ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ນະໂຍບາຍຄົນເຂົ້າເມືອງ ຂອງ ສຫລ ຈະມີການປ່ຽນແປງ ພາຍໃຕ້ລັດຖະບານ ຂອງທ່ານ ໄບເດັນ


ທ່ານ Murad Awawdeh (ຂວາ) ຈາກແນວໂຮມດ້ານຄົນເຂົ້າເມືອງຂອງລັດນິວຢອກ ກ່າວຕໍ່ຄົນທີ່ໂຮມຊຸມນຸມຢູ່ໂດຍຂໍຮ້ອງໃຫ້ ທ່ານໂຈໄບເດັນ ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກຕັ້ງໃໝ່ນັ້ນເອົາການປະຕິດຮູບຄົນເຂົ້າເມືອງໃຫ້ເປັນບູລິມະສິດ, ວັນທີ 9 ພະຈິກ, 2020 ທີ່ນະຄອນນນິວຢອກ.
ທ່ານ Murad Awawdeh (ຂວາ) ຈາກແນວໂຮມດ້ານຄົນເຂົ້າເມືອງຂອງລັດນິວຢອກ ກ່າວຕໍ່ຄົນທີ່ໂຮມຊຸມນຸມຢູ່ໂດຍຂໍຮ້ອງໃຫ້ ທ່ານໂຈໄບເດັນ ຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກຕັ້ງໃໝ່ນັ້ນເອົາການປະຕິດຮູບຄົນເຂົ້າເມືອງໃຫ້ເປັນບູລິມະສິດ, ວັນທີ 9 ພະຈິກ, 2020 ທີ່ນະຄອນນນິວຢອກ.

ຄະນະລັດຖະບານທີ່ຈະເຂົ້າຮັບຕຳແໜ່ງຂອງປະທານາທິບໍດີທີ່ຄາດວ່າຈະເປັນຜູ້ທີ່ຖືກເລືອກຕັ້ງໃໝ່, ທ່ານໂຈ ໄບເດັນ ສາມາດຕ່າວປີ້ນ ນະໂຍບາຍຄົນເຂົ້າເມືອງຂອງປະທານາທິບໍດີ ດໍໂນລ ທຣໍາ ໄດ້ຢ່າງໄວວາ, ເຊິ່ງຫຼາຍໆອັນຍັງຄົງເປັນໂຄງການລິເລີ່ມ ທີ່ມີຄວາມເຄັ່ງຕຶງທີ່ສຸດຂອງລັດຖະບານທ່ານຢູ່.

ທ່ານໄບເດັນສາມາດປະຕິເສດຄຳສັ່ງແນະນຳຫຼາຍຢ່າງໂດຍນຳໃຊ້ກົນໄກດຽວກັນທີ່ທຣໍາໃຊ້ເພື່ອຈັດຕັ້ງປະຕິບັດຄຳສັ່ງແນະນໍາດັ່ງກ່າວ ຊຶ່ງກໍຄືດໍາລັດ. ແຕ່ບັນດານັກຊ່ຽວຊານກ່າວວ່າ ມັນຈຳເປັນຕ້ອງໄດ້ມີຫຼາຍກວ່າການປະກາດນະ ໂຍບາຍນຶ່ງໆ.

ໃນສີ່ປີທີ່ຜ່ານມາ, ທ່ານທຣໍາໄດ້ຂຽນຄໍາສັ່ງປະຕິບັດກົດລະບຽບອອກມາຫຼາຍກວ່າ 400 ສະບັບ ໂດຍຜ່ານອໍານາດບໍລິຫານຂອງເພິ່ນ.

ທ່ານນາງ ມີແຊລ ວາສລິນ (Michele Waslin), ຜູ້ປະສານງານໂຄງການຂອງສະຖາບັນຄົ້ນຄ້ວາດ້ານຄົນເຂົ້າເມືອງຢູ່ມະຫາວິທະຍາໄລຈອຣ໌ຈ ເມຊັນ (George Mason) ກ່າວຕໍ່ວີໂອເອວ່າ ລາຍຊື່ນັ້ນປະກອບມີການລົບລ້າງຂໍ້ຈຳກັດໃນການເດີນທາງໝົດເລີຍ, ການປ່ຽນແປງບູລິມະສິດໃນການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ, ປ່ຽນແປງກົດລະບຽບໃນການລີ້ໄພໂດຍສິ້ນເຊີງເລີຍ, ການປະກາດພາວະສຸກເສີນສຳລັບການກໍ່ສ້າງກຳແພງຊາຍແດນຢ່າງສິ້ນເຊີງ, ແລະ ຫລຸດຂີດຈໍາກັດຂອງຈໍານວນອົບພະຍົບເຂົ້າປະເທດຢ່າງເປັນລໍາດັບໄປ.

ທ່ານນາງກ່າວຕໍ່ໄປວ່າ “ໃນທາງທິດສະດີ, ການປະກາດຂອງປະທານາທິບໍດີແລະດໍາລັດສາມາດຖືກລົບລ້າງໂດຍປະທານາທິບໍດີຄົນໃໝ່; ແຕ່ເຖິງຢ່າງໃດກໍ່ຕາມ, ໃນຫຼາຍໆກໍລະນີ, ການປ່ຽນແປງດັ່ງກ່າວຈະບໍ່ສາມາດເຮັດໄດ້ໃນທັນທີທັນໃດ ຈະຕ້ອງເອົາຄົນເຂົ້າໄປປະຈໍາຢູ່ໃນໜ່ວຍງານຕ່າງໆ, ຄູ່ມືແນະນຳແລະຄູ່ມືພາກສະໜາມຕ້ອງໄດ້ມີການປັບປຸງ, ແລະຕ້ອງໄດ້ມີແຜນການ ໃນການດຳ ເນີນການປ່ຽນແປງດັ່ງກ່າວ,”

ທ່ານວາສລິນ (Waslin), ກ່າວອີກວ່າ ການທີ່ຈະບໍ່ໃຫ້ປະຕິບັດນະໂຍບາຍ ອື່ນໆ ຄາດວ່າຈະມີຄວາມສັບສົນຫຼາຍກວ່າ.

ທ່ານນາງໄດ້ອະທິບາຍວ່າ "ນະໂຍບາຍທີ່ຖືກປ່ຽນແປງຜ່ານກົດລະບຽບຕ່າງໆ ອາດຈະຕ້ອງໄດ້ມີກົດລະບຽບໃໝ່ ແລະໄລຍະເວລາ ໃຫ້ຂໍຄຳເຫັນຈາກປະຊາ ຊົນໃໝ່,"

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG