ໃນວັນພຸດວານນີ້ ກະຊວງການຄ້າສະຫະລັດ ໄດ້ອອກມາປະກາດວ່າ ຕົນຈະປະຕິບັດການຄວບຄຸມການສົ່ງອອກອັນໃໝ່ ກ່ຽວກັບອຸປະກອນເທັກໂນໂລຈີຊີວະພາບບາງປະເພດ, ໂດຍອ້າງເຖິງຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດກ່ຽວກັບປັນຍາປະດິດ (AI) ແລະຂໍ້ມູນດ້ານວິທະຍາສາດ.
ກະຊວງການຄ້າເຕືອນວ່າ ຈີນ ສາມາດນຳໃຊ້ອຸປະກອນເທັກໂນໂລຈີຊີວະພາບ ເພື່ອເສີມຂະຫຍາຍຄວາມສາມາດດ້ານການທະຫານຂອງພວກເຂົາ ແລະຊ່ວຍອອກແບບອາວຸດອັນໃໝ່ ໂດຍການນຳໃຊ້ປັນຍາປະດິດ.
ກະຊວງການຄ້າກ່າວວ່າ ເທັກໂນໂລຈີດ້ານນີ້ ສາມາດນໍາໄປໃຊ້ໄດ້ຫຼາຍປະເພດ, ລວມທັງຄວາມສາມາດໃນການນໍາໃຊ້ເພື່ອ “ການເພີ້ມປະສິດທິພາບຂອງມວນມະນຸດ, ການປະສານງານຂອງ ສະໝອງ ແລະເຄື່ອງຈັກ, ວັດສະດຸສັງເຄາະທີ່ໄດ້ຮັບແຮງບັນດານໃຈຈາກເທັກໂນໂລຈີຊີວະພາບ, ແລະອາດນໍາໄປສູ່ດ້ານອາວຸດຊີວະພາບນໍາອີກດ້ວຍ.”
ມາດຕະການລົງໂທດ ໄດ້ຈຳກັດການສົ່ງເທັກໂນໂລຈີຊີວະພາບໄປຍັງປະເທດທີ່ບໍ່ມີໃບອະນຸຍາດຈາກ ສະຫະລັດ ເຊັ່ນ ປະເທດຈີນ.
ການຄວບຄຸມນີ້ໃຊ້ກັບ ເຄື່ອງວັດກະແສໄຟຟ້າ (cytometers) ສໍາລັບການໄຫຼຂອງພາລາມິເຕີ ແລະອຸປະກອນການວັດຂະໜາດໃຫຍ່, ໂດຍອີງຕາມພະແນກການຄ້າ ພວກເຂົາສາມາດ “ສ້າງຂໍ້ມູນດ້ານຊີວະພາບທີ່ມີຄຸນນະພາບສູງ, ແລະມີເນື້ອໃນສູງ, ລວມທັງຂໍ້ມູນທີ່ເໝາະສົມສໍາລັບການນໍາໃຊ້ເພື່ອອໍານວຍຄວາມສະດວກໃນການພັດທະນາ AI ແລະເຄື່ອງມືການອອກແບບທາງຊີວະພາບ.”
ໃນອາທິດທີ່ຜ່ານມາ, ສະຖານທູດຈີນປະຈຳວໍຊິງຕັນກ່າວວ່າ ປັກກິ່ງ “ຢືນຢັນຄັດຄ້ານຢ່າງໜັກແໜ້ນຕໍ່ການພັດທະນາ, ການຄອບຄອງ ຫຼື ການນຳໃຊ້ອາວຸດຊີວະພາບຂອງປະເທດໃດນຶ່ງ.”
ການເຄື່ອນໄຫວຫຼ້າສຸດຂອງສະຫະລັດ ແມ່ນດໍາເນີນຕາມການຕັດສິນໃຈດ້ານນະໂຍບາຍເມື່ອໄວໆມານີ້ ທີ່ສະທ້ອນເຖິງຈຸດປະສົງອັນກວ້າງຂວາງຂອງວໍຊິງຕັນໃນການຈຳກັດການເຂົ້າເຖິງດ້ານເທັກໂນໂລຈີ ແລະຂໍ້ມູນຕ່າງໆຂອງ ສະຫະລັດ ຈາກ ປັກກິ່ງ.
ວໍຊິງຕັນ ປະກາດໃນວັນຈັນແລ້ວນີ້ວ່າ ຕົນຈະເຂັ້ມງວດໃນການເຂົ້າເຖິງການສົ່ງອອກຊິບ AI ແລະເທັກໂນໂລຈີ ໂດຍ ປັກກິ່ງ, ເຊິ່ງຈະປະຕິບັດກົດລະບຽບອັນໃໝ່, ໂດຍຈຳກັດຈຳນວນຊິບທີ່ສາມາດສົ່ງອອກໄປຍັງບາງປະເທດເທົ່ານັ້ນ ລວມມີ ຈີນ, ຣັດເຊຍ, ອີຣ່ານ ແລະ ເກົາຫຼີເໜືອ.
ໃນເດືອນນີ້, ແຜນການເກືອດຫ້າມສື່ສັງຄົມຍອດນິຍົມ TikTok ຂອງຈີນ ຈະເລີ້ມມີຜົນບັງຄັບໃຊ້, ເນື່ອງຈາກ ສະຫະລັດ ສະແດງຄວາມກັງວົນກ່ຽວກັບຄວາມສ່ຽງໃນການແບ່ງປັນຂໍ້ມູນທີ່ມີຄວາມລະອຽດອ່ອນກັບລັດຖະບານ ຈີນ.
ຟໍຣັມສະແດງຄວາມຄິດເຫັນ