ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍຄົນເຂົ້າເມືອງ ສະບັບໃໝ່ ຂອງລັດອາຣິໂຊນາ


ລັດອາຣີໂຊນາ ໄດ້ຂໍອຸທອນ ຕໍ່ຄຳສັ່ງ ຂອງຜູ້ພິພາກສາ ທ່ານນຶ່ງ ທີ່ສັ່ງໃຫ້ໂຈະ ພາກສ່ວນສຳຄັນ ຂອງກົດໝາຍຄົນເຂົ້າເມືອງ ສະບັບໃໝ່ ຂອງລັດອາຣີໂຊນາ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຂະນະທີ່ຫຼາຍໆຮ້ອຍຄົນ ພາກັນໂຮມຊຸມນຸມປະທ້ວງ ຕໍ່ຕ້ານກົດໝາຍດັ່ງກ່າວ ທີ່ມີຜົນເລີ້ມບັງຄັບໃຊ້ ໃນມື້ວັນພະຫັດວານນີ້.

ທະນາຍຄວາມ ຂອງຜູ້ປົກຄອງລັດອາຣີໂຊນາ ທ່ານນາງ JAN BREWER ໄດ້ຍື່ນຂໍອຸທອນ ຕໍ່ສານອຸທອນເຂດ 9 ທີ່ນະຄອນ SAN FRANCISCO ໃນລັດກາລີຟໍເນຍ. ນອກນັ້ນ ພວກທະນາຍຄວາມ ຍັງໄດ້ຮ້ອງຂໍ ໃຫ້ສານພິຈາລະນາ ການຂໍອຸທອນດັ່ງກ່າວ ໂດຍໄວ.

ຕຳຫຼວດໄດ້ຈັບ 30 ກວ່າຄົນ ທີ່ນະຄອນ PHEONIX ໃນວັນພະຫັດວານນີ້ ຫຼັງຈາກພວກ ເຂົາເຈົ້າ ໄດ້ພາກັນຕັນທາງສາຍນຶ່ງ ຢູ່ນອກໂຮງການເມືອງ ເພື່ອປະທ້ວງຕໍ່ຂໍ້ກຳນົດອື່ນໆ ທີ່ຢູ່ໃນກົດໝາຍ ສະບັບດຽວກັນນີ້ ທີ່ໄດ້ຖືກປ່ອຍ ໃຫ້ມີຜົນບັງຄັບໃຊ້ນັ້ນ.

ໃນມື້ວັນພຸດຜ່ານມາ ຜູ້ພິພາກສາ SUSAN BOLTON ໄດ້ອອກຄຳສັ່ງຫ້າມ ເປັນການຊົ່ວ ຄາວ ຕໍ່ບາງພາກສ່ວນ ຂອງກົດໝາຍ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຢ່າງຮ້າຍແຮງນັ້ນ ຮວມທັງພາກສ່ວນ ທີ່ບັງຄັບໃຫ້ຕຳຫຼວດ ກວດເບິ່ງຖານະ ຄົນເຂົ້າເມືອງ ຂອງຜູ້ຄົນ ຂະນະທີີ່ເຂົາເຈົ້າ ປະຕິບັດກົດໝາຍ.

XS
SM
MD
LG