ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນ ໃນການປາບປາມປະຊາຊົນ ຢູ່ໃນຮົງກົງ


ແຟ້ມຮູບ-ພະຄາດີນານໂຈເຊັບ ເຊິນ, ອະດີດພະ​ສັງ​ຄະ​ຣາດຮົງກົງ, ໃນລະຫວ່າງການໃຫ້ສໍາພາດ, ເມື່ອວັນທີ 9 ກຸມພາ 2018
ແຟ້ມຮູບ-ພະຄາດີນານໂຈເຊັບ ເຊິນ, ອະດີດພະ​ສັງ​ຄະ​ຣາດຮົງກົງ, ໃນລະຫວ່າງການໃຫ້ສໍາພາດ, ເມື່ອວັນທີ 9 ກຸມພາ 2018

ສະຫະລັດ ໄດ້ຮ່ວມສະແດງຄວາມເປັນຫ່ວງນໍາສໍານັກວາຕິກັນ ກ່ຽວກັບກໍລະນີທີ່ຕໍາຫຼວດຮົງກົງ ໄດ້ຈັບໂຕຄາດີນານຄົນສໍາຄັນຂອງສາສະໜາກາໂຕລິກ ແລະນັກເຄື່ອນໄຫວເພື່ອປະຊາທິປະໄຕ ຄົນ​ອື່ນໆ ໃນຂໍ້ຫາທາງດ້ານຄວາມໝັ້ນຄົງແຫ່ງຊາດ.

ພະຄາດີນານໂຈເຊັບ ເຊິນ (Joseph Zen), ອາຍຸ 90 ປີ ເຊິ່ງເປັນຄາດີນານຂອງສາສະໜາກາໂຕລິກ ແລະເປັນອະດີດສັງ​ຄະ​ລາດຂອງຮົງກົງ, ຖືກຈັບໂຕໃນມື້ວັນພຸດວານນີ້ ໃນຂໍ້ກ່າວຫາກ່ຽວກັບການສົມຮູ້ຮ່ວມຄິດກັບກອງກໍາລັງຕ່າງຊາດ. ເພິ່ນເປັນນັກວິຈານທີ່ຮຸນແຮງຕໍ່ລັດຖະບານປັກກິ່ງ. ຫຼັງຈາກນັ້ນ ຄາດີນານເຊິນ ໄດ້ຖືກປ່ອຍດ້ວຍການປະກັນໂຕ.

ທ່ານເຄີຣ໌ຕ ແຄັມແບລ (Kurt Campbell), ຜູ້ປະສານງານດ້ານສະພາຄວາມໝັ້ນຄົງແຫ່ງຊາດ ສໍາລັບຂົງເຂດອິນໂດ-ປາຊີຟິກ ປະຈໍາທໍານຽບຂາວ ກ່າວວ່າ “ພວກເຮົາໄດ້ເຫັນຄວາມຫຍຸ້ງຍາກເປັນບາດກ້າວຢູ່ໃນຮົງກົງ ເພື່ອກົດດັນ ແລະ ເພື່ອກວດລ້າງກຸ່ມສັງຄົມພົນລະເຮືອນ” ແລະມີຄວາມກັງວົນໂດຍລວມ ກ່ຽວກັບການປາບປາມປະຊາຊົນຜູ້ທີ່ “ສະແດງຄວາມຄິດເຫັນທັງທາງດ້ານສື່ມວນຊົນ, ວົງການສາສະໜາ ແລະສະຖາບັນການສຶກສາ.”

ຮອງໂຄສົກປະຈໍາທໍານຽບຂາວ ທ່ານນາງຄາຣິນ ຊັງ-​ປີແອ (Karine Jean-Pierre) ກໍໃຫ້ຄວາມສໍາຄັນ ກ່ຽວກັບເລື້ອງນີ້ເຊັ່ນກັນ.

“ເສລີພາບໃນການສະແດງອອກ ແມ່ນມີຄວາມສໍາຄັນຕໍ່ຄວາມຮຸ່ງເຮືອງແລະໝັ້ນຄົງທາງສັງຄົມ,” ທ່ານນາງ​ຊັງ-ປີ​ແອ ກ່າວກັບນັກຂ່າວຢູ່ເທິງເຮືອບິນ ແອຟອສວັນ. “ພວກເຮົາຂໍໃຫ້ເຈົ້າໜ້າທີ່ ຈີນ ແລະ ຮົງກົງ ຈົ່ງຍຸຕິການແນເປົ້າໝາຍໃສ່ຜູ້ສະໜັບສະໜຸນຊາວຮົງກົງເຫຼົ່ານີ້ ແລະຂໍໃຫ້ປ່ອຍໂຕຜູ້ທີ່ຖືກກັກຂັງຢ່າງບໍ່ຍຸຕິທໍາ ແລະ ຖືກຕັ້ງຂໍ້ຫາເຫຼົ່ານັ້ນໃນທັນທີ ເຊັ່ນພະຄາດີນານ ໂຈເຊັບ ເຊິນ ພ້ອມທັງຜູ້ທີ່ຖືກຈັບຄົນອື່ນໆ...”

ໂຄສົກປະຈໍາສໍານັກວາຕິກັນ ທ່ານມັຕຕິໂອ ບຣູນີ (Matteo Bruni) ກ່າວທີ່ວາຕິກັນວ່າ “ສຳ​ນັກ​ວາ​ຕິ​ກັນ ໄດ້ຮຽນຮູ້ດ້ວຍຄວາມກັງວົນກ່ຽວກັບຂ່າວການຈັບໂຕພະຄາດີນານ ເຊິນ ແລະກໍາລັງດໍາເນີນການຕິດຕາມການເຄື່ອນໄຫວ ກ່ຽວກັບບັນຫານີ້ເປັນຢ່າງສູງ.”

ໂຄສົກຂອງລັດຖະບານຮົງກົງ ກ່າວກັບນັກຂ່າວ VOA ວ່າ ຈະໃຫ້ຄໍາຖະແຫຼງ ການໃນທັນທີ ເມື່ອໃດທີ່ຖະແຫຼງການດັ່ງກ່າວນັ້ນ ໄດ້ມີອອກມາ.

ນັກວິຈານກ່າວວ່າ ອິດສະຫຼະພາບໃນການປາກເວົ້າ ແລະການຊຸມນຸມຢູ່ໃນຮົງກົງ ແມ່ນໄດ້ມີ​ການ​ເຊື່ອມ​ຖອຍຢູ່ໃນຮົງກົງ, ເນື່ອງຈາກລັດຖະບານປັກກິ່ງໄດ້ໃຊ້ອໍານາດຄວບຄຸມຢ່າງ​ເຂັ້ມ​ງວດ ຢູ່ໃນອະດີດອານານິຄົມເກົ່າຂອງອັງກິດໃນບໍ່ເທົ່າໃດປີທີ່ຜ່ານມານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG