ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວາງມາດຕະການ ລົງໂທດຄັ້ງໃໝ່ ຕໍ່ເກົາຫລີເໜືອ


ຜຸ້ຊາຍຄົນໜຶ່ງຈູດປ້າຍປະທ້ວງ ລະຫວ່າງການເດີນຕໍ່ຕ້ານ ເກົາຫລີເໜືອ ທີ່ນະຄອນໂຊລ ເກົາຫລີໃຕ້.
ຜຸ້ຊາຍຄົນໜຶ່ງຈູດປ້າຍປະທ້ວງ ລະຫວ່າງການເດີນຕໍ່ຕ້ານ ເກົາຫລີເໜືອ ທີ່ນະຄອນໂຊລ ເກົາຫລີໃຕ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ເຊັນ
​ຮ່າງ​ກົດໝາຍ ການ​ລົງໂທດຄັ້ງ​ໃໝ່ຕໍ່​ເກົາ​ຫລີ​ເໜືອ ເພື່ອ​ເປັນ​
ການ​ຕອບ​ໂຕ້​ຕໍ່ການ​ທີ່ພຽງຢາງໄດ້ທຳ​ການ​ທົດ​ລອງ​ນິວ​ເຄລຍ
​ແລະຍິງ​ລູກ​ສອນ​ໄຟ.

ຮ່າງ​ກົດໝາຍນີ້​ໄດ້ຮຽກຮ້ອງ​ໃຫ້ທຳ​ການລົງ​ໂທດ​ຕໍ່ບຸກຄົນ​ໃດ​ກໍ​
ຕາມ​ທີ່​ໃຫ້ການ​ຊ່ວຍ​ເຫ​ລື​ອ​ຕໍ່​ໂຄງການນິວ​ເຄລຍແລະລູກ​ສອນ​
ໄຟຂອງພຽງ​ຢາງ ການ​ໂຈມຕີ​ທາງ​ອິນ​ເຕີແນັດ ​ແລະ​ການ​ລ່ວງ​
ລະ​ເມີດສິດທິ​ມະນຸດ​ຂອງ​ເກົາຫຼີ​ເໜືອ.

ການ​ຂະຫຍາຍ​ລົງ​ໂທດ ​ແມ່ນ​ແນ​ໃສ່​ເພື່ອ​ປະຕິ​ເສດບໍ່​ໃຫ້​ເກົາ
ຫລີ​ເໜືອ​ໄດ້​ຮັບ ​ເງິນທີ່ຕົນຕ້ອງການ​ ​ເພື່ອ​ນຳ​ໄປ​ໃຊ້ພັດທະນາ​ຫົວ​ລະ​ເບີດນິວ​ເຄລຍ ໃຫ້​ມີ
​ຂະໜາດນ້ອຍ​ລົງແລະລູກ​ສອນ​ໄຟ​ໄລຍະໄກທີ່​ຕົນຕ້ອງການ​ເພື່ອ​ຍິງ​ຫົວ​ລະ​ເບີດເຫຼົ່ານັ້ນ.

ມາດ​ຕະການ​ດັງ​ກ່າວຍັງໄດ້ອະນຸມັດ​ເງິນ 50 ລ້ານ​ໂດ​ລາ ​ໃນ​ໄລຍະ​ຫ້າ​ປີຕໍ່ໜ້າ ​ເພື່ອອອກ​
ອາກາດ​ທາງວິທະຍຸໄປ​ຍັງ​ເກົາຫລີ​ເໜືອ​ແລະ​ສະ​ນັບສະ​ໜູນ​ໂຄງການຊ່ວຍ​ເຫລືອ​ດ້ານ​ມະ
ນຸດ​ສະ​ທຳຕ່າງໆ.

US North Korea Reax
please wait
Embed

No media source currently available

0:00 0:00:48 0:00

​ໃນ​ຂະນະ​ດຽວ​ກັນ ​ໃນ​ການ​ເຄື່ອນໄຫວ​ອີກ​ດ້ານ​ນຶ່ງ​ນັ້ນທີ່​ມີ​ທ່າ​ທາງ​ວ່າ​ຈະ​ກໍ່​ໃຫ້​ເກີດຄວາ​ມ
ຄັ່ງ​ຕຶງ​ກັບພຽງ​ຢາງ ລັດ​ຖະມົນຕີປ້ອງ​ກັນ​ປະ​ເທດ ​ເກົາຫລີໃຕ້ ​ທ່ານ Han Min-koo ກ່າວ​
ໃນ​ວັນ​ພະຫັດ​ວານ​ນີ້​ວ່າທະຫານ​ອາ​ເມຣິກັນປະມານ 15,000 ຄົນ​ຈະ​ເຂົ້າ​ຮ່ວມຢູ່​ໃນ​ການ
​ຊ້ອມ​ລົບປະຈຳ​ປີ​ Key Resolve ​ແລະ Foal Eagel ​ທີ່​ຈະ​ເລີ້ມຂຶ້ນ ​ໃນ​ເດືອນ​ໜ້າ​ນີ້ ຊຶ່​ງ​
ເພີ້ມຂຶ້ນເປັນ​ສອງ​ເທົ່າ​ຂອງໂຕ​ ປີ​ແລ້ວ​ນີ້.

ກາ​ນ​ເພີ້​ມຈຳນວນທະຫານ​ອາ​ເມ​ຣິກັນ​ດັ່ງກ່າວຈະ​ເຮັດ​ໃຫ້ເປັນ​ການ​ຊ້ອມ​ລົບ​ຮ່ວມ ທາງ
ທະຫານ​ທີ່ໃຫຍ່​ທີ່ສຸດ ແບບ​ບໍ່​ເຄີຍມີ​ມາ​ກ່ອນ. ​ເກົາຫລີ​ເໜືອໄດ້ກ່າວ​ອ້າງ​ຊໍ້າ​ແລ້ວ​ຊໍ້າ​ອີກ
​ວ່າ ການຊ້ອມ​ລົບ​ເຫຼົ່ານີ້ ​ແມ່ນ​ການກຽມ​ເພື່ອ​ບຸກ​ລຸກເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ​.

US North Korea
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG