ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການບຸກກວດຄົ້ນຫາ ພວກຄົນເຂົ້າເມືອງ ທີ່ຜິດກົດໝາຍ ໃນທົ່ວປະເທດ ເລີ້ມຕົ້ນຂຶ້ນ ຢ່າງງຽບໆ


ພວກເຈົ້າໜ້າທີ່ ຂອງກົມກວດຄົນເຂົ້າເມືອງ ຫຼື ICE ທີ່ຮູ້ຈັກກັນອີກຊື່ນຶ່ງວ່າ ເຈົ້າໜ້າທີ່ໝວກດຳ ກຳລັງ ຄວບຄຸມຕົວ ຄົນເຂົ້າເມືອງຜູ້ນຶ່ງ.
ພວກເຈົ້າໜ້າທີ່ ຂອງກົມກວດຄົນເຂົ້າເມືອງ ຫຼື ICE ທີ່ຮູ້ຈັກກັນອີກຊື່ນຶ່ງວ່າ ເຈົ້າໜ້າທີ່ໝວກດຳ ກຳລັງ ຄວບຄຸມຕົວ ຄົນເຂົ້າເມືອງຜູ້ນຶ່ງ.

ການບຸກກວດຄົ້ນໃນທົ່ວປະເທດ ທີ່ແນໃສ່ການຕ້ອນເອົາພວກຄົນເຂົ້າມາໃນປະເທດ
ຢ່າງຜິດກົດໝາຍ ຫຼາຍເຖິງ 2,000 ຄົນ ທີ່ເປັນໄປໄດ້ວ່າ ຈະຖືກເນລະເທດອອກໄປນັ້ນ
ໄດ້ເລີ້ມດຳເນີນໄປຢ່າງງຽບໆ ໃນວັນອາທິດວານນີ້ ເກືອບວ່າ ບໍ່ເຫັນຫຍັງເກີດຂຶ້ນເລີຍ.

ຫົວໜ້າຮັກສາການຊົ່ວຄາວ ກົມກວດຄົນເຂົ້າເມືອງ ແລະພາສີ ຂອງສະຫະລັດ ທ່ານ
ແມັຕ ອາລເບັນສ໌ ກ່າວວ່າ “ພວກເຮົາກຳລັງແນເປົ້າໝາຍໃສ່ ເພື່ອບັງຄັບໃຊ້ມາດຕະ
ການ ຕໍ່ບຸກຄົນທັງຫຼາຍ ທີ່ສະເພາະເຈາະຈົງ ຜູ້ທີ່ໄດ້ໄປຂຶ້ນສານຄົນເຂົ້າເມືອງມາແລ້ວ
ແລະໄດ້ຖືກສັ່ງໃຫ້ອອກນອກປະເທດ ໂດຍຜູ້ພິພາກສາສານຄົນເຂົ້າເມືອງ.”

ທ່ານອາລເບັນສ໌ບໍ່ໄດ້ໃຫ້ຂໍ້ມູນຕື່ມກ່ຽວກັບວ່າ ສະຖານທີ່ບ່ອນໃດ ທີ່ຈະໄປຈັບກຸມ ຫຼືວ່າ
ມີຈັກຄົນທີ່ຈະຖືກຄວບຄຸມຕົວ.

ແຕ່ຄວາມຢ້ານກົວພາຍໃນປະຊາຄົມຄົນເຂົ້າເມືອງ ຢູ່ໃນຫົວເມືອງໃຫຍ່ຫຼາຍແຫ່ງ
ຈາກພວກເຈົ້າໜ້າທີ່ໝວກດຳ ທີ່ຈະຖີບປະຕູລົງ ແລະຮ້ອງອອກຄຳສັ່ງຕ່າງໆນາໆນັ້ນ
ແມ່ນບໍ່ໄດ້ເກີດຂຶ້ນເລີຍ.

ລາຍງານທີ່ອອກມາທັງໝົດ ແມ່ນງຽບມິດ ຢູ່ໃນຫຼາຍໆຫົວເມືອງໃຫຍ່ເຊັ່ນວ່າ ໄມອາມີ
ນິວຢອກ ແອດແລນຕາ ແລະບອລຕີມໍ ບ່ອນທີ່ໂບດທັງຫຼາຍ ແລະບັນດາທະນາຍຄວາມ
ແມ່ນຕຽມພ້ອມທີ່ຈະໃຫ້ການຊ່ອຍເຫຼືອ ແລະເປັນບ່ອນພັກພິງລີ້ໄພ ແລະພ້ອມທີ່ຈະຊ່ອຍ
ຜູ້ໃດກໍຕາມ ທີ່ສົງໄສວ່າ ພວກເຂົາເຈົ້າ ກຳລັງຈະຖືກຄວບຄຸມຕົວ. ພວກເຂົາເຈົ້າ ໄດ້
ບອກພວກຄົນເຂົ້າເມືອງວ່າ ບໍ່ໃຫ້ເປີດປະຕູໃຫ້ແກ່ພວກເຈົ້າໜ້າທີ່ ເວັ້ນເສຍແຕ່ວ່າ
ພວກເຈົ້າໜ້າທີ່ ເອົາໝາຍຈາກສານໃຫ້ເບິ່ງເທົ່ານັ້ນ.

ພວກເຂົາເຈົ້າຍັງໄດ້ບອກຜູ້ໃດກໍຕາມ ທີ່ໄດ້ຖືກຈັບກຸມວ່າ ບໍ່ໃຫ້ເວົ້າຫຍັງ ຫຼື ເຊັນເອກກະ
ສານໃດໆ ເວັ້ນເສຍແຕ່ວ່າ ມີທະນາຍຄວາມຢູ່ນຳ.

“ພວກຄົນເຂົ້າເມືອງ ແລະປະຊາຄົມຄົນເຂົ້າເມືອງທັງຫຼາຍ ໃນທົ່ວປະເທດ ແມ່ນພາກັນ
ໄປລີ້ຊ່ອນ ແລະພວກຄົນເຫຼົ່ານີ້ ດຳລົງຊີບດ້ວຍຄວາມຢ້ານກົວແທ້ໆ ແລະເປັນວິທີທາງ
ທີ່ສ້າງ ຄວາມຢ້ານກົວຕໍ່ພວກເຂົາເຈົ້າ” ນັ້ນແມ່ນຄຳເວົ້າຂອງທ່ານນາງ ແມຣີ ບາວເອີ
ທະນາຍຄວາມຢູ່ທີ່ສູນກາງດ້ານກົດໝາຍສຳລັບຄົນທຸກຍາກຢູ່ພາກໃຕ້. ທ່ານນາງ ກ່າວ
ຕື່ມວ່າ ການສ້າງຄວາມຢ້ານກົວຕໍ່ພວກຄົນດັ່ງກ່າວ ເປັນ “ຈຸດສຳຄັນຂອງການປະຕິບັດ
ທັງມວນ ຊຶ່ງແມ່ນການບັງຄັບໃຊ້ມາດຕະການນັ້ນ ຈະເກີດຂຶ້ນ ຫຼືບໍ່ກໍຕາມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG