ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດຈະດັດແປງ ກົດໝາຍຄົນເຂົ້າເມືອງ


ສະຫະລັດຈະດັດແປງ ກົດໝາຍຄົນເຂົ້າເມືອງ
ສະຫະລັດຈະດັດແປງ ກົດໝາຍຄົນເຂົ້າເມືອງ

ທ່ານ John Morton
ທ່ານ John Morton

ເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນພວມດັດແປງແກ້ໄຂກ່ຽວກັບວ່າຈະບັງຄັບໃຊ້ແບບໃດໂຄງ
ການຄົນເຂົ້າເມືອງທີ່ສຳຄັນໂດຍຈະເພັ່ງເລັງໃສ່ແຕ່ຜູ້ທີ່ມີຄວາມຜິດຮ້າຍແຮງທາງອາຍາທໍ່ນັ້ນ.

ຜູ້ອຳນວຍການອົງການກວດຄົນເຂົ້າເມືອງແລະພາສີຂອງສະຫະລັດ ທ່ານ John Morton
ກ່າວວ່າ ພວກເຈົ້າໜ້າທີ່ກຳລັງຮັບຟັງຄວາມວິຕົກກັງວົນ ຈາກລັດຖະບານທ້ອງຖິ່ນແລະລັດ
ຕ່າງໆ ກ່ຽວກັບໂຄງການສ້າງຄວາມປອດໄພໃຫ້ແກ່ປະຊາຄົມທີ່ພະແນກການປະຕິບັດກົດ
ໝາຍທັງຫຼາຍຈະແບ່ງປັນຂໍ້ມູນກ່ຽວກັບການແປະໂປ້ກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງ
ສະຫະລັດ.

ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງລັດຖະນກາງສະຫະລັດກ່າວວ່າໂຄງການດັ່ງກ່າວນີ້ຈະໄດ້
ຮັບການດັດແປງແກ້ໄຂໂດຍຈະເພັ່ງເລັງຫຼາຍຂຶ້ນໃສ່ພວກຄົນເຂົ້າເມືອງຜິດກົດໝາຍຊຶ່ງເປັນ
ຜູ້ຮ້າຍທີ່ມີຄວາມຜິດຮ້າຍແຮງທາງອາຍານັ້ນ.

ພວກຕຳໜິຕິຕຽນ ຕະຫຼອດທັງລັດຖະບານທ້ອງຖິ່ນ ແລະລັດຖະບານລັດຫຼາຍໆລັດ ທີ່ບໍ່
ເຫັນພ້ອມກັບໂຄງການໃນປັດຈຸບັນນີ້ເວົ້າວ່າມັນບໍ່ໄດ້ຈຳແນກລະຫວ່າງພວກທີ່ມີຄວາມຜິດ
ເລັກນ້ອຍ ແລະພວກທີ່ມີຄວາມຜິດຮ້າຍແຮງ ແລະກ່າວຕື່ມວ່າ ມັນຊຸກຍູ້ບໍ່ໃຫ້ພວກຄົນເຂົ້າ
ເມືອງແຈ້ງຄວາມ ກ່ຽວກັບອາດຊະຍາກຳຕ່າງໆຍ້ອນຢ້ານວ່າ ພວກເຂົາເຈົ້າອາດຈະຖືກເນ
ລະເທດໃນທີ່ສຸດນັ້ນ.

XS
SM
MD
LG