກາ​ນກີລາ, ​ແລະໄປເບິ່ງການສະ​ແດງ​ດົນຕີ​ຕ່າງໆ. ໃນ​ການເອ້ຍ້ອງເນື່ອງໃນວັນສະຫຼອງ
ວັນ​ທີ 4 ກໍລະກົດດັ່ງກ່າວ​ນີ້​ຈະ​ມີ​ການ​ໃຊ້​ສີ​ແດງ​, ຂາວແລະຟ້າ ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ​ທຸງ
ຊາດ​ອາເມຣິກາ.

ການ​ຈູດ​ບັ້ງ​ໄຟ​ດອກ​ທີ່​ຈັດ​ກັນ​ມາ​ເປັນ​ປະ​ເພນີ​ນັ້ນ​ໄດ້​ຮຸ່ງ​ກະຈາຍ​ເຕັມທ້ອງຟ້າ​ທັງ​ຫົວ​ເມືອງ
ນ້ອຍ​ ຮວມທັງ New York ແລະ Philadelphia ບ່ອນ​ທີ່​ຄຳປະກາດເອກກະ ​ ສ່ວນທີ່
ກຸງ Washington ນະຄອນຫຼວງຂອງ​ສະຫະລັດນັ້ນ. ຜູ້​ຄົນ​ຈໍ​ານວນ​ນັບ​ເປັນພັນໆຄົນ
ໄດ້ໄປ​ເຕົ້າ​ໂຮມ​ກັນ​ທີ່ເດີນສະໝາ​ມຫຼວງທີ່ເອີ້ນກັນວ່າ National Mall ​ເພື່ອຊົມ​ການຈູດ
ບັ້ງໄຟດອກປະຈຳປີ​ແລະ​ການສະແດງ​ດົນຕີ ທີ່​ປະກອບ​ສ່ວນ​ໂດຍເຫຼົ່າດາຣາ​ແລະ​ພວກນັກ
ຮ້ອງ​ຊື່ດັງ​ທັງຫຼາຍ.

ໄດ້​ມີ 100 ຄົນ​ທີ່ໂອນ​ສັນຊາດ​ເປັນ​ປະຊາຊົນອະ​ເມຣິກັນ​ ໄດ້​ເຂົ້າ​ຮ່ວມ​ພິທີ​ສາບານ​ຕົນ​ທີ່
Mount Vernon ​ໃນ​ລັດ Viginir ​ໃກ້ໆ​ກັບນະຄອນຫຼວງ Washington ຊຶ່ງເປັນເຮືອນ
ຂອງທ່ານ George Washington ປະທານາທິບໍດີຄົນທໍາອິດຂອງສະຫະລັດ. ທ່ານ ບາ
ຣັກ ​ໂອ​ບາ​ມາ ປະທານາທິບໍດີຄົນປະຈຸບັນກໍໄດ້ເປັນເຈົ້າພາບຈັດລ້ຽງອາຫານຄໍ່າແບບ BBQ
ໃຫ້ກັບພວກທະຫານທີ່ຮັບໃຊ້ຊາດແລະຄອບຄົວຢູ່ທໍານຽບຂາວ

XS
SM
MD
LG