ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ສາບານໂຕ ເຂົ້າຮັບຕຳແໜ່ງ ສະໄໝທີ 2 (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ສາບານໂຕ ເຂົ້າຮັບຕຳແໜ່ງ ຕໍ່ໜ້າຜູ້ພິພາກສາສານສູງສຸດ ທ່ານ John Roberts ຂະນະທີ່ສະຕີໝາຍເລກນຶ່ງ ຢືນເບິ່ງ (21 ມັງກອນ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ສາບານໂຕ ເຂົ້າຮັບຕຳແໜ່ງ ຕໍ່ໜ້າຜູ້ພິພາກສາສານສູງສຸດ ທ່ານ John Roberts ຂະນະທີ່ສະຕີໝາຍເລກນຶ່ງ ຢືນເບິ່ງ (21 ມັງກອນ 2013)

ຊາວອາເມຣິກັນພາກັນ ສະເຫຼີມສະຫຼອງ ການສາບານໂຕເຂົ້າຮັບຕຳແໜ່ງ ສະໄໝທີສອງ ຂອງປະທານາທິບໍດີ ບາຣັກ ໂອບາມາ ທີ່ນະຄອນຫຼວງຂອງສະຫະລັດ ເມື່ອວັນຈັນຜ່ານມານີ້.

ໃນວັນຈັນຜ່ານມານີ້ ຊຶ່ງສ່ວນໃຫຍ່ແລ້ວ ເປັນມື້ທີ່ແດດອອກ ແຕ່
ໜາວເຢັນ ມີປະຊາຊົນຈຳນວນຫຼາຍຮ້ອຍພັນຄົນພາກັນໄປເບິ່ງ ພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີບາຣັກ ໂອ
ບາມາ ຊຶ່ງຈັດຂຶ້ນທາງດ້ານໜ້າ ກໍ້າຕາເວັນຕົກຂອງຕຶກຫໍລັດຖະ
ສະພາສະຫະລັດ.

ຫົວໜ້າສານສູງສຸດ John Roberts ເປັນຜູ້ປະກອບພິທີສາບານ
ໂຕໃຫ້ປະທານາທິບໍດີ ໂອບາມາ ຄືກັບເມື່ອ 4 ປີກ່ອນ.

Roberts “I, Barack Hussein Obama, do solemnly
swear….”
Obama “I, Barack Hussein Obama, do solemnly
swear….”


ທ່ານໂອບາມາ ແລະຮອງປະທານາທິບໍດີ ທ່ານ Joe Biden ໄດ້ສາບານໂຕ ເຂົ້າຮັບຕຳ ແໜ່ງຢ່າງເປັນທາງການກ່ອນແລ້ວໃນມື້ວັນອາທິດ ຢູ່ໃນພິທີທີ່ຈັດຂຶ້ນເປັນການສ່ວນໂຕ ຍ້ອນລັດຖະທໍາມະນູນບັງຄັບໄວ້ວ່າ ສະໄໝການດຳລົງຕຳແໜ່ງຂອງປະທານາທິບໍດີໃຫ້ ໝົດອາຍຸລົງໃນວັນທີ 20 ມັງກອນ. ແຕ່ຕາມປະເພນີແລ້ວ ພິທີສາບານໂຕ ຕໍ່ໜ້າມະຫາ ຊົນບໍ່ເຄີຍຈັດຂຶ້ນໃນວັນອາທິດ ດັ່ງນັ້ນຈຶ່ງໄດ້ຈັດຂຶ້ນໃສ່ວັນຈັນ.



ເວລາສາບານໂຕເຂົ້າຮັບຕຳແໜ່ງນັ້ນປະທານາທິບໍດີໂອບາມາໄດ້ວາງມືກໍ້ານຶ່ງໃສ່ພະຄຳ ພີສອງຫົວຄືຫົວນຶ່ງແມ່ນຫົວທີ່ມື້ລາງປະທານາທິບໍດີ Abraham Lincoln ໄດ້ໃຊ້ໃນພິທີ ສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ ໃນປີ 1861 ແລະອີກຫົວນຶ່ງແມ່ນຂອງມື້ລາງຜູ້ນຳ ສິດທິພົນລະເມືອງອາເມຣິກັນ Dr. Martin Luther King, Junior ຊຶ່ງມື້ວັນຈັນຜ່ານມາ ນີ້ ແມ່ນວັນພັກແຫ່ງຊາດ ຈັດຕັ້ງຂຶ້ນເພື່ອເປັນກຽດໃຫ້ແກ່ທ່ານ.

ໃນຄຳປາໄສເປັນເວລາ 19 ນາທີ ຫຼັງຈາກພິທີສາບານໂຕ ເຂົ້າຮັບຕຳແໜ່ງແລ້ວນັ້ນ ປະ
ທານາທິບໍດີບາຣັກ ໂອບາມາ ໄດ້ຮຽກຮ້ອງ ໃຫ້ຊາວອາເມຣິກັນ ປະຄວາມເຫັນຂັດແຍ້ງ ທາງດ້ານການເມືອງ ໄວ້ຕ່າງຫາກ ແລະ ດຳເນີນງານຮ່ວມກັນ ເພື່ອແກ້ໄຂບັນຫາຕ່າງໆ ຂອງປະເທດຊາດ.

ປະທານາທິບໍດີໂອບາມາເວົ້າວ່າ “ພວກເຮົາບໍ່ຄວນທີ່ຈະເຂົ້າໃຈຜິດຄິດວ່າລະບອບ ສົມບູນນິຍົມ ຫຼືຜະເດັດການ ເປັນຫຼັກການ ຫຼືເອົາຄວາມໃຫຍ່ໂຕມະໂຫລານ ມາ ແທນການເມືອງ ຫຼືຖືວ່າ ການໃຊ້ຄໍາຫຍາບຄາຍເອີ້ນກັນເປັນການອະພິປາຍ ທີ່ ມີເຫດຜົນ. ພວກເຮົາຕ້ອງໄດ້ດຳເນີນການ. ພວກເຮົາຕ້ອງໄດ້ດຳເນີນການທັງໆ ທີ່ຮູ້ວ່າ ວຽກງານຂອງພວກເຮົາຈະບໍ່ດີເລີດກໍຕາມ.”



ທ່ານໂອບາມາກ່າວຢໍ້າ ເຖິງເນື້ອໄນສຳຄັນບາງຕອນ ໃນການໂຄສະນາຫາສຽງເພື່ອເຂົ້າ ແຂ່ງຂັນເອົາຕຳແໜ່ງຕື່ມອີກໃນປີ 2012 ນັ້ນ ຮວມທັງການຮຽກຮ້ອງໃຫ້ຍົກລະດັບພວກ ຄົນຊັ້ນກາງແລະຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານລາຍໄດ້.

ປະທານາທິບໍດີໂອບາມາເວົ້າວ່າ “ເພາະວ່າພວກເຮົາ ປະຊາຊົນທົ່ວໄປ ເຂົ້າໃຈດີ
ວ່າ ປະເທດຂອງພວກເຮົາ ຈະບໍ່ປະສົບຜົນສຳເລັດໄດ້ ເວລາພວກຄົນບໍ່ພໍເທົ່າ ໃດຄົນ ທີ່ມີຈຳນວນຫຼຸດນ້ອຍລົງໄປເລື້ອຍໆນັ້ນ ມີລາຍໄດ້ດີໆ ແລະພວກອື່ນທີ່ ມີຈໍານວນເພີ້ມຂຶ້ນນັບມື້ນັ້ນມີລາຍໄດ້ແຕ່ພໍຢູ່ລອດໄປວັນໆ. ພວກເຮົາເຊື່ອວ່າ ຄວາມອຸດົມຮັ່ງມີຂອງອາເມຣິກາຕ້ອງເປັນພາລະແບກຫາບຢູ່ເທິງບ່າອັນກວ້າງ ໃຫຍ່ຂອງພວກຄົນຊັ້ນກາງ ທີ່ເພີ້ມທະວີຂຶ້ນນັ້ນ.”


ປະທານາທິບໍດີໂອບາມາໄດ້ຮຽກຮ້ອງໃຫ້ຟື້ນຟູຄວາມໝາຍໝັ້ນຄືນໃໝ່ຕໍ່ໂຄງການຕ່າງໆ ທາງດ້ານສັງຄົມ ການສຶກສາ ເທັກໂນໂລຈີແລະແຫຼ່ງພະລັງງານທາງເລືອກ. ທ່ານກ່າວວ່າ ສະຫະລັດຈຳເປັນຕ້ອງໄດ້ຮັບມືກັບໄພຂົ່ມຂູ່ຈາການປ່ຽນແປງຂອງດິນຟ້າອາກາດ.

ທ່ານໂອບາມກ່າວວ່າ ອາເມຣິກາຈະສືບຕໍ່ເປັນສະໝໍທີ່ເຂັ້ມແຂງຂອງພັນທະມິດຢູ່ໃນທົ່ວ ໂລກ ແລະຈະດຳເນີນງານເພື່ອຊ່ອຍໃຫ້ປະຊາທິປະໄຕຈະເລີນເຕີບໂຕ.

ປະທານາທິບໍດີໂອບາມາເວົ້າວ່າ "ພວກເຮົາຈະໃຫ້ການສະໜັບສະໜຸນຕໍ່ປະຊາທິ ປະໄຕແຕ່ທະວີບເອເຊຍໄປຫາອາຟຣິກາ ແຕ່ທະວີບອາເມຣິກາໄປຫາພາກຕາ ເວັນອອກກາງ ຍ້ອນຜົນປະໂຫຍດຂອງພວກເຮົາແລະຈິດສຳນຶກຂອງພວກເຮົາ ບັງຄັບໃຫ້ພວກເຮົາດຳເນີນການໃນນາມຂອງພວກທີ່ຊອກສະແຫວງຫາອິດສະ ຫຼະພາບນັ້ນ."



ຝູງຊົນທີ່ໄປເບິ່ງພິທີສາບານໂຕເຂົ້າຮັບຕຳແໜ່ງໃນບໍລິເວນສະໜາມຫຼວງແຫ່ງຊາດແມ່ນ ມີຈຳນວນຫຼວງຫຼາຍ ແຕ່ກໍເປັນພຽງສ່ວນນຶ່ງເທົ່ານັ້ນ ຂອງຈຳນວນ 1 ລ້ານ 8 ແສນຄົນທີ່ ໄປໂຮມຊຸມນຸມກັນຢູ່ສະໜາມຫຼວງເມື່ອປີ 2009 ໃນພິທີສາບານໂຕເຂົ້າຮັບຕຳແໜ່ງເທື່ອ ທຳອິດຄັ້ງປະຫວັດສາດ ຂອງປະທານາທິບໍດີອາເມຣິກາເຊື້ອສາຍອາຟຣິກາ.

ຄອບຄົວຂອງທ່ານໂອບາມາແລະທ່ານ Biden ເລີ້ມຕົ້ນວັນສາບານໂຕດ້ວຍການໄປຮ່ວມ
ພິທີທາງສາສະໜາ ທີ່ວັດແຫ່ງນຶ່ງໃກ້ໆທຳນຽບຂາວ. ອາຈານສອນສາສະໜາຄຣິສຕຽນ ທ່ານນຶ່ງ ໄດ້ອວຍພອນແລະໃຫ້ຄຳແນະນຳແກ່ປະທານາທິບໍດີ ຈົ່ງໃຊ້ອຳນາດຂອງທ່ານ ເພື່ອຜົນປະໂຫຍດຂອງປະເທດຊາດ.

ປະທານາທິບໍດີ Barack Obama ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ພວມຟ້ອນລຳ ໃນງານລາຕີສະໂມສອນ ຕ້ອນຮັບການເຂົ້າຮັບຕຳແໜ່ງຂອງທ່ານ
ປະທານາທິບໍດີ Barack Obama ແລະສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ພວມຟ້ອນລຳ ໃນງານລາຕີສະໂມສອນ ຕ້ອນຮັບການເຂົ້າຮັບຕຳແໜ່ງຂອງທ່ານ

ຫັງຈາກນັ້ນ ທ່ານໂອບາມາໄດ້ກັບຄືນໄປທຳນຽບຂາວເພື່ອກິນກາເຟແລະໂອ້ລົມກັນເປັນ ເວລາສັ້ນໆ ກັບພວກຜູ້ນຳຂອງພັກຣີພັບບລີກັນ ໃນລັດຖະສະພາສະຫະລັດ ຄືປະທານ ສະພາຕໍ່າ ທ່ານ John Beohner ແລະຜູ້ນຳສຽງສວນນ້ອຍ ໃນສະພາສູງ ທ່ານ Mitch McConnell.

ຝູງຊົນໄປໂຮມຊຸມນຸມກັນທີ່ສະໜາມຫລວງ ໃນກຸງວໍຊິງຕັນ ເພື່ອເບິ່ງພິທີສາບານໂຕເຂົ້າຮັບຕຳແໜ່ງຂອງ ປ. ໂອບາມາ
ຝູງຊົນໄປໂຮມຊຸມນຸມກັນທີ່ສະໜາມຫລວງ ໃນກຸງວໍຊິງຕັນ ເພື່ອເບິ່ງພິທີສາບານໂຕເຂົ້າຮັບຕຳແໜ່ງຂອງ ປ. ໂອບາມາ


ຫຼັງຈາກພິທີສາບານໂຕເຂົ້າຮັບຕຳແໜ່ງແລະກ່າວຄຳປາໄສແລ້ວ ພິທີຕ່າງໆທີ່ປະທານາ ທິບໍດີຕ້ອງໄດ້ໄປຮ່ວມ ກໍມີຮວມທັງການຮັບປະທານອາຫານທ່ຽງທີ່ຫໍລັດຖະສະພາສະຫະ ລັດ ການຮ່ວມຂະບວນ ພາເຫຣດຂະໜາດໃຫຍ່ ຈາກຕຶກຫໍລັດຖະສະພາ ໄປຫາທຳນຽບ ຂາວ ແລະງານລ້ຽງສັງສັນສະຫຼອງການເຂົ້າຮັບຕຳແໜ່ງຢູ່ 2 ບ່ອນ ໃນຕອນຄໍ່າ.
XS
SM
MD
LG