ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະລົງໂທດ ບໍລິສັດ ເກົາຫລີເໜືອ ຢູ່ຕ່າງປະເທດ ທີ່ລັກໂອນເງິນ ໄປໃຫ້ ປະເທດຕົນ ຢ່າງຜິດກົດໝາຍ


ທ່ານ ສະຕີຟ ມນຸຈິນ, ລັດຖະມົນຕີກະຊວງການເງິນ ຂອງສະຫະລັດ
ທ່ານ ສະຕີຟ ມນຸຈິນ, ລັດຖະມົນຕີກະຊວງການເງິນ ຂອງສະຫະລັດ

ສະຫະລັດໄດ້ວາງມາດຕະການລົງໂທດຕໍ່ບໍລິສັດເທັກໂນໂລຈີທາງຂໍ້ມູນຂ່າວສານ
ຂອງເກົາຫລີເໜືອ 2 ແຫ່ງທີ່ຄວບຄຸມໂດຍເກົາຫລີເໜືອທີ່ຕັ້ງຢູ່ໃນຈີນ ແລະຣັດເຊຍ, ໂດຍກ່າວຫາພວກບໍລິສັດດັ່ງກ່າວວ່າ ທໍາການໂອນເງິນໄປໃຫ້ເກົາເໜືອຢ່າງຜິດ
ກົດໝາຍ.

ທ່ານ ສະຕີຟ ມນຸຈິນ, ລັດຖະມົນຕີກະຊວງການເງິນຂອງສະຫະລັດກ່າວ ຢູ່ໃນຖະ
ແຫລງການຢ່າງເປັນທາງການສະບັບນຶ່ງວ່າ "ການເຄື່ອນໄຫວເຫລົ່ານີ້ ແມ່ນມີຈຸດ
ປະສົງແນໃສ່ ເຮັດໃຫ້ການໄຫລວຽນຂອງລາຍຮັບທີ່ບໍ່ຖືກກົດໝາຍຈາກພະ ນັກງານ
ທີ່ເຮັດວຽກດ້ານເທັກໂນໂລຈີ ທາງຂໍ້ມູນຂ່າວສານຢູ່ຕ່າງປະເທດໄປໃຫ້ເກົາຫລີເໜືອ
ແລະທໍາການປິດບັງໂດຍໃຊ້ບໍລິສັດ, ໃຊ້ນາມແຝງ ແລະຄົນສັນຊາດ ປະເທດທີສາມ
ເພື່ອເປັນສາກບັງໜ້າ.”

ກະຊວງດັ່ງກ່າວໄດ້ກໍານົດວ່າ ບໍລິສັດ Silver Star ທີ່ຕັ້ງຢູ່ຈີນ, ທ່ານ ຈອງ ຊອງ ຮົວ
(Jong Song Hwa), ຫົວໜ້າບໍລິຫານຂອງບໍລິສັດນັ້ນ ທີ່ເປັນຊາວເກົາຫລີເໜືອ ແລະ
ບໍລິສັດ Volasys Silver Star ທີ່ເປັນເຄືອຂ່າຍຂອງບໍລິ ສັດນັ້ນ ທີ່ຕັ້ງຢູ່ຣັດເຊຍ ເປັນ
ຜູ້ກະທໍາຜິດເຊັ່ນນັ້ນ.

US Imposes New Sanctions Targeting North Korea
please wait

No media source currently available

0:00 0:01:27 0:00

ການລົງໂທດດັ່ງກ່າວ ມີຂຶ້ນໃນຂະນະທີ່ສະຫະລັດ ກໍາລັງຮັກສາຄວາມກົດດັນ ຕໍ່ລັດ
ຖະບານເກົາຫລີເໜືອ ແລະການເຈລະຈາຂອງປະເທດນັ້ນ ໃນເລື້ອງປົດອາວຸດນີວ
ເຄລຍໃນແຫລມເກົາຫລີໄວ້.

“ສະຫະລັດ ຈະສືບຕໍ່ເຮັດໃຫ້ການລົງໂທດດັ່ງກ່າວ ມີຜົນບັງຄັບໃຊ້ ແລະໄດ້ຮັບ ການ
ຈັດຕັ້ງປະຕິບັດຢ່າງເຕັມສ່ວນ ຈົນກວ່າວ່າ ພວກເຮົາຈະບັນລຸການປົດອາ ວຸດນີວເຄລຍ
ຂອງເກົາຫລີເໜືອ," ນັ້ນຄືຄໍາເວົ້າຂອງທ່ານ ມນຸຈິນ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ແລະຜູ້ນໍາເກົາຫລີເໜືອ ທ່ານ ກິມ ຈົງ
ອຶນ ໄດ້ເຊັນຂໍ້ຕົກລົງສະບັບນຶ່ງນໍາກັນ ໃນກອງປະຊຸມສຸດຍອດທີ່ເປັນ ປະຫວັດການ
ຂອງພວກເພິ່ນ ຢູ່ສິງກະໂປໃນເດືອນມິຖຸນາ ຜ່ານມາ ເພື່ອໃຫ້ເກົາຫລີເໜືອ ທັບມ້າງ
ໂຄງການນີວເຄລຍຂອງຕົນ. ແຕ່ວ່າ ທັງສອງຝ່າຍມີບັນຫາຕໍ່ກັນ ກ່ຽວກັບລະດັບ
ຄວາມໄວ ຂອງເກົາຫລີເໜືອ ທີ່ຈະເຮັດໃຫ້ໂຄງການພັດທະນາທາງດ້ານນີວເຄລຍ
ແລະຂີປະນາວຸດຂອງຕົນໝົດໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG