ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄຳສັ່ງ ຫ້າມບໍ່ໃຫ້ ທະຫານອາເມຣິກັນ ຢູ່ຍີ່ປຸ່ນ ອອກທ່ຽວ ກາງຄືນ


ຜູ້ບັນຊາການກໍາລັງທະຫານສະຫະລັດ ທີຍິ່ປຸ່ນ ນາຍ​ພົນ​​ໂທ Salvatore Angelella ​ຫ້າມ​ທະຫານອອກທ່ຽວ ແຕ່ 11:00 ​ໂມງກາງຄືນ ຫາ 5:00 ​ໂມງ​ເຊົ້າ
ຜູ້ບັນຊາການກໍາລັງທະຫານສະຫະລັດ ທີຍິ່ປຸ່ນ ນາຍ​ພົນ​​ໂທ Salvatore Angelella ​ຫ້າມ​ທະຫານອອກທ່ຽວ ແຕ່ 11:00 ​ໂມງກາງຄືນ ຫາ 5:00 ​ໂມງ​ເຊົ້າ
ຜູ້​ບັນຊາ​ການ​ກໍາລັງ​ທະຫານ​ສະຫະລັດ​ ໃນ​ຍີ່ປຸ່ນ ​ໄດ້​ອອກ​ປະ
ກາດ​ຫ້າມ​ ບໍ່​ໃຫ້​ພວກ​ທະຫານ​ ໃນ​ທົ່ວ​ປະ​ເທດຍີ່ປຸ່ນ ອອກ​ໄປ​
ທ່ຽວ​ໃນ​ຍາມ​ກາງຄືນຫລັງ​ຈາກ​ໄດ້​ມີ​ການ​ຈັບ​ກຸມທ​ະຫານ​ເຮືອ​
ອາ​ເມຣິກັນສ​ອງຄົນ​ ທີ່​ຖືກ​ກ່າວ​ຫາວ່າ ຂົ່ມຂືນ​ແມ່ຍິງຄົນ​ນຶ່ງ ທີ່
​ເກາະໂອ​ກິ​ນາ​ວາ.

ນາຍ​ພົນໂທ Salvatore Angelella ກ່າວ​ໃນ​ວັນ​ສຸກ​ນີ້​ວ່າ ການ
​ຫ້າມ​ ຊຶ່ງ​ຈະ​ເລີ້​ມ​ແຕ່ 11:00 ​ໂມງກາງຄືນຫາ 5:00 ​ໂມງ​ເຊົ້າ ຈະ
​ມີ​ຜົນ​ບັງຄັບ​ໃຊ້​ໃນ​ທັນທີ ​ຕໍ່​ທະຫານອາ​ເມຣິກັນທຸກໆ​ຄົນບໍ່​ວ່າ​ຈະ
ເປັນ​ທະຫານ ທີ່​ປະຈຳການ​ຖາວອນ ມາ​ຢູ່ຊົ່ວຄາວຫລື​ກໍາລັງ​ຢຸດ
ແວ່​ຢູ່​ທີ່ປະເທດ​ຍີ່ປຸ່ນ. ການຫ້າມດັ່ງກ່າວ​ ຈະ​ບໍ່​ມີ​ຜົນ​ບັງຄັບ​ຕໍ່​ພົນ
ລະ​ເຮືອນອາ​ເມຣິກັນ​ແລະ​ພວກສັນຍາ​ຈ້າງ. ນາຍ​ພົນ Angelella
ຍັງ​ກ່າວ​ອີກ​ວ່າ ພວກທະຫານສະຫະລັດ ຢູ່​ໃນ​ຍີ່ປຸ່ນ ຈະ​ຕ້ອງເຂົ້າ​
“​ຮັບ​ການ​ອົບຮົມ ກ່ຽວ​ກັບ​ຫຼັກຄຸ່ນຄ່າຕ່າງໆ.​”

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ ໄດ້​ຈັບ​ກຸມທະຫານ​ເຮືອ​ສະຫະລັດສອງຄົນ ທີ່​ເກາະໂອ​ກີ​ນາວາ ​ທາງ ພາກ​ໃຕ້​ຂອງ​ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ພະຫັດວານ​ນີ້. ​ເຂົາ​ເຈົ້າ​ໄດ້​ຖືກ​ກ່າວ​ຫາວ່າ ຂົ່ມຂືນ​ແມ່ ຍິງ​ໃນ​ເຂດ​ທ້ອ​ງຖິ່ນ​ຄົນ​ນຶ່ງ ຢູ່ທີ່ ບ່ອນ​ຈອດ​ລົດຂອງ​ຕຶກຫໍ​ພັກ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງ​ຄານ ຜ່ານ​ມານີ້.
XS
SM
MD
LG