ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຫົວໜ້າກຸ່ມແວັກເນີ ໃນປະເທດມາລີ


ແຟ້ມພາບ - ຮູບຖ່າຍທີ່ບໍ່ລະບຸວັນທີ ຈາກກອງທະຫານຝຣັ່ງ ສະແດງໃຫ້ເຫັນທະຫານຮັບຈ້າງຣັດເຊຍ 3 ຄົນ, ຂວາ, ຢູ່ໃນມາລີ. ກຸ່ມທະຫານແວັກເນີຂອງຣັດເຊຍ, ເຊິ່ງເປັນບໍລິສັດທະຫານເອກະຊົນ, ທີ່ມີບົດບາດສຳຄັນໃນການຕໍ່ສູ້ໃນຢູເຄຣນ ແລະ ຍັງຈັດຫາບຸກຄະລາກອນໄປທີ່ຕາເວັນອອກກາງ ແລະ ອາຟຣິກາ
ແຟ້ມພາບ - ຮູບຖ່າຍທີ່ບໍ່ລະບຸວັນທີ ຈາກກອງທະຫານຝຣັ່ງ ສະແດງໃຫ້ເຫັນທະຫານຮັບຈ້າງຣັດເຊຍ 3 ຄົນ, ຂວາ, ຢູ່ໃນມາລີ. ກຸ່ມທະຫານແວັກເນີຂອງຣັດເຊຍ, ເຊິ່ງເປັນບໍລິສັດທະຫານເອກະຊົນ, ທີ່ມີບົດບາດສຳຄັນໃນການຕໍ່ສູ້ໃນຢູເຄຣນ ແລະ ຍັງຈັດຫາບຸກຄະລາກອນໄປທີ່ຕາເວັນອອກກາງ ແລະ ອາຟຣິກາ


ສະຫະລັດ ໃນວັນພະຫັດວານນີ້ ໄດ້​ວາງ​ມາດ​ຕະການ​ລົງ​ໂທດ ຕໍ່​ຫົວ​ໜ້າ​ກຸ່ມທະຫານຮັບຈ້າງແວັກເນີ ​ໃນ​ມາລີ, ​ໂດຍ​ກ່າວ​ຫາ​ກອງທະຫານ​ເອກະ​ຊົນຣັດ​ເຊຍ​ວ່າ​ ​ປິດ​ບັງ​ຄວາມ​ພະ ຍາຍາມ​ຂອງ​ຕົນ​ໃນການ​ຈັດຫາອຸປະກອນທາງ​ທະຫານເພື່ອໃຊ້ຢູ່ໃນຢູເຄຣນ, ​ແລະ​ດຳ​ເນີນ​ການ​ຜ່ານ​ມາລີ ແລະປະເທດອື່ນໆ, ອິງຕາມອົງການຂ່າວຣອຍເຕີສ໌.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ, ກະຊວງ​ການ​ເງິນ​ຂອງ​ສະຫະລັດ ​ຍັງ​ໄດ້​ກ່າວ​ຫາ ​ ທ້າວ ອີວານ ອເລັກຊານໂດຣວິຈ ມາສລອຟ (Ivan Aleksandrovich Maslov) ທີ່​ກະ​ຊວງ​ການ​ເງິນໄດ້​ອະທິບາຍ ເປັນ​ຫົວໜ້າ​ໜ່ວຍ​ທະຫານ​ສະໜັບສະໜູນກຸ່ມທະຫານຮັບຈ້າງແວັກເນີ ​ແລະ​ຜູ້​ບໍລິຫານ​ຫຼັກ​ຢູ່​ໃນມາລີ ​ວ່າ ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມາລີ ​ເພື່ອດຳເນີນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ດັ່ງກ່າວ​ໃນ​ມາລີ.

"ການລົງໂທດຂອງກະຊວງການເງິນຕໍ່ຕົວແທນທີ່ອະວຸໂສທີ່ສຸດຂອງກຸ່ມແວັກເນີ ໃນປະ ເທດມາລີ ເປັນການລະບຸ ແລະຂັດຂວາງຜູ້ປະຕິບັດການທີ່ສໍາຄັນ ທີ່ສະຫນັບສະຫນູນກິດຈະກໍາທົ່ວໂລກຂອງກຸ່ມ," ທ່ານ ບຣາຍອັນ ແນລສັນ (Brian Nelson), ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ​ສະ​ຫະ​ລັດ ​ຮັບ​ຜິດ​ຊອບ​ວຽກດ້ານກໍ່​ການ​ຮ້າຍ ແລະ​ສືບ​ລັບ​ການ​ເງິນ, ກ່າວໃນຖະແຫຼງການ.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກໂຄສົກກະຊວງການຕ່າງປະເທດ ທ່ານ ແມັທທິວ ມິລເລີຣ໌ (Matthew Miller) ກ່າວໃນວັນຈັນວ່າ ມີຂໍ້ບົ່ງຊີ້ວ່າ ກຸ່ມແວັກເນີ ໄດ້ພະຍາຍາມຊື້ລະ ບົບອາ​ວຸດທາງທະຫານຈາກຜູ້ສະໜອງຕ່າງປະເທດ ແລະກຳນົດເສັ້ນທາງຂົນສົ່ງອາວຸດເຫຼົ່ານັ້ນ ຜ່ານປະເທດມາລີ.

ທ່ານນາງມາເຣຍ ຊາຄາໂຣວາ (Maria Zakharova), ໂຄສົກກະຊວງການຕ່າງປະເທດຣັດເຊຍ, ໃນວັນພຸດວານນີ້, ໄດ້ປະຕິເສດຕໍ່ການກ່າວຫາຂອງສະຫະລັດ ວ່າເປັນ "ເລື້ອງຫຼອກລວງ" ໃນກອງປະຊຸມຖະແຫຼງຂ່າວ, ແລະທ່ານນາງໄດ້ຮຽກຮ້ອງໃຫ້ວໍຊິງຕັນ ກວດສອບຜົນກະທົບໃນການສົ່ງອອກທາງທະຫານຂອງຕົນເອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG