ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະເຊີນກັບ ວິກິດການ ເຮໂຣອິນ ແລະຢາແກ້ປວດ ຮ້າຍແຮງສຸດ ໃນ 60 ປີ


ຫໍ່ຢາໃນຈຳນວນ 4 ຫໍ່ຂອງຢາ fluoro isobutyryl fentanyl ທີ່ຖືກຍຶດຈາກການບຸກກວດຄົ້ນ ສະແດງໃຫ້ເຫັນ ໂດຍຫ້ອງການ ຄວບຄຸມຢາເສບຕິດ (DEA)
ຫໍ່ຢາໃນຈຳນວນ 4 ຫໍ່ຂອງຢາ fluoro isobutyryl fentanyl ທີ່ຖືກຍຶດຈາກການບຸກກວດຄົ້ນ ສະແດງໃຫ້ເຫັນ ໂດຍຫ້ອງການ ຄວບຄຸມຢາເສບຕິດ (DEA)

ສະຫະລັດ ປະ​ເຊີນ​ໜ້າ​ກັບວິ​ກິດ​ການເຮ​ໂຣອິນ ແລະການ​ຕິດຢາຊ່ວຍ​ບັນ​ເທົາ​ຄວາມ​
ເຈັບປວດ​ທີ່​ຮ້າຍ​ແຮງ​ສຸດ ​ໃນ​ຮອບ 60 ກວ່າປີ​ທີ່​ຜ່ານມາ. ​ໃນ​ປີ 2015 ສ່ວນ​ໃຫຍ່​ແມ່ນ
ເກີດມາຈາກການ​ໃຊ້ເຮ​ໂຣອິນ​ແລະ​ຢາ​ຊ່ວຍ​ບັນ​ເທົາ​ຄວາມເຈັບ​ປວດທີ່​ພວມ​ມີ​ການ
ລະບາດ​ຢ່າງ​ແຜ່​ກວ້າງ ຊຶ່ງ​ເຮັດ​ໃຫ້ຫຼາຍ​ກວ່າ 52,000 ຄົນເສຍ​ຊີວິດ​ຢູ່​ໃນ​ສະຫະລັດ
ທີ່ພົວພັນ​ກັບການ​ໃຊ້​ຢາ​ເກີນ​ກຳນົດ ຊຶ່ງມີ​ຈຳນວນ​ສູງ​ສຸດເປັນປະຫວັດການ​ໃນສະ
ຫະລັດ ​ອີງ​ຕາມ​ລາຍ​ງານ​ວ່າ​ດ້ວຍ​ຍຸດ​ທະ​ສາດ​ໃນ​ການຄວບ​ຄຸມ​ຍຸດ​ຢາ​ເສບຕິດ​ສາ
ກົນ​ຂອງກະຊວງຕ່າງປະ​ເທດ​ສະຫະລັດ ທີ່​ໄດ້​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ພະຫັດ​ວານ
ນີ້.
ເອກ​ອັກຄະລັດຖະທູດ William Brownfield ​ໄດ້​ລາ​ຍງານ​ຕໍ່​ບັນດາ​ນັກ​ຂ່າວກ່ຽວ​ກັບ
ການນຳ​ອອກ​ເຜີ​ຍ​ແຜ່ດັ່ງກ່າວ. ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະເທດ ຮັບຜິດ
ຊອບກ່ຽວ​ກັບ​ກິດຈະການ​ຕ້ານ​ຢາ​ເສບ​ຕິດ​ສາກົນ ​ແລະ​ບັງຄັບໃຊ້ ກົດໝາຍກ່າວ​ວ່າ
ຄວາມ​ຮຽກຮ້ອງ​ຕ້ອງການທີ່ບໍ່ໜ້າ​ເຊື່ອ​ຢູ່​ໃນ​ທ້ອງ​ຖິ່ນ​ແມ່ນ​ຢູ່ພາຍ​ໃນ​ປະ​ເທດແຕ່​ວ່າ
100 ​ເປີ​ເຊັນ​ຂອງ​ເຮ​ໂຣອິນ​ທັງ​ໝົດ ແລະສ່ວນ​ໃຫຍ່ຂອງ​ຢາ​ສັງ​ເຄາະ​ທີ່​ໃຊ້​ກັນ ແລະ​
ໃຊ້​ເກີນ​ຂອບ​ເຂດ​ຢູ່​ໃນ​ສະຫະລັດ​ແມ່ນມາ​ຈາກ​ ​ປະ​ເທດ​ອື່ນໆ.

ທ່ານ​ໄດ້​ກະ​ປະມານ​ວ່າ ລະຫວ່າງ 90 ຫາ 94 ​ເປີ​ເຊັນ​ຂອງເຮ​ໂຣອິນທີ່​ໃຊ້​ກັນ​ຢູ່​ໃນ​
ສະຫະລັດ ​ແມ່ນມາ​ຈາກເມັກ​ຊິ​ໂກ ​ແລະ​ລະຫວ່າງ 2 ຫາ 4​ ເປີ​ເຊັນ​ມາ​ຈາກ​ໂຄ​ລອມ
​ເບຍ. ສ່ວນ​ທີ່ເຫຼືອປະມານ 4 ຫາ 6 ​ເປີ​ເຊັນ​ແມ່ນມາ​ຈາກ​ເອ​ເຊຍ ​ສ່ວນ​ໃຫຍ່​ແລ້ວ
​ແມ່ນ​ອັຟກາ​ນິສຖານ.

ສະຫະລັດ​ມີ​ຫຼາຍໆ​ປະຊາ​ຄົມ ຫລາຍໆ​ຄອບຄົວ ຫລາຍ​ໆ​ຂົງ​ເຂດ ​ແລະຫຼາຍໆເມືອງ
ໃນ​ຈຳນວນ​ເພີ່ມຂຶນ ​ທີ່​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການລະ​ບາດຢ່າງ​ຮ້າຍ​ແຮງໃນ​ການ​ຕິດ
​ຢາ ທີ່​ພົວພັນ​ກັບ​ເຮ​ໂຣອິນ ຢາຊ່ວຍ​ບັນ​ເທົາ​ຄວາມ​ເຈັບປວດ​ ​ແລະ ຢາ fentanyl
​ແລະ​ຢາ​ສັງ​ເຄາະ​ອື່ນໆ​ ໃນ​ປັດຈຸບັນນີ້ ຫລາຍ​ກວ່າ​ສະ​ໄໝໃດໆ ຫລັງ​ຈາກ​ສົງຄາມ​
ໂລກ​ຄັ້ງ​ທີ​ສອງສິ້ນສຸດ​ລົງ.

ຮູບພາບທີ່ບໍ່ບອກມື້ຂອງຫ້ອງການວິເຄາະຢາ ເມືອງ Cuyahoga ສະແດງໃຫ້ເຫັນຢາ fentanyl.
ຮູບພາບທີ່ບໍ່ບອກມື້ຂອງຫ້ອງການວິເຄາະຢາ ເມືອງ Cuyahoga ສະແດງໃຫ້ເຫັນຢາ fentanyl.

ທ່ານ Brownfield ກ່າວ​ວ່າ ​ໂອກາດ ​ແລະ​ການ​ແຜ່​ຂະ​ຫຍາ​ຍກ່ຽວ​ກັບ​ການຕິດ​ຢາ​
fentanyl ທີ່​ຊ່ວຍ​ແກ້​ປວດ​ນັ້ນ ສ່ວນ​ໃຫຍ່ແມ່ນ​ຢູ່​ໃນ​ຮູບ​ວັດຖຸ​ດິບ ທີ່ນຳ​ເຂົ້າ ຈາກ
​ປະ​ເທດ​ຈີນ. ທ່ານ​ກ່າວ​ວ່າ ​ມັນ​ໄດ້​ຜ່ານ​ການ​ປຸງແຕ່ງ​ຢູ່​ເມັກ​ຊິ​ໂກບ່ອນ​ທີ່​ມັນໄດ້ຫລັ່​ງ
​ໄຫລຖືກລັກ​ລອບເຂົ້າ​ມາ ​ແລະ​ຂົນຍ້າຍ​ຂຶ້ນ​ໄປ​ທາງ​ເໜືອ​ຂອງ​ສະຫະລັດ ​ແລະ
​ກາ​ນາ​ດາ.

ທ່ານ Brownfield ກ່າວ​ວ່າ “​ແລ​ະນັ້ນ ກາຍ​ມາ​ເປັນຜົນ​ຜະ​ລິດ ​ທີ່ເປັນອັນຕະລາຍ
​ທີ່​ສຸດຢູ່​ໃນ​ສະຫະລັດ ​ເພາະວ່າ​ຢາ fentanyl ມີ​ຄວາ​ມ​ແຮງ 10 ຫາ 50 ​ເທົ່າຂອງ​
ເຮ​ໂຣອິນ ​ແລະ​ເວລາ​ໃດ​ຜູ້​ໃຊ້​ຢາ​ ທີ່​ເປັນ​ຜູ້​ຊາຍ ຫລື​ແມ່ຍິງບໍ່​ສຳນຶກ​ວ່າລາວ ໃຊ້​ຢາ
fentanyl ​ແລະ​ບໍ່​ໄດ້​ໃຊ້​ຢາ​ເຮ​ໂຣອິນນັ້ນ ຊຶ່ງ​ມີ​ທ່າ​ທາງ​ວ່າ ​ຈະ ​ເຮັດ​ໃຫ້​ການໃຊ້ເກີນ
​ຂອບ​ເຂດ ​ແລະເກີດມີ​ການ​ຕາຍ​ເພີ້​ມຂຶ້ນ​ຢ່າງ​ຮ້າຍ​ແຮງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG