ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ ສະຫະລັດ ລົບລ້າງ ການທ້າທາຍ ກ່ຽວກັບ ຄົນເຂົ້າເມືອງ ໃນລັດ Arizona


ຮູບພາບ ສະແດງໃຫ້ເຫັນ ຜູ້ພິທັກສັນຕະລາດ ເມືຶອງ Maricopa County ທ່ານ Joe Arpaio ກ່າວຕໍ່ບັນດານັກຂ່າວ.
ຮູບພາບ ສະແດງໃຫ້ເຫັນ ຜູ້ພິທັກສັນຕະລາດ ເມືຶອງ Maricopa County ທ່ານ Joe Arpaio ກ່າວຕໍ່ບັນດານັກຂ່າວ.

ສານ​ລັດຖະບານ​ກາງ ສະຫະລັດ ​ໄດ້​ລົບ​ລ້າງ​ການ​ຟ້ອງ​ຮ້ອງ
ຈາກຜູ້​ພິທັກ​ສັນຕິ​ລາດຄົນ​ນຶ່ງ​ຂອງ ລັດ Arizona ຜູ້​ທີ່​ອ້າງ​ວ່າ
ການ​ໃຊ້ອຳນາດ​ບໍລິຫານ​ຂອງ ປະທານາທິບໍດີ Barack
Obama ກ່ຽວ​ກັບ​ຄົນ​ເຂົ້າເມືອງນັ້ນ ບໍ່​ຢູ່​ໃນ​ກົດໝາຍ
ລັດ​ທະ​ທຳ​ມະນູນ.

ສານ​ຊັ້ນ​ຕົ້ນ ວໍຊິງຕັນ ທີ່​ເປັນສານ​ອຸທອນ​ຂອງ ສະຫະລັດ
​ໃນ​ວັນ​ສຸກ​ວານ​ນີ້ ເຫັນ​ດີວ່າ ການ​ຕັດສິນ​ຂອງສານຊັ້ນ​ຕົ້ນ
​ ຕໍ່​ຜູ້​ພິທັກ​ສັນຕິ​ລາດ​ເມືອງ Maricops ທ່ານ Joe Arpaio
ນັ້ນ​ບໍ່​ມີ​ເຫດຜົນ​ພຽງພໍ​ ​ໃນການທ້າ​ທາຍຕໍ່​ການ ​ປະຕິບັດ
​ໜ້າ​ທີ່ຂອງ ປະ​ທາ​ນາ​ທິບໍດີ.

ຮອງ​ໂຄສົກ​ທໍາ​ນຽບຂາວ ທ່ານ Eric Schutz ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ພວກເຮົາພໍໃຈ”
ຕໍ່ການຕັດສິນຂອງສານ. ທ່ານກ່າວວ່າ ສານ “ຮັບຮູ້ຢ່າງຖືກ ຕ້ອງວ່າ ລັດຖະທຳມະນູນ
ບໍ່ອະນຸຍາດໃຫ້ ສານລັດຖະບານກາງຮັບຟັງການ ຟ້ອງຮ້ອງ ທີ່ອ້າງອີງໃສ່ການກ່າວຫາ
ທີ່ບໍ່ມີຄວາມຈິງ.

ທ່ານ Schultz ກ່າວວ່າ ທຳນຽບຂາວ “ຈະສືບຕໍ່ປະຕິບັດໄປສູ່ການແກ້ໄຂ ທ້າທາຍດ້ານ
ກົດໝາຍ ເພື່ອໃຫ້ລັດຖະບານສາມາດ ເຄື່ອນ​ໄຫວໄປໜ້າກັບການ ນຳໃຊ້ນະໂຍບາຍ
ຂອງ ປະທານາທິບໍດີ ທີ່ເຫັນວ່າມີເຫດຜົນຕໍ່ນະ​ໂຍບາຍຄົນເຂົ້າເມືອງ.

ຜູ້ພິພາກສາ ທ່ານນາງ Nina Pillard ຂຽນໃຫ້ແກ່ຄະນະຜູ້ພິພາກສາສາມທ່ານ ກ່າວວ່າ ການທຳນາຍຂອງ Apraio ທີ່ມີອັດຕາການກະທຳຜິດສູງຂື້ນ ແລະ ການເພີ້ມພົນລະເມືອງ
ຢູ່ໃນຄຸກ ເວລາໃດທີ່ການປະຕິບັດຂອງ ປະທານາທິບໍດີ ອອກນຳໃຊ້ “ອ້າງອີງຕາມຄວາມ
ສົງໄສ ແລະກົງກັນຂ້າມກັບຄວາມຮູ້ທີ່ແທ້ຈິງ.” ພາກຕາເວັນຕົກສຽງໃຕ້ຂອງ ລັດ Arizona
ສະຫະລັດ ທີ່ມີຊາຍແດນກັບ Mexico.

ທ່ານ Larry Klayman ທະນາຍຄວາມຂອງ ທ່ານ Arpaio ກ່າວວ່າ ທ່ານ ມີແຜນຈະ
ອຸທອນການຕັດສິນຂອງສານ ຕໍ່ສານສູງສຸດ.

ການປະຕິບັດໃຊ້ອຳນາດບໍລິຫານຂອງ ປະທານາທິບໍດີ ກ່ຽວກັບຄົນເຂົ້າເມືອງ ທີ່ໄດ້
ປະກາດໃນເດືອນພະຈິກທີ່ຜ່ານມາ ຈະສະເໜີອະນຸຍາດໃຫ້ເຮັດວຽກ ຊົ່ວຄາວ ແລະຍົກ
ເລິກການຂົ່ມຂູ່ທີ່ຈະເນລະເທດ ຄົນເຂົ້າເມືອງຜິດກົດໝາຍ 5 ລ້ານຄົນ.

XS
SM
MD
LG