ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ໂອບາມາ ຊົມເຊີຍ ການພົວພັນດ້ານການທູດ ຫຼັງຈາກ ໄດ້ມີຄວາມຄືບໜ້າ ເປັນປະຫວັດການ ກັບອີຣ່ານ


Obama Hails Release of US Prisoners, Iran Nuke Developments
please wait

No media source currently available

0:00 0:02:22 0:00

ເຊີນຊົມ ວີດີໂອ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຊົມເຊີຍ
“ການພົວພັນດ້ານການທູດ ທີ່ເຂັ້ມແຂງຂອງອາເມຣິກາ”
ສຳລັບຂີດໝາຍ ທີ່ສຳຄັນ ກັບອີຣ່ານ ໃນໄລຍະເວລາ 24
ຊົ່ວໂມງຜ່ານມາ ທີ່ລວມທັງການຢັ້ງຢືນວ່າ ເຕຫະຣ່ານ ໄດ້
ຕັດທອນລົງ ໂຄງການນິວເຄລຍຂອງຕົນ ຢ່າງມີຄວາມໝາຍ
ພ້ອມກັນກັບ ການປ່ອຍໂຕ ພວກນັກໂທດ ຊາວອາເມຣິກັນ
ຈຳນວນໜຶ່ງ ຊຶ່ງໄດ້ແກ້ໄຂບັນຫາທາງດ້ານການເງິນ ທີ່ແກ່
ຍາວມາໄດ້ 3 ທົດສະວັດແລ້ວນັ້ນ.

ທ່ານປະທານາທິບໍດີ ກ່າວໃນວັນອາທິດວານນີ້ ຫຼັງຈາກໄດ້
ຮັບຂ່າວ ການຢັ້ງຢືນວ່າ ອີຣ່ານໄດ້ປ່ອຍໂຕ ຊາວອາເມຣິກັນ
ທັງໝົດ 5 ຄົນ ແລະ ໄດ້ເດີນທາງອອກຈາກ ປະເທດດັ່ງກ່າວແລ້ວ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ກ່ຽວກັບການປ່ອຍໂຕຊາວອາເມຣິກັນ ໂດຍອີຣ່ານ ໃນຫ້ອງການຂອງທຳນຽບຂາວ ຢູ່ທີ່ນະຄອນຫຼວງວໍຊິກຕັນ, ວັນທີ 17 ມັງກອນ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ກ່ຽວກັບການປ່ອຍໂຕຊາວອາເມຣິກັນ ໂດຍອີຣ່ານ ໃນຫ້ອງການຂອງທຳນຽບຂາວ ຢູ່ທີ່ນະຄອນຫຼວງວໍຊິກຕັນ, ວັນທີ 17 ມັງກອນ 2016.

ທ່ານໂອບາມາ ໄດ້ບອກປະເທດຊາດວ່າ “ມື້ນີ້ ເປັນມື້ສັນວັນດີ.” ຫຼັງຈາກທີ່ໄດ້ໃຊ້
ການພົວພັນທາງດ້ານການທູດໂດຍກົງ ກັບທາງການ ຂອງອີຣ່ານແລ້ວ “ພວກເຮົາ
ກໍໄດ້ເຫັນຜົນສຳເລັດຕ່າງໆ.”

ໃນວັນເສົາຜ່ານມາ ສະຫະລັດ ແລະ 5 ປະເທດມະຫາອຳນາດອື່ນໆ ໄດ້ຍົກເລີກມາດ
ຕະການລົງໂທດຕໍ່ອີຣ່ານ ຫຼັງຈາກ ມີລາຍງານ ສະບັບໜຶ່ງ ໂດຍອົງການສິ້ງຊອມດ້ານ
ນິວເຄລຍ ຂອງອົງການ ສະຫະປະຊາຊາດ ທີ່ວ່າ ເຕຫະຣ່ານ ໄດ້ປະຕິບັດຕາມຄວາມ
ໝັ້ນໝາຍ ໃນການຫລຸດຜ່ອນໂຄງການນິວຂອງຕົນ.

ການຖອນມາດຕະການລົງໂທດຕ່າງໆອອກນັ້ນ ເຮັດໃຫ້ອີຣ່ານ ສາມາດນຳເອົາທຶນ
ລະຫວ່າງ 50 ຫາ 100 ຕື້ໂດລາ ມາໃຊ້ໄດ້ ອີງຕາມບັນດາເຈົ້າໜ້າທີ່ ຂັ້ນສູງຂອງ
ລັດຖະບານສະຫະລັດ.

US, Iran Swap Prisoners
please wait

No media source currently available

0:00 0:02:30 0:00

XS
SM
MD
LG