ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ປະກາດ ການໂຈມຕີຄັ້ງໃໝ່ ໃນສົງຄາມການຄ້າ ກັບ ຈີນ


ຄົນຍ່າງຜ່ານພາບຢູ່ຝາ ຂອງທະນາຄານ ທີ່ສະແດງໃຫ້ເຫັນ ສັນຍາລັກຕ່າງໆສຳລັບສະກຸນເງິນຂອງ ອາເມຣິກາ, ຈີນ ແລະ ສະກຸນເງິນອື່ນໆຂອງ ໂລກ. ນະຄອນຫຼວງ ປັກກິ່ງ. 7 ກໍລະກົດ, 2018.
ຄົນຍ່າງຜ່ານພາບຢູ່ຝາ ຂອງທະນາຄານ ທີ່ສະແດງໃຫ້ເຫັນ ສັນຍາລັກຕ່າງໆສຳລັບສະກຸນເງິນຂອງ ອາເມຣິກາ, ຈີນ ແລະ ສະກຸນເງິນອື່ນໆຂອງ ໂລກ. ນະຄອນຫຼວງ ປັກກິ່ງ. 7 ກໍລະກົດ, 2018.

ລັດຖະບານທ່ານ ດໍໂນລ ທຣຳ ໄດ້ສະເໜີເກັບພາສີອີກ 200 ຕື້ໂດລາຕໍ່ ສິນຄ້າ ຈີນ,
ເຮັດໃຫ້ສົງຄາມການຄ້າ ລະຫວ່າງ ສອງປະເທດ ທີ່ມີເສດຖະກິດໃຫຍ່ທີ່ສຸດນັ້ນເຄັ່ງ
ຕຶງຂຶ້ນຕື່ມ.

ຜູ້ຕາງໜ້າທາງດ້ານການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ໃນຕອນແລງວັນອັງ
ຄານວານນີ້ ໄດ້ປະກາດລາຍການສິນຄ້າ ທີ່ອາດຖືກເກັບພາສີຢ່າງຍາວຢຽດ, ລວມ
ທັງກະເປົາ ແລະຫີບເດີນທາງ, ຕີນລົດ, ສານເຄມີຕ່າງໆ ແລະ ແມ່ນກະທັ້ງປາ.

ພາສີສິນຄ້າທີ່ຖືກສະເໜີນັ້ນ ໄດ້ມີຂຶ້ນພຽງບໍ່ເທົ່າໃດວັນ ຫຼັງຈາກລັດຖະ ບານທ່ານ
ທຣຳ ໄດ້ເກັບພາສີ 25 ເປີເຊັນ ຕໍ່ສິນຄ້າ ຈີນ ຫຼາຍກວ່າ 800 ລາຍການ ລວມມູນຄ່າ
ປະມານ 34 ພັນລ້ານໂດລາ, ໂດຍອ້າງ ໃນສິ່ງທີ່ເຂົາເຈົ້າເອີ້ນວ່າ ການປະຕິບັດທາງ
ການຄ້າທີ່ບໍ່ຍຸຕິທຳ ແລະ ການລັກຊັບສິນທາງປັນຍາ ຂອງ ຈີນ. ປັກກິ່ງ ໄດ້ທຳການ
ຕອບໂຕ້ ດ້ວຍການຈັດເກັບພາສີທີ່ເທົ່າທຽມກັນຕໍ່ສິນຄ້າ ສະຫະລັດ.

ທ່ານ ໄລໄຕເຊີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ທີ່ປະກາດການ ເກັບພາສີນັ້ນວ່າ
“ແທນທີ່ຈະແກ້ໄຂບັນຫາ ທີ່ຖືກຕ້ອງຕາມກົດໝາຍ ຂອງພວກເຮົາ, ຈີນ ໄດ້ເລີ່ມຕອບ
ໂຕ້ຄືນຕໍ່ສິນຄ້າຕ່າງໆຂອງ ສະຫະ ລັດ. ມັນບໍ່ມີການອ້າງເຫດຜົນໃດໆສຳລັບການ
ກະທຳດັ່ງກ່າວນັ້ນ.”

ແຕ່ ຈີນ ໄດ້ປະຕິຍານວ່າ ຈະທຳການຕອບໂຕ້ຫຼາຍກວ່ານີ້ຕໍ່ການເກັບ ພາສີໃໝ່ ທີ່
ຖືກສະເໜີນັ້ນ. ກະຊວງການຄ້າ ໄດ້ອອກຖະແຫຼງການສະ ບັບນຶ່ງທີ່ເວົ້າວ່າ “ເຂົາ
ເຈົ້າຕົກໃຈກັບການກະທຳຂອງ ວໍຊິງຕັນ, ແລະ ໄດ້ປະຕິຍານວ່າ ຈະເອົາມາດຕະ
ການຕອບໂຕ້ອັນເໝາະສົມທີ່ມີຄວາມຈຳເປັນ” ເພື່ອປົກປ້ອງຜົນປະໂຫຍດທີ່ສຳຄັນ
ສຸດຂອງ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG