ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ເຈົ້າໜ້າ​ທີ່ ສຫລ ​ບໍ່​ສາ​​ມາດ ປະ​ຕິ​ບັດ ​ນະ​ໂຍບ​າຍ ​ທີ່ບໍ່​ມີ​ການຜ່ອນຜັນ ຕໍ່ຄອບຄົວ ຄົນເຂົ້າເມືອງ


ຄອບຄົວຄົນເຂົ້າເມືອງຜິດກົດໝາຍ ພາກັນຍ່າງຢູ່ເລາະທາງຍ່າງ ຫຼັງຈາກໄດ້ມີການກວດກາ ຢູ່ສູນກາງ ວັນທີ 24 ມິຖຸນາ 2018, ທີ່ເມືອງແມັກອາລັນ ລັດເທັກຊັສ.
ຄອບຄົວຄົນເຂົ້າເມືອງຜິດກົດໝາຍ ພາກັນຍ່າງຢູ່ເລາະທາງຍ່າງ ຫຼັງຈາກໄດ້ມີການກວດກາ ຢູ່ສູນກາງ ວັນທີ 24 ມິຖຸນາ 2018, ທີ່ເມືອງແມັກອາລັນ ລັດເທັກຊັສ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ຄວບ​ຄຸມ​ຊາຍ​ແດນ​ສະຫະລັດ ​ໄດ້​ຮັບ​ຮຸູ້ໃນ​ວັນຈັນ​ວານ​ນີ້​ວ່າ ປັດຈຸບັນ
ນີ້ ພວກ​ເຈົ້າໜ້າ​ທີ່​ບໍ່​ສາມາປະ​ຕິ​ບັດ ​ນະ​ໂຍບ​າຍທີ່​ບໍ່​ມີ​ການໂຍະຍານຜ່ອນຜັນຫຼື “zero-tolerance” ຂອງ​ປະທານ​າທິບໍດີ​ທຣໍາໄດ້ ​ໃນ​ການ​ກັກ​ຂັງ ​ແລະ​ຈັບ​ກຸມ ທຸກ​ຄົນ​ທີ່​ເຂົ້າ​ມາ​
ໃນປະ​ເທດແບບ​ຜິດ​ກົດໝາຍ ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ພວມກຳລັງ​ພັດທະນາ​ນະ​ໂຍ
ບາຍ ​ທີ່​ຈະ​ອະນຸຍາດ​ໃຫ້​ມີການ​ຈັບ​ກຸມ​ພວກເຂົາເຈົ້າໂດຍບໍ່ຕ້ອງແຍກຄອບຄົວອອກ
ຈາກ​ກັນ.​

ຄະນະ​ກຳມາ​ທິການພາສີ ແລະ​ປ້ອງ​ກັນຊາຍ​ແດນ ທ່ານ​ແຄວິນ ​ແມັກ​ອາລີ​ນານ ກ່າວ​ຕໍ່​
ບັນດາ​ນັກ​ຂ່າວຢູ່​ໃນ​ລັດ​ເທັກ​ຊັສວ່າທ່ານ​ໄດ້​ຢຸດ​ເຊົາ​ສົ່ງ​ຄະດີຜູ້ປົກຄອງ​ທີ່​ໄດ້ຖືກ​ກ່າວ​ຫາ​
ວ່າ ​ເຂົ້​າມາ​ໃນປະ​ເທດແບບຜິດກົດໝາຍ ​ໃຫ້​ແກ່​ບັນດາ​ໄອ​ຍະ​ການ ຫຼັງ​ຈາກ​ປະທານາ
ທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ເຊັນ​ດຳລັດ​ຝ່າຍບໍລິຫານໃນ​ອາ ທິດ​ແລ້ວ​ ເພື່ອໃຫ້​ຢຸ​ດ​ເຊົາ​ການ​ແຍກບັນດາ​ຜູ້ປົກຄອງແລະ​ເດັກນ້ອຍອອກຈາກ ກັນ.

ທ່ານ​ແມັກ​ລີແນນ​ໄດ້​ຢືນຢັດ​ວ່າ​ ນະ​ໂຍບາຍ​ຂອງ​ລັດຖະບານ ​ຍັງ​ມີ​ຜົນບັງຄັບ​ໃຊ້​ຢູ່​ເຖິງ
​ແມ່ນ​ມີ​ການ​ທ້າ​ທາຍ​ໃນ​ປັດຈຸ​ບັນ ​ແລະ​ກ່າວ​ວ່າ ທ່ານ​ກຳ​ລັງ​ເຮັດ​ວຽກ​ວາງ​ແຜນ​ເພື່ອ​
ເລີ້ມ​ການ​ດຳເນີນຄະດີ.

ໃນອາທິດ​ແລ້​ວນີ້​ປະ​ທາ​ນາ​ທິບໍດີທຣໍາ ​ໄດ້​ເຊັນ​ດຳລັດ​ຝ່າຍບໍລິຫານ ເພື່ອສືບຕໍ່ນຳໃຊ້
ນະ​ໂຍບາຍ “ທີ່​ບໍ່​ມີ​ການໂຍະຍານ​ຜ່ອນຜັນ” ກ່ຽວກັບ​ການ​ກັກ​ຂັງ ​ແລະ​ການຈັບ​ກຸມ
ທຸກ​ໆ​ຄົນ​ທີ່​ເຂົ້​າ​ມາໃນປະ​ເທດ​ຜິດແບບ​ກົດໝາຍ ​ແຕ່​ໃຫ້ຢຸດເຊົາການ​ແຍກ​ພໍ່​ແມ່​ຄົນ
​ເຂົ້າເມືອງ ​ແລະ​ເດັກນ້ອຍອອກຈາກກັນ.

ທ່ານແຄວີນ ແມັກລີນັນ ຄະນະກຳມາທິການພາສີສະຫະລັດ ແລປ້ອງກັນຊາຍແດນ ລາຍງານຢູ່ ສູນກາງຊາຍແດນສະຫະລັດ ທີລັດເທັກຊັສ ທີ 25 ມິຖຸນາ 2018.
ທ່ານແຄວີນ ແມັກລີນັນ ຄະນະກຳມາທິການພາສີສະຫະລັດ ແລປ້ອງກັນຊາຍແດນ ລາຍງານຢູ່ ສູນກາງຊາຍແດນສະຫະລັດ ທີລັດເທັກຊັສ ທີ 25 ມິຖຸນາ 2018.

ການເຄື່ອນ​ໄຫວ​ດັ່ງກ່າວ ໄດ້ພາໃຫ້ມີຄຳ​ຖາ​ມກ່ຽວກັບ​ສະຖານ​ທີ່ ຮວມທັງ​ວ່າ​ຈະ​ໃຫ້
​ບັນດາ​ຄອບຄົວ ​ຢູ່ນຳກັນໄດ້ຢ່າງ​ໃດ ​ໃນ​ຂະນະ​ທີ່ດຳເນີນຄະດີພວກ​ພໍ່​ແມ່​ຄົນ​ເຂົ້າ​ເມືອງຜິດກົດໝາຍ. ນອກນັ້ນ ຍັງໄດ້ເຮັດໃຫ້ຫຼາຍ​ອົງການ​ລັດຖະບານ​ຊອກ​ຫາ​ຊ່ອງ
ທາງເພື່ອໃຫ້ບ່ອນພັກເຊົາແກ່ພວກຄົນເຂົ້າເມືອງທີ່ຖືກຈັບ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທ່ານ​ຈິ​ມ ​ແມັດ​ຕິ​ສ ກ່າວ​ວ່າ ກອງທັບ​ຈະ​ຊ່ວຍ​ເອົາ​ຄົນ
​ເຂົ້າ​ເມືອງ ໄປ​ໄວ້ຢູ່​ເຮືອນ​ພັກ​ເຊົາ ​ໃນ​ຖານ​ທັບ​ຕ່າງໆ ຮວມທັງ​ສອງ​ແຫ່ງ​ຢູ່​ໃນ​ລັດ
ເທັກຊັສ.

ພວກເຈົ້າໜ໊າທີ່ຊາຍແດນສະຫະລັດ ນຳເອົາຄົນເຂົ້າເມືອງຜິດກົດໝາຍຈາກ ກົວເຕີມາລາ ເຂົ້າລົດ ວັນຈັນ ທີ 25 ມິຖຸນາ 2018.
ພວກເຈົ້າໜ໊າທີ່ຊາຍແດນສະຫະລັດ ນຳເອົາຄົນເຂົ້າເມືອງຜິດກົດໝາຍຈາກ ກົວເຕີມາລາ ເຂົ້າລົດ ວັນຈັນ ທີ 25 ມິຖຸນາ 2018.

ທ່ານ​ແມັດ​ຕິ​ສກ່າວ​ຕໍ່​ບັນດາ​ນັກຂ່າວ ລະຫວ່າງ​ການ​ເດີນທາງ​ໄປ​ລັດ​ອາລາສກາ​ໃນ​
ວັນ​ຈັນ​ວານ​ນີ້​ວ່່າ ກອງທັບ​ຈະ​ສະໜັບສະໜູນໃຫ້​ບ່ອນ​ພັກ​ເຊົາ ​ແລະ​ຈະບໍ່​ເຂົ້າ​ໄປ
“ພົວພັນ​ດ້ານ​ການ​ເມືອງ” ຂອງ​ສະຖາ​ນະ​ການ. ທ່ານ​ກ່າວ​ວ່າ ​ກອ​ງທັບ​ສະຫະລັດ ມີ
​ປະຫວັດ​ອັນ​ຍາວ​ນານ​ ໃນການ​ໃຫ້ຄວາມສະໜັບສະໜູນດ້ານ​ບ່ອນ​ພັກ​ເຊົາ​ແກ່​
ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳມະ​ຊາດ ຫຼື “ຫລົບໜີ​ຈາກ​
ພວກຜະເດັດການ.”

ປະທານາທິບໍດີທຣໍາ​ໄດ້​ໃຊ້​ການ​ໂຮມຊຸມນຸມທາງການ​ເມືອງ ໃນ​ແລງ​ຈັນ​ວານ​ນີ້ ຢູ່​ລັດຄາໂຣໄລນາໃຕ້ ​ໂດຍວາດພາບ​ໃຫ້ທ່ານ​ເອງ​ເບິ່ງ​ຄື​ວ່ ເຂັ້ມງວດ​ເວລາ​ກ່າວ​ເຖິງ
ຄວາມ​ປອດ​ໄພ..

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Immigration Children
please wait

No media source currently available

0:00 0:01:16 0:00

XS
SM
MD
LG