ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລີ້ມປະຕິບັດ ໂຄງການໂຍະຍານ ການເນລະເທດ ພວກຊາວໜຸ່ມຕ່າງດ້າວທີ່ ເຂົ້າເມືອງຜິດກົດໝາຍ


ນາງ Niouseline St. Jean ຈາກເກາະ Turks ແລະ Caicos ທີ່ຢຸ່ໃນສະຫະລັດຢ່າງຜິດກົດໝາຍ ສະແດງຄວາມດີໃຈ ນໍາກົດໝາຍໃໝ່ຂອງສະຫະລັດ ທີ່ຜ່ອນຜັນການເນລະເທດພວກເຂົ້າເມືອງຜິດກົດໝາຍ.
ນາງ Niouseline St. Jean ຈາກເກາະ Turks ແລະ Caicos ທີ່ຢຸ່ໃນສະຫະລັດຢ່າງຜິດກົດໝາຍ ສະແດງຄວາມດີໃຈ ນໍາກົດໝາຍໃໝ່ຂອງສະຫະລັດ ທີ່ຜ່ອນຜັນການເນລະເທດພວກເຂົ້າເມືອງຜິດກົດໝາຍ.
ພວກຊາວໜຸ່ມຄົນຕ່າງດ້າວເຂົ້າເມືອງຜິດກົດໝາຍ ທີ່ອາໄສຢູ່ໃນ
ສະຫະລັດກໍາລັງຢືນເຂົ້າຄິວກັນ ເພື່ອລົງທະບຽນ ໃນໂຄງການ
ໃໝ່ໂຄງການນຶ່ງ ທີ່ອາດຊ່ວຍໃຫ້ພວກ ເຂົາເຈົ້າບໍ່ຖືກເນລະເທດ.

ໂຄງການຂອງລັດຖະບານທີ່ເອີ້ນກັນວ່າ “ໂຄງການພິດຈາລະນາ
ການປະຕິບັດ ທີ່ໄດ້ຮັບການອະນຸໂລມຂອງການເຂົ້າມາສະຫະລັດ
ໃນໄວເດັກ” ນັ້ນ ມີຜົນບັງຄັບ ໃຊ້ແຕ່ວັນພຸດວານນີ້ ຄືວັນທີ່ 15 ເດືອນສິງຫາ.

ໂຄງການດັ່ງກ່າວຈະອະນຸຍາດໃຫ້ພວກຄົນໜຸ່ມ ທີ່ຖືກນໍາເຂົ້າ
ມາໃນສະຫະລັດຢ່າງຜິດກົດໝາຍ ໂດຍພໍ່ແມ່ຂອງພວກເຂົາເຈົ້າ
ມີສິດຢູ່ໃນສະຫະລັດໄດ້ ເປັນການຊົ່ວຄາວໄປກ່ອນ ໂດຍບໍ່ຢ້ານ
ວ່າຈະຖືກເນລະເທດ ຖ້າຫາກວ່າພວກເຂົາເຈົ້າມີເງື່ອນໄຂຄົບຕາມ
ທີ່ທາງການຕ້ອງການ.

ເງື່ອນໄຂເຫຼົ່ານີ້ ແມ່ນມີໂຮມທັງຜູ້ກ່ຽວຕ້ອງເປັນນັກຮຽນ ຫຼືຮັບໃຊ້ໃນກອງທັບສະຫະລັດ ແລະບໍ່ມີປະວັດອາດຊະຍາກໍາມາກ່ອນຫຼືສໍ້ສະແດງໃຫ້ເຫັນ ວ່າເປັນໄພຂົ່ມຂູ່ຕໍ່ຄວາມ
ໝັ້ນຄົງແຫ່ງຊາດ.

ນອກນີ້ແລ້ວ ຜູ້ສະໝັກຈະຕ້ອງມີອາຍຸຕໍ່າກວ່າ 31 ປີ ແລະຈະຕ້ອງເຂົ້າ ມາສະຫະລັດ
ກ່ອນອາຍຸຄົບ 16 ປີ. ສະຖາບັນນະໂຍບາຍດ້ານຄົນເຂົ້າເມືອງປະເມີນວ່າ ອາດມີ
ຊາວຕ່າງດ້າວ ຫຼາຍເຖິງ 1 ລ້ານ 8 ແສນຄົນ ໄດ້ຮັບສິດທິດັ່ງກ່າວ. ແຕ່ນາງ Michelle Mittelstadt ໂຄສົກຂອງກຸ່ມບອກວີໂອເອວ່າ ພວກຍື່ນຄຳຮ້ອງທີ່ອາດຈະໄດ້ຮັບສິດ
ທີ່ວ່ານັ້ນ ມີຄວາມເປັນຫ່ວງກ່ຽວກັບການເປີດເຜີຍສະຖານະພາບ ຂອງພວກເຂົາເຈົ້າ.

ພວກຄັດຄ້ານຕໍ່ນະໂຍບາຍນີ້ ກ່າວວ່າ ມັນເປັນເລຶ່ອງການໃຫ້ອະໄພຍະໂທດຫຼາຍ
ກວ່າ. ທ່ານ Jack Marti ແຫ່ງສະຫະພັນເພື່ອການປະຕິຮູບດ້ານຄົນເຂົ້າເມືອງ
ອາເມຣິກັນ ຍັງກ່າວອີກວ່າ ຜູ້ທີ່ໄດ້ຮັບສິດທິໃນໂຄງນີ້ ໃນທີ່ສຸດກໍອາດຍາດແຍ່ງເອົາ
ວຽກງານໄປ ໃນຊ່ວງເວລາທີ່ເສດຖະກິດຍັງບໍ່ຟື້ນຕົວຄືນໄດ້ຢ່າງເຕັມເມັດເຕັມໜ່ວຍ ຢູ່ໃນເວລານີ້ນັ້ນ.
XS
SM
MD
LG