ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານປອມສະຫະລັດ ທີ່ອ້າງວ່າ ເຄີຍເຮັດວຽກຢູ່ລາວ ຖືກຈັບ


ຊາຍ​ຄົນ​ນຶ່ງ​ທີ່ກ່າວ​ອ້າງ​ຢ່າງ​ບໍ່​ຖືກຕ້ອງວ່າ​ ລາວ​ໄດ້​ຮັບ​ໃຊ້​ກັບ​ໜ່ວຍ​ລົບພິ​ເສດ​ຂອງ​ສະຫະລັດ​
ທີ່​ລາວ​ແລະ​ອັຟກາ​ນີສຖານ​ ໄດ້​ຖື​ກສານ​ແຫ່ງ​ນຶ່ງ​ໃນ​ເມືອງ Baltimore ​ລັດ Maryland ​ໃນ
ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ຕັດສິນ​ລົງ​ໂທດ​ໃຫ້ຈໍາ​ຄຸກ 21 ເດືອນ.

ນາຍ William Hillar ​ໄວ 66 ປີ ​ໄດ້​ຖືກ​ສັ່ງ​ໃນ​ວັນ​ອັງຄານ​ວານ​ນີ້​ໃຫ້ຈ່າຍ​ເງິນ​ຄືນ​ໃຫ້​ແກ່
ອົງການ​ຈັດ​ຕັ້ງ​ຕ່າງໆ​ຈໍານວນ 170 ພັນ​ໂດ​ລາ ຮວມທັງ​ກອງທັບ​ສະຫະລັດ​ແລະ​ຕໍາຫລວດ
FBI ທີ່​ໄດ້​ຈ່າຍ​ເງິນ​ໃຫ້​ຜູ້ກ່ຽວ​ສໍາລັບ​ຄ່າ​ກ່າວ​ປາຖະກະຖາ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ການ​ກໍ່​ການ
ຮ້າຍແລະ​ການ​ປະຕິບັດງານຂັດຂວາງ​ການຄ້າ​ຢາ​ເສບ​ຕິດ​ນັ້ນ.

ນາຍ Hillar ​ໄດ້​ຍອມຮັບ​ສາລະພາບ​ຜິດ​ໃນ​ເອກະສານ​ຂອງ​ສານ​ທີ່ວ່າ ລາວ​ໄດ້​ປອມ​ໂຕ​ເປັນ
ອະດີດ​ນາຍ​ພັນ​ເອກ​ໜ່ວຍ​ລົບ​ພິ​ເສດ​ຫລື​ພວກ​ງ່ອມ​ຂຽວ ມາ​ເປັນ​ເວລາ 13 ປີ​ທີ່​ເຄີຍ​ຮັບ​ໃຊ້​ຢູ່​
ໃນ​ລາວ​ໃນ​ລະຫວ່າງ​ສົງຄາມ​ຫວຽດນາມ​ແລະ​ໃຫ້​ຄໍາ​ແນະ​ນໍາ​ແກ່​ພວກ​ນັກລົບມຸສລິ​ມອັຟກາ
ນີສຖານທີ່ ຕໍ່ຕ້ານການ​ຄອບ​ຄອງຂອງ​ອະ​ດີດ​ສະຫະພາບ​ໂຊ​ວຽດ​ໃນ​ຊຸມ​ປີ 1980 ນັ້ນ.
ນອກ​ນັ້ນ​ນາຍ Hillar ຍັງ​ກ່າວ​ອ້າງ​ວ່າ ​ລາວ​ເຄີຍ​ຮັບ​ໃຊ້​ຢູ່​ໃນເຂດອາ​ເມຣິກາ​ກາງແລະ​ໃນ​
ພາກ​ຕາ​ເວັນ​ອອກ​ກາງ​ເຊ່ນ​ກັນ.

ນາຍ Hillar ກ່າວ​ອ້າງ​ວ່າ​ລາວເປັນ​ນັກ​ຊ່ຽວຊານ​ດ້ານ​ການ​ຄ້າ​ມະນຸດ ​ໂດຍ​ກ່າວ​ວ່າ ລູກ​
ສາວ​ຂອງ​ລາວ​ຄົນ​ນຶ່ງ​ໄດ້​ຖືກ​ລັກ​ຈັບ​ໂຕ​ໄປ​ໃນ​ເອ​ເຊຍໄດ້​ຖືກ​ຂົ່ມຂືນ​ຊໍາ​ເລົາ​ ແລະ​ຖືກ​ທາລຸນ
ກ່ອນ​ທີ່ນາງຈະຖືກມີດແທງ​ຕາຍ​ນັ້ນ. ຄວາມ​ຈິງ​ແລ້ວ ລູກ​ສາວ​ຂອງ​ລາວ​ຜູ້​ນີ້​ ຍັງ​ມີ​ຊີວິດ​ຢູ່​
ໃນ​ປັດຈຸບັນ​.

ເລື້ອງ​ຂອງ​ນາຍ Hillar ນີ້​ໄດ້​ຖືກ​ເຜີຍ​ແບ​ອອກ​ມາ​ໂດຍ​ອະດີດ​ທະຫານໜ່ວຍ​ລົບ​ພິ​ເສດ​ແທ້
ທີ່​ມີ​ຄວາມ​ສົງ​ໄສ ​ແລະ​ໄດ້​ເລີ້ມ​ກວດ​ສອບ​ເບິ່ງປະວັດຂອງນາຍ Hillar ກັບ​ພວກ​ອະດີດ​
ໜ່ວຍ​ລົບ​ພິ​ເສດເບ້ຍ​ບໍານານຄົນ​ອື່ນໆ.

ພວກ​ອົງການ​ຕ່າງໆ​ທີ່​ໄດ້​ຈ່າຍ​ເງິນ​ໃຫ້​ລາວ​ໄປ​ກ່າວ​ປາຖະກະຖາ ແມ່ນຮວມທັງ​ບັນດາອົງ
ການ​ປະຕິບັດ​ກົດໝາຍ​ຕ່າງໆ​ຈາກ​ທົ່ວ​ສະຫະລັດ​.

XS
SM
MD
LG