ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ ຫຼາຍ​ຮ້ອຍຢ່າງ ໃນ​ການ​ເຊື່ອມ​ໂຍງ​ ກັບ​ກາ​ນ​ບຸ​ກ​ລຸກ​ ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ


ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ 'Sun Arrows' ຂົນ​ແກັ​ສ​ທຳ​ມະ​ຊາດ​ອອກ​ຈາກ​ໂຄງ​ການ ຊາ​ຄາ​ລິນ-2 ໃນ​ທ່າ​ເຮືອ ປ​ຣີ​ໂກ​ຣອດນີ​, ຣັດ​ເຊຍ, 29 ຕຸ​ລາ 2021.
ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ 'Sun Arrows' ຂົນ​ແກັ​ສ​ທຳ​ມະ​ຊາດ​ອອກ​ຈາກ​ໂຄງ​ການ ຊາ​ຄາ​ລິນ-2 ໃນ​ທ່າ​ເຮືອ ປ​ຣີ​ໂກ​ຣອດນີ​, ຣັດ​ເຊຍ, 29 ຕຸ​ລາ 2021.

ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້​ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ ໃສ່ຫຼາຍກວ່າ 250 ຄົນ ແລະ ອົງ​ກອນ​ໃນ​ການ​ເຊື່ອມ​ໂຍງ​ກັບ​ການ​ບຸກ​ລຸກ ຢູ​ເຄ​ຣນ ຢ່າງ​ເຕັມ​ອັດ​ຕາຂອງ ຣັດ​ເຊຍ.

ການ​ເຄື່ອນ​ໄຫວ​ຄັ້ງຫຼ້າ​ສຸດ​ນີ້​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປາບ​ປາມ​ການຫຼົບຫຼີກ​ມາດ​ຕະ​ການ​ລົງ ຂອງ ຣັດ​ເຊຍ ດ້ວຍ​ການ​ກຳ​ນົດ​ເປົ້າ​ໝາຍ​ທີ່​ສະ​ເພາະ​ເຈາະ​ຈົງຫຼາຍ​ຢ່າງ, ລວມ​ມີ​ປະ​ຊາ​ຊົນ ແລະ ອົງ​ກອນ​ຕ່າງ​ໆໃນ ຈີນ, ເທີ​ກີ, ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ສ ແລະ ປະ​ເທດ​ທີ​ສາມ​ອື່ນໆ… ນອກ​ຈາກ​ເປົ້າ​ໝາ​ຍ​ທີ່​ມີ​ຢູ່​ໃນ ຣັດ​ເຊຍ.

ສະ​ຫະ​ລັດ ເວົ້າ​ວ່າມາດ​ຕະ​ການ​ລົງ​ໂທດ​ໃໝ່​ໄດ້​ແນ​ເປົ້າ​ໃສ່​ບຸກ​ຄົນ ແລະ ອົງ​ການ​ຕ່າງໆ​ຜູ້​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ຄວາມ​ສາ​ມາດ​ຂອງ ຣັດ​ເຊຍ ເພື່ອ​ເຮັດ​ສົງ​ຄາມ​ກັບ ຢູ​ເຄ​ຣນ ແລະ ສົ່ງ​ເສີມ​ “ການ​ຜະ​ລິດ​ພະ​ລັງ​ງານ​ໃນ​ອະ​ນາ​ຄົດ​ຂອງ ຣັດ​ເຊຍ ແລະ ຄວາ​ມ​ສາ​ມາດ​ໃນ​ການ​ສົ່ງ​ອອກ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ໃຊ້​ເຄື່ອງ​ມື​ດັ່ງ​ກ່າວ​ຕາມ​ທີ່​ເຮົາ​ຕ້ອງ​ການ​ເພື່ອ​ສົ່ງ​ເສີມ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ອາ​ຊະ​ຍາ​ກຳ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ແລະ ຜູ້​ທີ່​ໃຫ້​ເງິນ ແລະ ການ​ສະ​ໜັບ​ສະ​ໜູນ​ກົງ​ຈັກ​ສົງ​ຄາມ ​ຂອງ ຣັດ​ເຊຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG