ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອົງການກວດຄົນເຂົ້າເມືອງ ສຫລ ຊອກຈ້າງ ພະນັກງານ ເພີ້ມຂຶ້ນ ສອງເທົ່າ ໃນ 6 ປີຂ້າງໜ້າ


ເຈົ້າໜ້າທີ່ກວດຄົນເຂົ້າເມືອງສະຫະລັດ ກຳລັງຢືນຢູ່ນອກເຮືອນ ຫລັງນຶ່ງ ໃນນະຄອນ Atlanta ລັດ Georgia.
ເຈົ້າໜ້າທີ່ກວດຄົນເຂົ້າເມືອງສະຫະລັດ ກຳລັງຢືນຢູ່ນອກເຮືອນ ຫລັງນຶ່ງ ໃນນະຄອນ Atlanta ລັດ Georgia.

ອີງຕາມເອກະສານທີ່ກ່ຽວຂ້ອງກັບການຈ້າງພະນັກງານທີ່ເຜີຍແຜ່ອອກມາໃນອາ
ທິດນີ້ອົງການປະຕິບັດກົດໝາຍດ້ານຄົນເຂົ້າເມືອງ ແລະພາສີຂອງສະຫະລັດ ຫລື
ICE ກໍາລັງພິຈາລະນາເພີ້ມການຈ້າງຄົນຫລາຍຂຶ້ນຫລາຍກວ່າສອງເທົ່າຂອງຈໍາ
ນວນຄົນໃນອົງການທີ່ມີຢູ່ໃນປັດຈຸບັນໃນ 6 ປີຂ້າງໜ້າ ຊຶ່ງຈະເພີ້ມຂຶ້ນເກືອບຮອດ
46,000 ແລະເກີນຈໍານວນທີ່ຄາດຄະເນໄວ້ ແລະພິມເຜີຍແຜ່ໃນເມື່ອກ່ອນ.

ທ່ານ Ronald Vitiello (ກາງ) ຮອງກໍາມາທິການດ້ານພາສີ ແລະ ເຈົ້າໜ້າທີ່ປ້ອງກັນຊາຍແດນ ພ້ອມກັບເຈົ້າໜ້າທີ່ ຄົນອື່ນໆ ກຳລັງສົນທະນາກັນຢູ່ ຝາກັ້ນຊາຍແດນສະຫະລັດ ກັບແມັກຊິໂກ ທີ່ນະຄອນ San Diego.
ທ່ານ Ronald Vitiello (ກາງ) ຮອງກໍາມາທິການດ້ານພາສີ ແລະ ເຈົ້າໜ້າທີ່ປ້ອງກັນຊາຍແດນ ພ້ອມກັບເຈົ້າໜ້າທີ່ ຄົນອື່ນໆ ກຳລັງສົນທະນາກັນຢູ່ ຝາກັ້ນຊາຍແດນສະຫະລັດ ກັບແມັກຊິໂກ ທີ່ນະຄອນ San Diego.

​ຢູ່ໃນ "ຄໍາຮ້ອງຂໍເອົາຂໍ້ມູນ" ທີ່ຂຽນຢູ່ໃນວັນພຸດຜ່ານມາ ຢູ່ໃນເວັບໄຊນັ້ນ ແມ່ນເພື່ອຂໍໃຫ້ ພາກສ່ວນເອກະຊົນໃຫ້ຂໍ້ມູນກ່ຽວກັບການບໍລິການດ້ານພະນັກງານ ເພື່ອຕອບສະໜອງ
ຕໍ່ການຈ້າງງານທີ່ເພີ້ມຂຶ້ນຢ່າງໄວນັ້ນ.
ອົງການ ICE ເວົ້າວ່າ ຮອດປີ 2023 ອົງການດັ່ງກ່າວສາມາດຈ້າງພະນັກງານຫລາຍ
ເຖິງ 25,700 ຄົນ ໃນປີ 2013 ເຊິ່ງຈະເລີ້ມຕົ້ນຈ້າງໄປໃນຕົ້ນປີ 2018 ນີ້. ອົງການດັ່ງ
ກ່າວປັດຈຸບັນ ໄດ້ຈ້າງພະນັກງານປະມານ 20,000 ຄົນແລ້ວ ແລະມີການບັນທຶກເປັນ
ຢ່າງດີວ່າ ອົງການດັ່ງກ່າວຊອກຫາຄົນ ແລະຮັກສາຄົນຈ້າງມາໃໝ່ນັ້ນ ໃຫ້ຢູ່ກັບອົງ
ການໄດ້ຍາກຫລາຍ.ໃຫ້ເບິ່ງລາຍລະອຽດເພີ່ມເຕີມທີ່((https://www.fbo.gov/index?s=opportunity&mode=formid=0dd3ee80eebdaa3682e17395378d9dfa&tab=core&tabmode=list&= )).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG