ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຊາວອ​າ​ເມ​ຣິ​ກັນ ເຊື້ອ​ສາຍ​ເອ​ເຊຍ ທັງຫຼາຍ ຄັດ​ຄ້ານ ຕໍ່ການເນ​ລະ​ເທດ ຊາວ​ກຳ​ປູ​ເຈຍ ໂດຍ​ລັດ​ຖະ​ບານ ທ່ານ​ທ​ຣຳ


ໃນ​ພາບນີ້​ຖ່າຍ​ເມື່ອ ວັນ​ທີ 26 ກັນ​ຍາ 2019, ​ສະ​ແດງ​ໃຫ້​ເຫັນ​ຊາຍ​ເຊື້ອ​ສາຍ​ກຳ​ປູ​ເຈຍ, ຜູ້​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ ຕັ້ງ​​ແຕ່​ຕອນ​ຍັງ​ນ້ອຍ ກຳ​ລັງ​ປະ​ເຊີນ​ກັບ​ການ​ຖືກ​ເນ​ລະ​​ເທດ, ​ຢືນ​ຖ່າຍ​ຮູບ​ຢູ່​ໃນ​ເມືອງ​ໂລ​ແວ​ລ ລັດ​ແມ​ສ​ຊາ​ຈູ​ເສັ​ຕ​ສ໌.
ໃນ​ພາບນີ້​ຖ່າຍ​ເມື່ອ ວັນ​ທີ 26 ກັນ​ຍາ 2019, ​ສະ​ແດງ​ໃຫ້​ເຫັນ​ຊາຍ​ເຊື້ອ​ສາຍ​ກຳ​ປູ​ເຈຍ, ຜູ້​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ ຕັ້ງ​​ແຕ່​ຕອນ​ຍັງ​ນ້ອຍ ກຳ​ລັງ​ປະ​ເຊີນ​ກັບ​ການ​ຖືກ​ເນ​ລະ​​ເທດ, ​ຢືນ​ຖ່າຍ​ຮູບ​ຢູ່​ໃນ​ເມືອງ​ໂລ​ແວ​ລ ລັດ​ແມ​ສ​ຊາ​ຈູ​ເສັ​ຕ​ສ໌.

ກຸ່ມຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ​ທັງຫຼາຍ ກຳ​ລັງ​ຄັດ​ຄ້ານ ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​
ລັດ​ຖະ​ບານ​ທ່ານ​ທ​ຣຳ ທີ່​ຈະ​ເພີ້ມ​ຂະ​ຫຍາຍ​ການ​ເນ​ລະ​ເທດ​ພວກ​ຊາວ​ກຳ​ປູ​ເຈ​ຍ​ ກັບ​ຄືນ
​ປະ​ເທດ​ບ້ານ​ເກີດ ໃນ​ຂ​ະ​ນະ​ທີ່​ພວກ​ອົບ​ພະ​ຍົບຫຼາຍ​ສິບ​ຄົນ ທີ່ໄດ້​ຖືກ​ຕັດ​ສິນ​ພົບ​ວ່າ​ມີ​
ຄວາມ​ຜິດ​ທາງ​ອາ​ຍາ ແມ່ນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ໄປ​ລາຍ​ງານ​ໂຕ ​ຕໍ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ
ໃນ​ສັບ​ປະ​ດາ​ໜ້າ​ຈະ​ມາ​ເຖິງນີ້ ສຳ​ລັບ​ການສົ່ງ​ອອກ​ຈາກ​ປະ​ເທດ.

ຢ່າງ​ໜ້ອຍ​ມີ 20 ຄົນ ໃນ​ລັດ​ຄາ​ລີ​ຟໍ​ເນຍ ທີ່​ໄດ້​ຮັບ​ຄຳ​ສັ່ງ​ດັ່ງ​ກ່າວ ເພື່ອ​ໃຫ້​ໄປ​ລາຍ​ງານ​ໂຕ
ຕໍ່​ ກົມ​ກວດ​ຄົນ​ເຂົ້າ​ເມືອງແລະ​ພາ​ສີ​ຂອງ​ສະ​ຫະ​ລັດ ເພື່ອ​ເລີ້ມ​ຕົນ​ຂັ້ນ​ຕອນ​ການ​ເນ​ລະ
​ເທດ​ ອີງ​ຕາມ ນາງ​ ນີ ນວນ ນັກ​ເຄື່ອນ​ໄຫວເພື່ອ​ຊຸມ​ຊົນ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ນະ​ຄອນ​
ແຊນ ແຟ​ຣນ​ສິ​ສ​ໂກ ກັບ​ກຸ່ມນັກ​ກົດ​ໝາຍ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ​ ເພື່ອ​ຄວາມ​
ກ້າວ​ໜ້າດ້ານ​ຍຸ​ຕິ​ທຳ. ລັດຄາ​ລີ​ຟໍ​ເນຍ ເປັນຖິ່ນ​ຖານ​ທີ່​ຕັ້ງ​ໃໝ່​ ຂອງ​ປະ​ຊາ​ກອນ​ຊາວ
​ກຳ​ປູ​ເຈຍ ທີ່​ໃຫຍ່​ທີ່​ສຸດ ໃນ​ສະ​ຫະ​ລັດ.

ໃນ​ລັດ​ແມ​ສ​ຊາ​ຈູ​ເສັ​ຕ​ສ໌ ຊຶ່ງ​ລັດ​ນີ້ ມີ​ປະ​ຊາ​ຄົມ​ຊາວ​ກຳ​ປູ​ເຈຍ ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ
ຂອງ​ປະ​ເທດ ໂດຍ​ມີ​ຢ່າງ​ໜ້ອຍພົນ​ລະ​ເມືອງ 10 ຄົນ ທີ່​ໄດ້​ຮັບ​ຄຳ​ສັ່ງ​ດັ່ງ​ກ່າວນັ້ນ​ດ້ວຍ
ອີ​ງ​ຕາມ​ການ​ກ່າວ​ຂອງ ທ່ານ​ນາງ ເບັດ​ຕາ​ນີ ລີ ຜູ້​ອຳ​ນວຍ​ການ ໜ່ວຍ​ງານ​ບໍ​ລິ​ການ​ດ້ານ
​ກົດ​ໝາຍ​ແກ່​ຊາວ​ເອ​ເຊຍ ໃນ​ເຂດ​ນະ​ຄອນບອ​ສ​ຕັນ.

ຊາວ​ກຳ​ປູ​ເຈຍ ທີ່​ອາ​ໄສ​ຢູ່​ໃນ​ລັດ ມີ​ເນ​ໂຊ​ຕ້າ ເທັກ​ຊັ​ສ ໂຣດ ໄອ​ແລນ ວໍ​ຊິງ​ຕັນ ແລະ
​ວິ​ສ​ຄອນ​ຊິນ ກໍ​ຍັງ​ໄດ້​ຮັບ​ຄຳ​ສັ່ງ​ດັ່ງ​ກ່າວ​ເຊັ່ນ​ກັນ ອີງ​ຕາມ​ການ​ກ່າວ​ຂອງ ທ່ານ​ນາງ​ ອີ​ເລນ
ແຊນ​ແຈັ​ຊ ວິ​ລ​ສັນ ໂຄ​ສົກ​ປະ​ຈຳ ອົງ​ກາງ SEARAC ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ ກຳ​ລັງ​ວາງ​ແຜນ ​ທຳການ​ເດີນ​ຂະ
​ບວນ​ປະ​ທ້ວງ ຢູ່​ໃນ​ນະ​ຄອນ ແຊນ​ແຟ​ຣນ​ສິ​ສ​ໂກ ນະ​ຄອນ​ຊາກ​ຣາ​ເມັນ​ໂຕ ແລະ​ນະ​ຄອນ
ບອ​ສ​ຕັນ ໃນ​ສັບ​ປະ​ດາ​ໜ້ານີ້. ພວກ​ເຂົາ​ເຈົ້າ ໂຕ້​ແຍ້ງວ່າ ພວກ​ເຂົາຫຼາຍໆ​ຄົນ ​ທີ່​ກຳ​ລັງ
ປະ​ເຊີນ​ກັບ​ການ​ຖືກ​ເນ​ລະ​ເທດ ໄດ້​ຮັບ​ໃຊ້​ໂທດ​ທາງ​ອາ​ຍາຫຼາຍ​ປີ​ຜ່ານ​ມາແລ້ວ ແລະ ໃນ​
ບາງ​ກໍ​ລະ​ນີ ຫຼາຍ​ສິບ​ປີຜ່ານ​ມາ​ ໃນ​ເວ​ລາ​ທີ່​ພວກ​ເຂົາ​ເຈົ້າ​ຍັງເປັນ​ອົບ​ພະ​ຍົບ ຢູ່​ໃນ​ໄວ​ໜຸ່ມ​
ຜູ້​ທີ່​ສັບ​ສົນ ສູ້​ຊົນ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ປະ​ເທດ​ໃໝ່ ຫຼັງ​ຈາກ​ທີ່​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ
ໄດ້​ຫລົບ​ໜີ​ອອກ​ມາ​ຈາກ​ລະ​ບັບ​ການ​ປົກ​ຄອງ​ທີ່​ໂຫດ​ຮ້າຍ​ທາ​ລຸນ​ຂອງ​ຂະ​ເໝນ​ແດງ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG