ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມທຸລະ​ກິດ​​ແລະ​ແຮງ​ງານ ຂອງ ສຫລ ບັນລຸ​ຂໍ້​ຕົກລົງ​ ວ່າຈ້າງ ຄົນ​​ຕ່າງ​ດ້າວ ຜິດກົດໝາຍ​ ​


ກຸ່ມປະທ້ວງຕໍ່ຕ້ານ ພວກທີ່ຕໍ່ຕ້ານບັນຫາຄົນເຂົ້າເມືອງສະຫະລັດ
ກຸ່ມປະທ້ວງຕໍ່ຕ້ານ ພວກທີ່ຕໍ່ຕ້ານບັນຫາຄົນເຂົ້າເມືອງສະຫະລັດ
ທາງ​ການ​ສະຫະລັດ​ເວົ້າ​ວ່າ ວົງ​ການ​ທຸລະ​ກິດແລະ​ແຮງ​ງານ
​ໃຫຍ່ໆ ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ ກ່ຽວ​ກັບ​ໂຄງການ​ວ່າ​ຈ້າງຄົນ​ງານ
​ຕ່າງ​ດ້າວ​ ທີ່​ເອີ້ນ​ວ່າ​ຄົນ​ງານ​ຮັບ​ເຊີນ ທີ່​ມີ​ຄວາ​ມຊໍານານ​ຕໍ່ານັ້ນ​
ຊຶ່ງ​ເປັນ​ການ​ແຜ້ວ​ທາງ​ໄປ​ສູ່​ ການ​ອໍານວຍ​ໃຫ້​ພວກ​ຄົນ​ເຂົ້າ​
ເມືອງ​ຜິດ​ກົດໝາຍ ຈໍານວນ 11 ລ້ານ​ຄົນ ​ໄດ້​ຮັບ​ສັນຊາດ​ເປັນ
​ຄົນ​ອາ​ເມຣິກັນ.

ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ໂຄງການ​ໃໝ່​ເພື່ອອອກ​ວິ​ຊ້າປະ​ເພດ​ໃໝ່ທີ່​ເອີ້ນ​ວ່າ W Visa
ນັ້ນ ຈະ​ມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ທີ່ 1 ​ເມສາ ປີ 2015. ຫລັງ​ຈາກນຶ່ງ​ປີ ຜູ້​ທີ່​ໄດ້​ຮັບ W Visa ​
ຈະສາມາດ​ຍື່ນ​ຂໍ​ບັດ​ຂຽວ​ ຫຼືສະຖານະພາບຜູ້​ຢູ່​ອາໄສຖາວອນ​ໃນສະຫະລັດ​ໄດ້​ ​ແລະ​ຈະ
ສາມາດ​ປ່ຽນ​ວຽກໄດ້.

​ໃນ​ປີ​ທໍາ​ອິດ​ຂອງ​ໂຄງການ​ດັ່ງກ່າວນີ້ ທາງ​ການ​ສະຫະລັດ​ຈະ​ອອກ​ວິ​ຊ້າ ​ໃຫ້​ແກ່ 20.000 ຄົນ ​ແລະ​ກໍ​ຈະຄ່ອຍໆ​ເພີ່ມ​ຂຶ້ນ​ເປັນຈໍານວນ​ສູງ​ສຸດ 200.000 ຄົນ ​ໃນ​ທຸກໆ​ປີ.

ຈໍານວນ​ການ​ອອກ​ວິ​ຊ້າ​ນີ້ ຈະ​ຂຶ້ນໆ​ລົງໆ ຂື້ນ​ຢູ່​ກັບ​ອັດຕາ​ການຫ​ວ່າງ​ງານ ວຽກ​ງານ​ທີ່​ມີ ຕະຫຼອດທັງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພວກ​ນາຍ​ຈ້າງ ​ແລະ​ຂໍ້​ມູນທີ່ເກັບ​ກໍາ​ໂດຍ​ອົງການ​ໃໝ່​ຂອງ​ລັດຖະບານ​ກາງ ກໍ​ຄືສໍານັກງານ ຄົ້ນຄວ້າ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ​ແລະ​ຕະຫຼາດ​ແຮງ​ງານ ທີ່​ຈະ​ຕິ​ດຕາມ​ເບິ່ງສະພາບ​ການ​ຂອງ​ຕະຫຼາດ.

ທາງການ​ທໍານຽບຂາວ​ເວົ້າໃນວັນ​ເສົາ​ວານ​ນີ້​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຮູ້ສຶກ​
ມີ​ກໍາລັງ​ໃຈ​ນໍາ​ຄວາມ​ກ້າວໜ້າ​ ຂອງ​ການ​ເຈ​ລະ​ຈາ​ກັນ ກ່ຽວ​ກັບ​ເລື້ອງ​ນີ້ ຢູ່​ໃນ​ສະພາ​ສູງ
ຂະນະ​ທີ່ຄອງ​ແກ​ຣສ ຫຼືລັດຖະສະພາສະຫະລັດ ທໍາ​ງານ​ເພື່ອ​ໃຫ້ບັນລຸ​ຮ່າງ​ກົດ​ໝາຍຄົນ​
ເຂົ້າ​ເມືອງ ຫຼື Immigration ​ແບບຄົບ​ຖ້ວນ​ສົມບູນ ທີ່​ທັງສອງ​ພັກ​ເຫັນ​ພ້ອມ​ນໍາ​ກັນນັ້ນ. ການ​ປະຕິ​ຮູບ​ການ​ກວດ​ຄົນ​ເຂົ້າ​ເມືອງ ຖື​ເປັນ​ບຸລິມະສິດ​ສູງອັນນຶ່ງ​ຂອງທ່ານ​ໂອ​ບາ​ມາ ​ໃນສະ​ໄໝດໍາລົງ​ຕໍາ​ແໜ່ງ​ທີ່​ສອງ​ຂອງທ່ານ ຊຶ່ງ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອນ​ມັງກອນ ​ປີ 2017.
XS
SM
MD
LG