ສະຫະລັດ ໄດ້ວາງມາດຕະການລົງໂທດຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນຂອງເຂົາເຈົ້າຕໍ່
ອົງການ ອະວະກາດຂອງ ອີຣ່ານ, ໂດຍກ່າວຫາເຂົາເຈົ້າ ກ່ຽວກັບ ໂຄງການລູກສອນ
ໄຟຂີປະນາວຸດທີ່ສົກກະປົກ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ “ສະຫະລັດ ຈະບໍ່ອະນຸຍາດໃຫ້ ອີຣ່ານ ໃຊ້ໂຄງການປ່ອຍຍານອະວະກາດ
ຂອງເຂົາເຈົ້າ ດັ່ງກັບການປິດບັງເພື່ອພັດທະນາໂຄງການລູກສອນໄຟຂີປະນາວຸດຂອງ
ເຂົາເຈົ້າ.”
ມາດຕະການລົງໂທດໃໝ່ຈະມີຜົນກະທົບຕໍ່ອົງການອະວະກາດຂອງ ອີຣ່ານ, ສູນກາງ
ຄົ້ນຄວ້າອະວະກາດ ອີຣ່ານ ແລະ ສະຖາບັນຄົ້ນຄວ້າການບິນອະວະກາດ.
ຊັບສິນທຸກຢ່າງທີ່ບັນດາອົງການດັ່ງກ່າວມີໃນ ສະຫະລັດ ຈະຖືກກີດກັ້ນ, ແລະ ປະຊາ
ຊົນ ສະຫະລັດ ໄດ້ຖືກຫ້າມຈາກການເຮັດທຸລະກິດກັບເຂົາເຈົ້າ.
ສະຫະລັດ ເວົ້າວ່າເທັກໂນໂລຈີ ຈະຫຼວດປ່ອຍຍານອະວະກາດຂອງ ອີຣ່ານ “ແທ້ຈິງ
ແລ້ວແມ່ນແບບດຽວກັນ ແລະ ສາມາດສັບປ່ຽນກັບອັນທີ່ຖືກໃຊ້ໃນລູກສອນໄຟຂີປະ
ນາວຸດໄດ້,” ລວມທັງວິທີຕ່າງໆ ກ່ຽວກັບ ການຄວບຄຸມລູກສອນໄຟໃນລະຫວ່າງການ
ບິນຂອງມັນ.
ສະຫະລັດ ຍັງໄດ້ເຕືອນ “ປະຊາຄົມວິທະຍາສາດສາກົນວ່າ ການຮ່ວມມືກັບ ອີຣ່ານ
ກ່ຽວກັບ ຈະຫຼວດປ່ອຍຍານອະວະກາດ ອາດມີສ່ວນໃນການຊ່ວຍໂຄງການລູກສອນ
ໄຟຂີປະນາວຸດຂອງເຂົາເຈົ້າ.”
ອີຣ່ານ ເວົ້າວ່າ ໂຄງການອະວະກາດຂອງເຂົາເຈົ້າໄດ້ມີຈຸດເພັ່ງເລັງໃສ່ການສ້າງຈະ
ຫຼວດ ເພື່ອປ່ອຍດາວທຽມໂທລະຄົມມະນາຄົມ. ອີຣ່ານ ໄດ້ປ່ອຍດາວທຽມດັ່ງກ່າວຂຶ້ນ
ໂຄຈອນໃນອະວະກາດນັບຕັ້ງແຕ່ປີ 2013 ເປັນຕົ້ນມາ. ແຕ່ຄວາມພະຍາຍາມຕື່ມອີກ
ສາມຄັ້ງໃນປີນີ້ ໄດ້ປະສົບຄວາມລົ້ມແຫຼວ, ລວມທັງຈະຫຼວດລູກນຶ່ງໄດ້ລະເບີດຢູ່ຖານ
ປ່ອຍຂອງມັນໃນອາທິດແລ້ວນີ້.
ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ໄດ້ຮັບຮອງຂໍ້ຕົກລົງສາກົນປີ 2015
ທີ່ຈຳກັດໂຄງການນິວເຄລຍຂອງ ອີຣ່ານ ທີ່ຮຽກຮ້ອງໃຫ້ ອີຣ່ານ ບໍ່ດຳເນີນການປະຕິ
ບັດການໃດໆທີ່ກ່ຽວຂ້ອງກັບລູກສອນໄຟຂີປະນາວຸດ ທີ່ອາດຖືກໃຊ້ເພື່ອນຳສົ່ງອາວຸດ
ນິວເຄລຍ.
ພ້ອມກັນນັ້ນໃນວັນອັງຄານວານນີ້, ປະທານາທິວໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ
ໄດ້ກ່າວວ່າ ທ່ານຈະບໍ່ຈັດການເຈລະຈາສອງຝ່າຍກັບ ສະຫະລັດ.
ທ່ານ ຣູຮານີ ໄດ້ກ່າວຕໍ່ສະພາແຫ່ງຊາດວ່າ ມີທາງດຽວທີ່ລັດຖະບານຂອງທ່ານຈະພົບ
ປະກັບລັດຖະບານ ວໍຊິງຕັນ ແມ່ນຖ້າມາດຕະການລົງໂທດຂອງ ສະຫະລັດ ຖືກຍົກ
ເລີກ ແລະ ຝ່າຍອື່ນໆໃນຂໍ້ຕົກລົງນິວເຄລຍປີ 2015 ແມ່ນມີໜ້າຢູ່.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ “ມັນມີໂອກາດທີ່ດີແທ້ໆ” ທີ່ທ່ານ ກັບທ່ານ
ຣູຮານີ ຈະເລຈາກັນ. ທ່ານ ທຣຳ ຫວັງວ່າຈະສາມາດເຈລະຈາ ກ່ຽວກັບ ຂໍ້ຕົກລົງປີ
2015 ຄືນຫຼັງຈາກ ໄດ້ຖອນ ສະຫະລັດ ອອກໃນປີກາຍນີ້ ແລະ ການວາງມາດຕະ
ການລົງໂທດໃສ່ຄືນ ທີ່ໄດ້ສ້າງຄວາມເສຍຫາຍຕໍ່ເສດຖະກິດຂອງ ອີຣ່ານ.