ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອາເມຣິກາສະຫລອງວັນເກີດ ຄົບຮອບ 234 ປີ


ສີສັນ​ຂອງບັ້ງ​ໄຟ​ດອກ​ໄດ້ສະຫວ່າງ​ສະ​ໄຫວ​ ໄປ​ທົ່ວ​ທ້ອງຟ້າ​ໃນ​ກຸງວໍ​ຊິງ​ຕັນ ທ່ີ​ນະຄອນ​ນີວຢອກ​ແລະຫົວ​ເມືອງ​ຕ່າງໆ​ໃນ​ທົ່ວສະຫະລັດ​ ໃນ​ຄືນ​ວັນ​ອາທິດ​ວານ​ນີ້​ ໃນ​ຂະນະ​ທ່ີ​ປະ​ເທດນີ້ສະ​ເຫລີມສະ​ຫລອງ​ວັນ​ຄ້າຍ​ວັນ​ເກີດ​ ຄົບຮອບ 234 ປີ.

ວັນ​ຊາດ ທີ 4 ກໍລະກົດ ​ເປັນ​ວັນ​ລະ​ລຶກເຖິງໂອກາດ​ໃນ​ປີ 1776 ​ເວລາ 13 ອະ​ນາ​ນິຄົມ​ຫລື​ຫົວ​ເມືອງ​ຂຶ້ນ​ຂອງ​ອັງກິດ​ ປະ​ກາດໂຕ​ເປັນ​ເອກ​ກະລາດ​ ໃນ​ປາງ​ສົງຄາມ​ປະຕິວັດ​ຂອງ​ອະ​ເມຣິກາ.

ທ່ີ​ກຸງ​ວໍ​ຊິງ​ຕັນ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ປີ້ງ​ຊີ້ນ barbecues ສະ​ແດງ​ດົນຕີ concert ​ແລະ​ຊົມການ​ຈູດ​ກະ​ໂພ​ກ​ແລະ​ບັ້ງ​ໄຟ​ດອກ ​ແກ່​ພວກ​ທະຫານ​ພ້ອມ​ດ້ວຍ​ຄອບຄົວ​ປະມານ 1200 ຄົນ​ ທ່ີ​ທຳນຽບຂາວ.

ໃນ​ທົ່ວ​ປະ​ເທດ ຊາວ​ອະ​ເມຣິກັນ​ພາ​ກັນ​ຊຸມ​ເຂົ້າ​ກິນ​ປີ້ງ​ຊີ້ນ barbecues ​ແລະ​ຊົມ​ການ​ເດີນ​ສວນສະໜາມ​ແລະເຂົ້າ​ຮ່ວມ​ກິດຈະກຳ​ອື່ນໆ​ ໃນ ຂະນະ​ທ່ີ​ພວກ​ເຂົາ​ເຈົ້າ​ສະ​ເຫລີ​ມສະຫລອງ​ວັນ​ເອກ​ກະລາດຂອງ​ເຂົາ​ເຈົ້າ. ການສະ​ເຫລີ​ມສະຫລອງ​ໄດ້ມີ​ຂຶ້ນໃນ​ຫົວ​ເມືອງ​ນ້ອຍໃຫຍ່ ໃນທົ່ວປະເທດ ເຊັ່ນ​ໃນ​ນະຄອນ Philadelphia ຊຶ່ງ​ເປັນ​ບ່ອນ​ທ່ີ​ໄດ້​ມີ​ການຮັບຜ່ານເອົາ ຄຳ​ປະກາດເອກ​ກະລາດ​ ໃນ​ວັນ​ທີ 4 ກໍລະກົດ​ ປີ 1776 ນັ້ນ ​ແລະ ທ່ີ​ກຸງ​ວໍ​ຊິງ​ຕັນ ນະຄອນ ຫລວງ​ຂອງ​ສະຫະລັດ ບ່ອນ​ທີ່​ມີການສະ​ແດງ​ ພິທີລົງ​ນາມ​ໃນ​ຄຳ​ປະກາດເປັນເອກ​ກະລາດ​ຈາກ​ອັງກິດ​ນັ້ນ.

XS
SM
MD
LG