ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຜັກດັນ ໃຫ້ນາໆຊາດ ລົງໂທດ ເກົາຫລີເໜືອ ຢ່າງໜັກ


 ທ່ານ Kurt Campbell ​ທີ່ ກຸງ​ໂຊ​ລວ່າ ​ຈ​ະມີ​ການ​ເອົາ​ບາດກ້າວ​ຢ່າງ​ເປັນ​ທາງ​ການ​​ ໂດຍສະພາ​​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​
ທ່ານ Kurt Campbell ​ທີ່ ກຸງ​ໂຊ​ລວ່າ ​ຈ​ະມີ​ການ​ເອົາ​ບາດກ້າວ​ຢ່າງ​ເປັນ​ທາງ​ການ​​ ໂດຍສະພາ​​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​
​ນັກ​ການ​ທູດຂັ້ນ​ອາວຸ​ໂສ ​ຂອງສະຫະລັດທ່ານ​ນຶ່ງ ກ່າວວ່າ ວໍ​ຊິງ
​ຕັນ ກໍາລັງ​ຜັກ​ດັນ​ ​ໃຫ້​ນາໆ​ຊາດ​ລົງ​ໂທດ​ຢ່າງ​ໜັກ​ຕໍ່ເກົາຫລີ​
ເໜືອຫຼັງຈາກ ​ເທດ​ດັ່ງກ່າວ ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ
​ຍິງລູກ​ສອນ​ໄຟ​ລະຍະ​ໄກ ເມື່ອ​ເດືອນ​ແລ້​ວນີ້.

​ໃນ​ວັດ​ພຸດ​ມື້​ນີ້ ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ
ປະ​ເທດ ສະຫະລັດ ທ່ານ Kurt Campbell ກ່າວ​ຕໍ່​ບັນດາ​
ນັກ​ຂ່າວ​ທີ່ ກຸງ​ໂຊ​ລວ່າ ທ່ານ​ຄາດ​ວ່າ​ຈ​ະມີ​ການ​ເອົາ​ບາດ
ກ້າວ​ຢ່າງ​ເປັນ​ທາງ​ການ ໂດຍສະພາຄວາມ​ໝັ້ນຄົງສະຫະ​
ປະຊາ​ຊາດ ​ໃນ​ອະນາ​ຄົດ​ອັນໃກ້ໆ​ນີ້.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ທີ່​ຈິງ​ແລ້ວ ກຳລັງ​ພິຈາລະນາ​ຢ່າງ​ຂຸ້ນຂ້ຽວ​ຢູ່ ທີ່ນະຄອນ​ນິວຢອ​ກ ​ໃນ​ສະພາ​ຄວາມ​ໝັ້ນຄົງ ທີ່​ນໍາພາ​ໂດຍ​ເອກ​ອັກຄະ​ລັດຖະທູດ Rice ຂອງ​ພວກ​ເຮົາ.

ພວກ​ເຮົາ​ໄດ້​ປຶກສາ​ຫາລື​ຢ່າງໃກ້ຊິດ​ທີ່​ສຸດ ​ກັບລັດຖະບານ​ເກົາຫລີ​ໃຕ້ກ່ຽວ​ກັບການ​ພິຈາ
ລະນາ​ດັ່ງກ່າວ. ຂ້າ​ພະ​ເຈົ້າຄິດ​ວ່າ ​ເຂົ້າ​ເຈົ້າ​ແມ່ນ​ເຂົ້າ​ໃຈ​ດີ ກ່ຽວ​ກັບ​ວິ​ທີທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ ແລະຂ້າພະ​ເຈົ້າ​ຄິດ​ວ່າພວກທ່ານ​ຈະໄດ້ເຫັນ​ມີ​ການ​ເຄື່ອນ​ໄຫວເພີ້ມ ​ເຕີມ​ ​ໃນອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

ນອກ​ນັ້ນທ່ານ Campbell ຊຶ່ງ​ເປັນ​ນັກ​ການ​ທູດ​ສູງ​ສຸດຂອງອາ​ເມຣິກັນ ຮັບຜິດຊອບກ່ຽວ​ກັບເຂດ​ເອເຊ​ຍ ​ຍັງ​ໄດ້​ເຕືອນເກົາຫລີ​ເໜືອ ບໍ່​ໃຫ້​ເອົາ​ບາດກ້າວ “ທ້າ​ທາຍ​ເກາະ​ຜິດ” ​ໃດໆ ທ່າມ​ກາງ​ທີ່​ມີ​ການ​ຄາດ​ຄະ​ເນ​ກັນ ວ່າ ພຽງ​ຢາງກໍາລັງ​ຕຽມ​ທໍາການທົດ​ລອງນິວ​ເຄລຍ.
XS
SM
MD
LG