ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ນໍາໃຊ້ ມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ທະຫານ ແລະ 3 ບໍລິສັດ ໃນມຽນມາ


ທ່ານ David Cohen ຈາກກະຊວງ​ການ​ເງິນ​ສະຫະລັດ
ທ່ານ David Cohen ຈາກກະຊວງ​ການ​ເງິນ​ສະຫະລັດ
ສະຫະລັດ ໄດ້​ນໍາ​ໃຊ້​ມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ທະຫານ
ມຽນມາຄົນ​ນຶ່ງ ແລະ 3 ບໍລິສັດ ໃນມຽນມາ ໃນ​ຂໍ້ຫາວ່າ ພົວພັນ
​ກັບ​ການ​ຄ້າ​ຂາຍ​ອາ​ວຸດກັບທາງ​ເກົາຫຼີ​ເໜືອ ​ທີ່​ມຽນມາ​ຖືກ​ຫ້າ​ມ ນັ້ນ.

ກະຊວງ​ການ​ເງິນ​ສະຫະລັດ​ໄດ້​ປະກາດ​ການ​ລົງ​ໂທດ​ດັ່ງກ່າວ
ຕໍ່​ບໍລິສັດ Asia Metal ຈໍາກັດ, ບໍລິສັດ Soe Min Htike ຈໍາກັດ
​ແລະ​ບໍລິສັດ Excellence Mineral Manufacturing ​ແລະ​ຕໍ່
ພົນ​ໂທ Kyaw Nyunt Oo ນາຍ​ທະຫານ​ປະ​ຈໍາກອງ​ບັນຊາ​ການ.

ບໍລິສັດ Asia Metal ຈໍາກັດ ​ ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ໄດ້ກະທໍາ
​ຜິດ​ໃດໆ. ທ່ານ Htein Lin ໄດ້​ບອກ​ກັບ VOA ພະ​ແນ​ກພາສາ​ມຽນມາ ໃນ​ວັນ​ພຸດ​ວານນີ້
​ວ່າ ບໍລິສັດ​ຂອງ​ທ່ານ​ ​ແມ່ນ​ພຽງ​ແຕ່ເຮັດ​ວຽກ​ ​ໃນ​ໂຄງການ​ກໍ່ສ້າງ​ໃຫ້ທາງ​ການ​ທະຫານ​
ມຽນມາ ​ແລະ​ບໍ່​ໄດ້​ມີສ່ວນ​ພົວພັນ​ ກັບການ​ຄ້າ​ອາວຸດ​ແຕ່​ຢ່າງ​ໃດ.

ທ່ານ​ຍັງ​ໄດ້​ກ່າວເພີ່ມຕື່ມ​ວ່າ ບໍລິສັດ​ຂອງ​ທ່ານ​ ຍິນ​ດີ​ແ​ລະເປີດ​ກ້ວາງ ຕໍ່​ການ​ປະກອບສ່ວນ
ນໍາ​ການ​ສື​ບສວນ​ສອບ​ສວນ​ ກ່ຽວ​ກັບ​ເລື້ອງ​ນີ້.

ກະຊວງ​ການ​ເງິນ​ສະຫະລັດ​ໄດ້ກ່າວ​ ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ວ່າ ​ຕົກ​ມາ​ຮອດ​ເດືອນ
​ທັນວາ ​ປີ​ແລ້ວ​ນີ້ ບໍລິສັດ Asia Metal ຈໍາກັດ ໄດ້​ກໍ່ສ້າງ​ຕຶກ​ຫລາຍ​ຫລັງ ແລະສະໜອງ
​ວັດຖຸ​ກໍ່ສ້າງ ​ໃຫ້​ແກ່ໂຮງງານແຫ່ງ​ນຶ່ງ​ຂອງ ບໍລິສັດອຸດສາຫະກໍາ​ປ້ອງ​ກັນ​ປະ​ເທດຂອງ​
ມຽນມາ ທີ່​ມີ​ຊາວ​ເກົາຫຼີ​ເໜືອ ປະມານ 30 ຄົນ ​ຍັງ​ເຮັດ​ວຽກ​ຢູ່ທີ່​ນັ້ນ.

ສະຫະລັດ​ແລະ​ສະຫະ​ປະຊາ​ຊາດ ​ໄດ້​ຫ້າມມຽນມາ ​ທໍາ​ການຊື້ຂາຍອາວຸດ​ກັບ​ເກົາຫຼີ​ເໜືອ.
XS
SM
MD
LG