ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂໍ້ມູນ ສຫລ ສະແດງໃຫ້ເຫັນວ່າ ມີຄົນ​ເຂົ້າ​ເມືອງ ເພີ້ມຂຶ້ນ ສ່ວນໃຫຍ່ ມາຈາກເອເຊຍ


ພວກທີ່ເຂົ້າຮ່ວມໃນພິທີ "ສາບານຕົວ" ຮັບຊາດ ຖືທຸງຊາດ ອາເມຣິກັນ ໃນພິທີທີ່ຈັດຂຶ້ນຢູ່ວໍຊີງຕັນ, 15 ທັນວາ, 2015.
ພວກທີ່ເຂົ້າຮ່ວມໃນພິທີ "ສາບານຕົວ" ຮັບຊາດ ຖືທຸງຊາດ ອາເມຣິກັນ ໃນພິທີທີ່ຈັດຂຶ້ນຢູ່ວໍຊີງຕັນ, 15 ທັນວາ, 2015.

ພວກ​ຄົນ​ເຂົ້າ​ເມືອງທີ່​ຖືກຕ້ອງ​ຕາມ​ກົດໝາຍ​ແລະ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ​ທີ່​ເຂົ້າ​ມາ​ຍັງ​ສະຫະລັດ ​ໄດ້​ເພີ່ມ​ຂຶ້ນ​ໃນ​ຮອບ 2 ປີ ທີ່​ຜ່ານ​ມາ ​ເຖິງ​ລະດັບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ນັບ​ຕັ້ງ​ແຕ່​ເລີ່​ມຕົ້ນ​ຂອງ​ສັດຕະວັດ​ທີ 21 ​ແລະ​ຈຳນວນຫຼາຍ​ທີ່​ສຸດ ​ແມ່ນ​ມາ​ຈາກ​ເອ​ເຊຍ ບໍ່​ແມ່ນ​ຈາກ ​ອາ​ເມຣິກາ​ລາ​ຕິ​ນ.

ການ​ພົບ​ເຫັນ​ທີ່​ວ່າ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ປີ ທີ່ຜູ້​ສະ​ໝັກ​ເປັນ​ປະທານາທິບໍດີສະຫະລັດທ່ານ Donald Trump ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະມີ​ການ​ສ້າງ​ຮົ້ວ​ຕາມ​ຊາຍ​ແດນ​ປະ​ເທດ Mexico ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ ພວກ​ຄົນ​ເຂົ້າ​ເມືອງ ​ເຂົ້າ​ມາ​ຍັງ​ສະຫະລັດ.

ການ​ພົບ​ເຫັນໃໝ່​ໂດຍສູນກາງ​ການສຶກສາ​ເລື້ອງ​ຄົນ​ເຂົ້າ​ເມືອງຫຼື CIS ທີ່​ສະ​ແດງ ​ໃຫ້​ເຫັນ​ວ່າ ມີພວກ​ຄົນ​ເຂົ້າ​ເມືອງທີ່​ຖືກຕ້ອງ​ຕາມ​ກົດໝາຍຫຼາຍ​ກວ່າ 3 ລ້ານເຂົ້າ​ມາໃນສະຫະລັດ ​ໃນ​ປີ 2014 ຫາ 2015 ຊຶ່ງເພີ້ມຂຶ້ນ 39 ​ເປີ​ເຊັນ ລື່ນ​ໄລຍະ 2 ປີ​ກ່ອນ. ການ​ສຳ​ຫຼວດ​ໄດ້​ຕິດຕາມ​ເບິ່ງການ​ເຄື່ອນ​ຍ້າຍ​ຂອງ​ຜູ້​ຄົນທັງ​ເຂົ້າ​ແລະ​ອອກຈາກ​ສະຫະລັດ ຊຶ່ງ​ຮວມທັງ​ພວກ​ທີ່​ມີ​ວີ​ຊາ ຢູ່​ຢ່າງ​ຍາວ​ນານ​ໄດ້​ນັ້ນ.

ສູນ CIS ​ໄດ້​ກ່າວໃນ​ຖະ​ແຫຼງຂ່າວ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້ວ່າ ປັດໄຈ​ຫຼັກ​ທີ່​ຊັກ​ຈູງ​ພວກ​ຄົນ​ເຂົ້າ​ເມືອງທີ່​ວ່າ​ນີ້ ​ແມ່ນອາດ​ເປັນ​ຍ້ອນ​ການ​ມີ​ການ​ເສດຖະກິດ​ທີ່​ອຸດົມສົມບູນ ການຫຼຸ​ດ ຜ່ອນ​ກົດ​ໃນ​ການ​ປະຕິ​ບັດດ້ານ​ກົດໝາຍ​ຄົນ​ເຂົ້າ​ເມືອງ ​ແລະທາດ​ແທ້​ຂອງລະບົບ​ກົດໝາຍ​ຄົນ​ເຂົ້າ​ເມືອງສະຫະລັດ​ລົງ ຊຶ່ງ​ນັ້ນ​ແມ່ນ​ຮວມ ທັງອະນຸຍາດ​ໃຫ້ອອກວີ​ຊາ​ແບບ​ຊົ່ວຄາວ​ໄລ ຍະ​ຍາວ ​ໃຫ້​ພວກ​ນັກ​ສຶກສາ​ແລະ​ພວກ​ຄົນ​ງານ​ທີ່​ທາງ​ສະຫະລັດ​ຕ້ອງການ.

ລົດກະບະຂອງສະຫະລັດ ລາດຕະເວນ ຊາຍແດນ ລະຫວ່າງ ສະຫະລັດ-Mexico ທີ່ El Paso, ລັດ Texas.
ລົດກະບະຂອງສະຫະລັດ ລາດຕະເວນ ຊາຍແດນ ລະຫວ່າງ ສະຫະລັດ-Mexico ທີ່ El Paso, ລັດ Texas.

ສູນ CIS ​ໄດ້​ວິ​ເຄາະ​ເບິງ​ຂໍ້​ມູນຂອງລັດຖະບານ​ສະຫະລັດ ທີ່​ໄດ້​ເກັບກຳໃນ​ການ​ສຳ​ຫຼວດ​ປະຊາກອນປະຈຳ​ເດືອນໃນປະຈຸ​ບັນ ​ແລະ​ໄດ້​ພົບ​ເຫັນ​ວ່າ ການ​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍ​ຂອງ​ພວກ​ຄົນ​ເຂົ້າ​ເມືອງນີ້​ ແມ່ນ​ເນື່ອງ​ຈາກ​ມີ​ການ​ເພີ້ມຂຶ້ນຂອງ​ພວກ​ຄົນ​ເຂົ້າ​ເມືອງຈາກເຂດເອ​ເຊຍຕາ​ເວັນ​ອອກ ​ເອ​ເຊຍ​ໃຕ້ ​ແລະ​ລາ​ຕິ​ນອາ​ເມຣິກາ ຊຶ່ງ​ບໍ່​ຮວມ​ເອົາ Mexico.

ບັນດາ​ພວກ​ນັກ​ຊ່ຽວຊານ ກ່າວ​ວ່າ ກ່ຽວ​ກັບ​ເລື້ອງພວກ​ຄົນ​ເຂົ້າ​ເມືອງ ທີ່​ຖືກຕ້ອງ​ຕາມ​ກົດ ໝາຍ​ແລ້ວ​ ​ແມ່ນ​ວ່າ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ການ​ອອກ​ວີ​ຊາ​ ໃຫ້​ພວກ​ຄົນງານ​ໄລຍະ​ຍາວ ແກ່​ຊາວ​ອິນ​ເດຍ ​ແລະ​ຊາວ​ຈີນ. ​ໃນ​ຂະນະ​ດຽວ​ກັນ​ຈຳ​ນວນ​ພວກ ຄົນ​ເຂົ້າ​ເມືອງທີ່​ບໍ່ຖືກຕ້ອງ ​ຕາມ​ກົດໝາຍ​ໃຫຍ່​ທີ່​ສຸດ​ ​ແມ່ນ​ມາ​ຈາກ​ອາ​ເມຣິກາ​ກາງ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຮວມ ທັງພວກ​ເດັກນ້ອຍ​ທີ່​ບໍ່​ໄດ້​ຢູ່​ໃນ​ການ​ດູ​ແລ​ຂອງ​ຜູ້​ປົກຄອງ ທີ່​ເລີ່​ມ​ຂ້າມ​ຊາຍ​ແດນ​ເຂົ້າມາ​ໃນ​ພາກ​ໃຕ້​ສະຫະລັດແບບ​ຜິດກົດໝາຍໃນ​ຮອບ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ​ນີ້.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG