ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍື່ນຟ້ອງ ລັດອາຣິໂຊນາ


ກະຊວງຍຸຕິທຳ ຂອງສະຫະລັດ ໄດ້ຍື່ນຟ້ອງ ທ້າທາຍ ຄວາມຖືກຕ້ອງຊອບທຳ ຕາມກົດໝາຍ ລັດຖະທຳມະນູນ ຂອງກົດໝາຍ ຄົນເຂົ້າເມືອງ ສະບັບໃໝ່ ຂອງລັດອາຣິໂຊນາ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງກັນນັ້ນ.

ສຳນວນຟ້ອງ ທີ່ຍື່ນຢູ່ສານ ລັດຖະບານກາງແຫ່ງນຶ່ງ ໃນລັດອາຣິໂຊນາ ໃນວັນອັງຄານວານນີ້ ໂຕ້ແຍ້ງວ່າ ການບັງຄັບ​ໃຊ້ ກົດໝາຍກ່ຽວກັບ ຄົນເຂົ້າເມືອງ ແມ່ນເປັນໜ້າທີ່ ຮັບຜິດຊອບ ຂອງລັດຖະບານກາງ ສະຫະລັດ ແລະກົດໝາຍໃໝ່ ຂອງລັດອາຣິໂຊນາ ​ເປັນ​ການລ່ວງລໍ້າ ອຳນາດດັ່ງກ່າວ.

ກົດໝາຍ ຂອງລັດອາຣິໂຊນາ ຊຶ່ງຈະມີຜົນບັງຄັບໃຊ້ ໃນທ້າຍເດືອນນີ້ ບັງຄັບໃຫ້ຕຳຫຼວດ ກວດເບິ່ງຖານະ ໃນດ້ານຄົນເຂົ້າເມືອງ ຂອງບຸກຄົນໃດ ບຸກຄົນນຶ່ງໄດ້ ຖ້າຫາກມີເຫດຜົນ ທີ່ພາໃຫ້ສົງໄສວ່າ ບຸກຄົນຜູ້ນັ້ນ ເຂົ້າມາໃນສະຫະລັດ ແບບຜິດກົດໝາຍ. ນອກນັ້ນ ລັດອາຣິໂຊນາ ຍັງຈະກາຍເປັນ ລັດທຳອິດ ທີ່ຈະຖືວ່າ ການລັກລອບເຂົ້າເມືອງ ຜິດກົດໝາຍ ເປັນຄວາມຜິດ ລະດັບລັດ ໂດຍເພີ້ມການລົງໂທດ ແລະການປະຕິບັດ ກົດໝາຍຂອງຕົນ ໃສ່ກົດໝາຍຕ່າງໆ ທີ່ມີຢູ່ແລ້ວ ຂອງລັດຖະບານກາງ.

ສະພານິຕິບັດຍັດ ຂອງລັດອາຣິໂຊນາ ໄດ້ຮັບຜ່ານ ກົດໝາຍສະບັບນີ້ ໃນຄວາມພະຍາຍາມ ເພື່ອຈະສະກັດກັ້ນ ກະແສຟອງຫຼັ່ງໄຫຼ ຂອງພວກເຂົ້າເມືອງ ຜິດກົດໝາຍ ທີ່ຂ້າມຊາຍແດນ ມາຈາກເມັກຊິໂກ ໃນທຸກໆເດືອນ. ເຈົ້າໜ້າທີ່ ລັດອາຣິໂຊນາ ກ່າວວ່າ ການຫຼັ່ງໄຫຼເຂົ້າມາ ຂອງພວກຄົນເຂົ້າເມືອງ ຜິດກົດໝາຍ ເຮັດໃຫ້ມີ ການກໍ່ອາຊະຍາກຳ ເພີ້ມຂຶ້ນ ຮວມທັງ ການລັກລອບ ຄ້າຢາເສບຕິດ ແລະການລັກພາໂຕ ທີ່ຮຸນແຮງ.

XS
SM
MD
LG