ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະຫະລັດສະຫລອງ ວັນເອກະລາດ


ການຈູດບັງໄຟດອກສະຫລອງວັນເອກະລາດທີ່ກຸງວໍຊິງຕັນ
ການຈູດບັງໄຟດອກສະຫລອງວັນເອກະລາດທີ່ກຸງວໍຊິງຕັນ
















ວັນ​ຈັນ​ມື້​ນີ້​ເປັນ​ວັນ​ເອກະລາດ​ຂອງ​ສະຫະລັດ ວັນພັກ​ທີ່​ເອີ້ນ​ກັນ​ຢ່າງບໍ່​ເປັນ​ທາງ​ການ​ວ່າ ວັນ​ທີ 4 ກໍລະກົດຫລື July 4th ນັ້ນ. ໃນ​ມື້​ນີ້ ຊາວ​ອະ​ເມຣິກັນພາກັນ ສະ​ເຫລີ​ມສະຫລອງ​ວັນ​ທີ່ບັນ​ພະບູ​ລຸດຜູ້​ກໍ່​ຕັ້ງ​ປະ​ເທດ​ຂ​ອງພວກ​ເຂົາ​ເຈົ້າ ປະ​ກາດເປັນເອກະລາດ​ຈາກ​ອັງກິດ​ໃນ​ປີ 1776 ນັ້ນ ດ້ວຍ​ການ​ກິນ​ເຂົ້າຊຸມ​ກັນ​ຫລື picnic ຊົມການ​ເດີນ​ສວນສະໜາມ​ແລະ​ການສະ​ແດງ​ດົນຕີ concert ​ໃນ​ສະຖານ​ທີ່​ແຫ່ງ​ຕ່າງໆ.

ຈະ​ມີ​ການ​ຈູດ​ບັງ​ໄຟ​ດອກ​ໃນ​ຍາມ​ກາງຄືນ​ໃນ​ທົ່ວ​ຫົວ​ເມືອງ​ນ້ອຍ​ແລະ​ຫົວເມືອງ​ໃຫຍ່ ຮວມທັງ​ໃນ​ກຸງ​ວໍ​ຊິງ​ຕັນ ນະຄອນ​ນີວຢອກ ​ແລະ​ນະຄອນ​ຟີ​ລາ​ແດລ​ເຟຍ ບ່ອນ​ລົງ​ນາມ​ໃນ​ຄໍາປະກາດເອກະລາດນັ້ນ.

ໃນ​ມື້​ນີ້ ຊາວ​ຕ່າງ​ດ້າວ ຈໍານວນ 100 ຄົນ​ ຈະໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ສາບານ​ໂຕ​ ​ເປັນ​ພົນລະ​ເມືອງ​ໃໝ່​ຂອງ​ສະຫະລັດ ທ່ີ Mount Vernon ​ໃນ​ລັດ Virginia ນອກ​ກຸງ​ວໍ​ຊິງ​ຕັນ​ດີ​ຊີ ຊຶ່ງ​ເປັນ​ເຮືອນ​ຂອງ​ມື້​ລາງທ່ານ George Washington ປະທານາທິບໍດີ​ຄົນ​ທໍາ​ອິດ​ຂອງ​ສະຫະລັດ ຫລັງ​ຈາກ​ປະກາດ​ເອກະລາດ​ແລ້ວ​ນັ້ນ ແລະທ່ານ​ບາຣັກ​ ໂອ​ບາ​ມາ ປະທາ
ນາທິບໍດີ​ຄົນ​ປັດຈຸບັນ​ຂອງ​ປະ​ເທດ ​ຈະເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງອາຫານ barbecue ຫລື
ປີ້ງ​ຊີ້ນ​ໃຫ້​ແກ່ພວກ​ທະຫານຈໍາ​ນວນ​ນຶ່ງ ​ພ້ອມ​ດ້ວຍສະມາຊິກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ທີ່​ສະ
ໜາມ​ຫຍ້າ​ຂອງທໍານຽບຂາວ ​ພ້ອມ​ທັງ​ມີການສະ​ແດງ​ດົນຕີ concert ນໍາ.

XS
SM
MD
LG