ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໓ ພຶດສະພາ ໒໐໒໕

ສະພາ​ສູງ ສຫລ ເຫັນດີໃຫ້ ອະພິປາຍ ຮ່າງກົດໝາຍ ຄົນເຂົ້າເມືອງ (ວີດິໂອ)


ສະພາສູງສະຫະລັດ ຈະອະພິປາຍ ກ່ຽວກັບຮ່າງກົດໝາຍ ດ້ານຄົນເຂົ້າເມືອງ

ສະພາ​ສູງສະຫະລັດ ໄດ້ລົງຄະແນນສຽງທີ່ຈະອະພິປາຍກ່ຽວ
ກັບຮ່າງກົດໝາຍຄົນເຂົ້າເມືອງ ທີ່ມີລັກສະນະປະຫວັດສາດ ແລະເປັນບັນຫາໂຕ້ແຍ້ງກັນ ທີ່ຈະໃຫ້ໂອກາດແກ່ພວກຄົນເຂົ້າ
ເມືອງ ທີ່ບໍ່ມີເອກະສານຫລາຍກວ່າ 11 ລ້ານຄົນ ໃຫ້ເປັນພົນ
ລະເມືອງສະຫະລັດ.

ການ​ລົງຄະແນນສຽງ 82 ຕໍ່ 15 ໃນວັນອັງຄານວານນີ້ ໄດ້ແຜ້ວ
ທາງໃຫ້ມີ​ການ ອະພິປາຍຢູ່​ໃນ​ສະພາ​ສູງ ທີ່ນັກວິເຄາະເວົ້າກັນ
ວ່າ ອາດຈະແກ່ຍາວອອກໄປຈົນຮອດທ້າຍເດືອນນີ້.

ຮ່າງກົດໝາຍດັ່ງກ່າວໄດ້ຕັ້ງຂອບເຂດຂັ້ນຕອນ 13 ປີ ໃນການ​ໄດ້​ຮັບ​ສັນຊາດ ເປັນພົນລະ​ເມືອງອາ​ເມຣິກັນ ສໍາລັບພວກເຂົ້າມາ​ໃນສະຫະລັດຢ່າງຜິດກົດໝາຍ ຈົນຮອດທ້າຍປີ 2011.

ໃນຕອນເຊົ້າຂອງວັນອັງຄານວານນີ້ເຊັ່ນກັນສະມາຊິກສະພາສູງທີ່​ສຳຄັນໆ 8 ທ່ານຈາກ
ພັກ Democrat ແລະພັກ Republican ເຫັນດີນໍາກັນ ໃນການລົງຄະແນນສຽງດັ່ງ
ກ່າວ ແລະສະມາຊິກ​ສະພາ​ສູງທ່ານນຶ່ງ ຈາກພັກ Democrat ທ່ານ Charles Schumer
ເວົ້າວ່າ ທ່ານມີຄວາມໝັ້ນໃຈວ່າຮ່າງກົດໝາຍດັ່ງ ກ່າວຈະຖືກຮັບຮອງເອົາປະມານວັນ
ທີ 4 ກໍລະກົດຊຶ່ງເປັນວັນເອກກະລາດຂອງສະຫະລັດ.

ທ່ານ John Boehner ຜູ້ນໍາສະພາຕໍ່າ ສັງກັດພັກ Republican ໄດ້ອອກສຽງສະໜັບ
ສະໜຸນຕໍ່ຮ່າງກົດໝາຍດັ່ງກ່າວ ແຕ່ກໍເວົ້າວ່າ ຮ່າງກົດໝາຍ​ກ່ຽວກັບ​ເລື່ອງ​ນີ້ຂອງສະ
ພາຕໍ່າ ມີທ່າທີວ່າຈະມີການບັງຄັບໃຫ້ເພີ້ມຄວາມເຂັ້ມງວດ ດ້ານການຮັກສາຄວາມ
ປອດໄພຢູ່ຕາມຊາຍແດນຂອງສະຫະລັດ ແລະ​ເມັກຊິໂກ ຫລາຍກວ່າຮ່າງກົດໝາຍ
ຂອງສະພາສູງ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາເວົ້າໃນວັນອັງຄານວານນີ້ວ່າທ່ານ
ສະໜັບສະໜຸນຮ່າງກົດໝາຍທີ່ມີການຜ່ອນສັ້ນຜ່ອນຍາວທີ່​ໄດ້​ມີ​ການສະ​ເໜີ ໄປນັ້ນ
ຊຶ່ງຈະເພີ້ມຄວາມເຂັ້ມແຂງໃນການຮັກສາຄວາມປອດໄພ ຢູ່ຕາມຊາຍແດນທາງທິດ
ໃຕ້ຂອງປະເທດກັບ​ເມັກຊິໂກ. ທ່ານກ່າວອີກວ່າ ທັງທ່ານເອງ ແລະບັນດາສະມາຊິກ
ສະພາຈະບໍ່ໄດ້ຮັບຂໍ້ກໍານົດກ່ຽວກັບຄົນເຂົ້າເມືອງໝົດ​ທຸກຢ່າງ ດັ່ງທີ່ພວກທ່ານປາດຖະ
ໜາຢາກໄດ້.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:


XS
SM
MD
LG